ລາງວັນສະຫະພັນກິລາຣັກບີ້ 2020

2020 Lao Rugby Awards .jpg

ລາງວັນປະເພດບຸກຄົນດີເດັ່ນ

i) ລາງວັນນັກກິລາຍິງດີເດັ່ນປະຈໍາປີ

ສະຫະພັນກິລາຣັກບີ້ຈະມອບລາງວັນ ນັກກິລາຍິງດີເດັ່ນ ໃຫ້ຜູ້ທີ່ມີຜົນງານຢູ່ໃນສະໜາມການແຂ່ງຂັນທີ່ດີເດັ່ນໃນປີ 2019.

ii) ລາງວັນນັກກິລາຊາຍດີເດັ່ນປະຈໍາປີ

ສະຫະພັນກິລາຣັກບີ້ຈະມອບລາງວັນ ນັກກິລາຊາຍດີເດັ່ນ ໃຫ້ຜູ້ທີ່ມີຜົນງານຢູ່ໃນສະໜາມການແຂ່ງຂັນທີ່ດີເດັ່ນໃນປີ 2019.

ການຄັດເລືອກ: ຜູ້ປະສານງານກິລາຣັກບີ້ແຂວງນະຄອນຫຼວງວຽງຈັນ ແລະ ຊຽງຂວາງ, ຜູ້ຈັດການຝ່າຍພັດທະນາກິລາຣັກບີ້ ແລະ ຜູ້ປະສານງານລັດຖະບານ ແລະ ທີມຊາດ ແມ່ນໃຫ້ສະເໜີຊື່ຂອງນັກກິລາມາ 2 ຄົນ (ຍິງ 1 ແລະ ຊາຍ 1) ພ້ອມດ້ວຍເຫດຜົນທີ່ເລືອກເອົາບຸກຄົນນີ້ໃນການຊີງລາງວັນ. ສົ່ງກ່ອນ 11:59 ຂອງວັນທີ 6 ມັງກອນ. ວັນທີ 6 ມັງກອນ ເຮົາຈະປະກາດລາຍຊື່ ພ້ອມດ້ວຍຮູບຖ່າຍ ແລະ ຄໍາເຫັນສັ້ນໆ. ການລົງຄະແນນແມ່ນມີໄລຍະເວລາໜຶ່ງອາທິດ. ການລົງຄະແນນທາງອອນລາຍແມ່ນຈະປິດວັນທີ 2 ກຸມພາ.

ລາງວັນຈາກຄະນະບໍລິຫານສະຫະພັນກິລາຣັກບີ້ແຫ່ງຊາດ

i) ລາງວັນຄູຝຶກດີເດັ່ນປະຈໍາປີ

ສະຫະພັນກິລາຣັກບີ້ຈະມອບລາງວັນ ຄູຝຶກດີເດັ່ນປະຈໍາປີ ໃຫ້ແກ່ຄູຝຶກຜູ້ທີ່ມີຄວາມທຸ່ມເທ ແລະ ນໍາພາທີມຂອງຕົນເອງໃຫ້ປະສົບຄວາມສໍາເລັດໄດ້ໃນນາມນັກກິລາຣັກບີ້ ແລະ ໃນການເປັນແບບຢ່າງທີ່ດີໃນການສະແດງໃຫ້ເຫັນເຖິງຄຸນຄ່າຂອງກິລາຣັກບີ້ຄື ຄວາມສາມັກຄິ, ມີລະບຽບວິໄນ ແລະ ຄວາມຊື່ສັດ. ຄູຝຶກທີ່ຖືກເລືອກໃນປີ 2019 ແມ່ນຈະໄດ້ຮັບລາງວັນນີ້.

ii) ລາງວັນການພັດທະນາກິລາດີເດັ່ນ

ສະຫະພັນກິລາຣັກບີ້ຈະມອບລາງວັນການພັດທະນາກິລາດີເດັ່ນໃຫ້ແກ່ບຸກຄົນທີ່ມີຄວາມສາມາດ ຫຼື ເຮັດວຽກກ່ຽວກັບການພັດທະນາກິລາຣັກບີ້ໃນປີ 2019 ລວມທັງການເຂົ້າຮ່ວມໃນກິດຈະກໍາຕ່າງໆ ແລະ ພັດທະນາທັກສະກິລາຣັກບີ້ໃນ ສປປ ລາວ.

iii) ລາງວັນທີມຣັກບີ້ດີເດັ່ນປະຈໍາປີ

ສະຫະພັນກິລຣັກບີ້ຈະມອບລາງວັນ ທີມຣັກບີ້ດີເດັ່ນປະຈໍາປີ ໃຫ້ແກ່ທີມທີ່ມີຄວາມຕັ້ງໃຈ ແລະ ທຸ່ມເທໃຫ້ແກ່ທີມຣັກບີ້ແລະ ໄດ້ສະແດງຄ່ານິຍົມຂອງກິລາຣັກບີ້ໄດ້ຢ່າງຊັດເຈນຄື ຄວາມສາມັກຄີ, ເຄົາລົບລະບຽບວີໄນ ແລະ ຄວາມຊື່ສັດ. ນອກນັ້ນຍັງເປັນທີມທີ່ສະແດງທັກສະຣັກບີ້ໄດ້ຢ່າງພົ້ນເດັ່ນໃນສະໜາມການແຂ່ງຂັນລະດັບປະເທດ ແລະ ລະດັບສາກົນ. ທີມທີ່ສາມາດເຂົ້າຊີງລາງວັນໄດ້ແມ່ນມີທີມຂອງສະໂມສອນ, ທີມຣັກບີ້ໄວໜຸ່ມຈໍາປາບານ ຫຼື ທີມທີ່ເຂົ້າຮ່ວມການແຂ່ງຂັນລາຍການຂອງເອເຊຍຣັກບີ້.

ການຄັດເລືອກ: ທີມ, ສະໂມສອນ ແລະ ຄູຝຶກໃນ ສປປ ລາວ ສາມາດສົ່ງລາຍຊື່ທີມເຂົ້າມາຊີງລາງວັນເພື່ອໃຫ້ຄະນະບໍລິຫານເປັນຄົນຄັດເລືອກ. ການສົ່ງຊື່ເຂົ້າຊີງ ພ້ອມດ້ວຍເຫດຜົນແມ່ນຈະເປີດໃຫ້ສົ່ງທາງອອນລາຍ ແລະ ປິດໃນເວລາ 11:59 ຂອງວັນທີ 17 ມັງກອນ.

iv) ລາງວັນ ແພງລໍາພົງ ນະຈັນທີ

ລາງວັນ ແພງລໍາພົງ ນະຈັນທີ ແມ່ນຈະໄດ້ຮັບກຽດຈາກ ຮອງປະທານສະຫະພັນດິລາຣັກບີ້ ທ່ານ ແພງລໍາພົງ ນະຈັນທີ. ລາງວັນນີ້ຈະມອບໃຫ້ແກ່ບຸກຄົນທີ່ເຮັດວຽກ ແລະ ທຸ່ມເທແກ່ກິລາຣັກບີ້ ພ້ອມຍັງໄດ້ເສີມສ້າງ ແລະ ພັດທະນາກິລາຣັກບີ້ໃນ ສປປ ລາວ.

ການຄັດເລືອກ: ທີມ, ສະໂມສອນ, ຄູຝຶກ ແລະ ສະມາຊິກຂອງຄອບຄົວຣັກບີ້ທຸກຄົນ ສາມາດສະເໜີຊື່ຜູ້ເຂົ້າຊີງລາງວັນ ພ້ອມດ້ວຍເຫດຜົນວ່າເປັນຫຍັງຈຶ່ງເລືອກຜູ້ນີ້ ແລະ ສົ່ງແບບຟອມທາງອອນລາຍ ຕັ້ງແຕ່ມື້ນີ້ຈົນຮອດ 11:59 ຂອງວັນທີ 17 ມັງກອນ. ຜູ້ເຂົ້າຊີງລາງວັນທັງໝົດແມ່ນຕ້ອງເປັນຄົນທີ່ທຸ່ມເທ ແລະ ຫຼົງໄຫຼກັບກິລາຣັກບີ້. ຄະນະບໍລິຫານຂອງສະຫະພັນກິລາຣັກບີ້ຈະເປັນຄົນລົງຄະແນນໃຫ້ແກ່ຜູ້ເຂົ້າຊີງລາງວັນ.

ລາງວັນພິເສດ

i) ລາງວັນຈາກປະທານສະຫະພັນກິລາຣັກບີ້

ລາງວັນນີ້ແມ່ນຈະມອບໃຫ້ແກ່ບຸກຄົນທີ່ບໍລິການ ແລະ ສະໜັບສະໜູນກິລາຣັກບີ້ໃນລາວ.

ການຄັດເລືອກ: ຄະນະຜູ້ບໍລິຫານຂອງສະຫະພັນກິລາຣັກບີ້ຈະເປັນຄົນເລືອກຜູ້ໄດ້ຮັບລາງວັນ.