Humans of Lao Rugby: Thipphasone

ນາງ ທີບພະສອນມີອາຍຸ 17 ປີ ເປັນຄູຝືກສອນຫຼັກສູດ Pass It Back ມາໄດ້ 2 ປີແລ້ວ ລາວຢູ່ ເມືອງຄຳ ແຂວງຊຽງຂວາງ. ປັດຈຸບັນນີ້ລາວກຳລັງຫຼັກສູດຣີຄອນເນັກອອນລາຍ 2 ທີມ. ເນື່ອງຈາກຢູ່ໃນຊ່ວງການລະບາດຂອງພະຍາດໂຄວີດ ທີບພະສອນກໍ່ຍັງໄດ້ແຕ່ງແຜນສອນ ແລະ ເຮັດກີດຈະກຳອອກກຳລັງກາຍຮ່ວມກັບນັກກິລາ. ປັດຈຸບັນສະຫະພັນຣັກບີ້ກຳລັງມີການສອນຫຼັກສູດຣີຄອນເນັກອອນລາຍ ເພືີ່ອໃຫ້ນັກກີລາທຸກຄົນໄດ້ອອກກຳລັງກາຍ ແລະ ໄດ້ຮຽນຮູ້ກ່ຽວກັບຄວາມຮູ້ຢູ່ໃນອອນລາຍ ແລະ ມີຄວາມເຄົາລົບນັບຖືໃນໂລກອອນລາຍຫຼາຍຂື້ນ ເຖີງວ່າມີພະຍາດໂຄວິດລະບາດແຕ່ນັກກີລາຂອງຫຼັກສູດ Pass It Back ຍັງມີການເຄື່ອນໄຫວຮຽນອອນລາຍຢູ່. ທິບພະສອນແມ່ນໄດ້ເປີດໂອກາດໃຫ້ຄົນຫຼາກຫຼາຍທາງເພດເຂົ້າຮ່ວມຮຽນອອນລາຍນຳ ຍ້ອນວ່າລາວຢາກເປີດໂອກາດໃຫ້ທຸກຄົນ ມີສ່ວນຮ່ວມໃນການຫຼີ້ນຣັກບີ້ຄືກັນ.

ຕອນທີ່ທີບພະສອນມີການຮັບນັກກິລາໃນຊ່ວງການສອນ Pass It Back ແລະ ຄອນເນັກອອນລາຍ ລາວໄດ້ເປີດໂອກາດໃຫ້ເດັກນ້ອນທຸກຄົນທີ່ສົນໃຈເຂົ້າຮ່ວມກິດຈະກຳໂດຍການຮຽນຮູ້ທັກສະຊີວິດຜ່ານການອອກກຳລັງກາຍໄປນຳ. ໃນການຮັບສະໝັກນັກກິລາຂອງທິບພະສອນ ນອກຈາກຈະມີນັກກິລາຜູ້ຍິງແລ້ວຍັງມີຄົນຫຼາກຫຼາຍທາງເພດເຂົ້າຮ່ວມຢູ່ກັບທີມຜູ້ຍິງຂອງລາວນຳອີກອີກ. ທິບພະສອນໄດ້ເລົ່າເຖິງການຮັບນັກກິລາວ່າ “ໃນຂະນະທີ່ຂ້ອຍກຳລັງເຊີນຊວນນັກກີລາຜູ້ຍິງມາຫຼີ້ນກິລາຣັກບີ້ຂອງກິດຈະກຳຣີຄອນເນັກອອນລາຍ ພໍດີມີນັກກິລາທີ່ຫຼາກຫຼາຍທາງເພດສອງຄົນເຫັນ ແລະ ກໍ່ສົນໃຈແລ້ວກໍ່ມາຂໍຂ້ອຍວ່າ ພວກນ້ອງສອງຄົນນີ້ສາມາດຫຼີ້ນກິລານີ້ໄດ້ບໍ່? ເພາະວ່າພວກຂ້ອຍບໍ່ຢາກຢູ່ກັບທີມຜູ້ຊາຍ ເພາະວ່າທີມຜູ້ຊາຍເຂົາມັກເວົ້າບໍ່ດີໃຫ້ພວກຂ້ອຍ ແລະ ເຢາະເຢີ້ຍເຮົາຫຼາຍ. ເມື່ອຂ້ອຍໄດ້ຍິນແນວນັ້ນຂ້ອຍກໍ່ເລີຍຖາມຜູ້ນຳກຸ່ມຂອງຂ້ອຍກ່ອນ. ຫຼັງຈາກທີ່ຜູ້ນຳກຸ່ມຂອງຂ້ອຍເຫັນດີໃຫ້ສອງຄົນນີ້ເຂົ້າຮ່ວມກິດຈະກຳຂອງພວກເຮົາແລ້ວຂ້ອຍກໍ່ເອົາຟອມລົງທະບຽນໃຫ້ສອງຄົນນີ້.” ຄົນຫຼາກຫຼາຍທາງເພດສອງຄົນນີ້ພວກເຂົາມີຄວາມຫຼົງໄຫຼໃນການຫຼີ້ນກິລາຫຼາຍເພາະວ່າເຂົາມີຄວາມສາມາດມາຫຼີ້ນກັບທີມຜູ້ຍີງແລ້ວນັກກີລາສອງຄົນນີ້ກໍ່ໄດ້ຮັບການສະໜັບສະໜຸນຈາກຄູຝືກອີກ. ມັກມີສະຖານະການທີ່ເກີດຂື້ນແບບນີ້ກັບຄົນຫຼາກຫຼາຍທາງເພດ ຍ້ອນວ່າເດັກ ຫຼື ໄວໜຸ່ມທີ່ເປັນຄົນຫຼາກຫຼາຍທາງເພດກໍ່ມັກຈະເຂົ້າຮ່ວມກິດຈະກຳບໍ່ວ່າຈະເປັນກິລາ ຫຼື ກິດຈະກຳອື່ນທີ່ບໍ່ໄດ້ເປັນໄປຄາມຄວາມຄາດຫວັງຂອງສັງຄົມ. ການທີ່ຄູຝຶກຮັບນັກກິລາທີ່ເປັນຄົນຫຼາກຫຼາຍທາງເພດແບບນີ້ມັນດີກັບເດັກນ້ອຍທີ່ເປັນຄົນຫຼາກຫຼາຍທາງເພດ ເພາະວ່າກີລາຣັກບີ້ແມ່ນກິລາທີ່ທຸກຄົນສາມາດຫຼີ້ນໄດ້ຄືກັນ ໂດຍບໍ່ມີການຈຳແນກເພດ ແລະ ພໍ່ແມ່ຂອງນັກກິລາທີ່ເປັນຄົນຫຼາກຫຼາຍທາງເພດກໍ່ດີໃຈນຳ ເພາະເຫັນລູກສາມາດຫຼີ້ນກິລາໄດ້ໂດຍບໍ່ມີການຈຳແນກ.

ທິບພະສອນກໍ່ໄດ້ບອກອີກວ່າລາວຄິດແນວໃດກັບສະຖານະການທີ່ມີຄົນຫຼາກຫຼາຍທາງເພດມາສະໝັກເປັນນັກກິລາ  “ຂ້ອຍໄດ້ມີການສະໜັບສະໜູນນັກກິລາຫຼາກຫຼາຍທາງເພດຄື: ສອນທັກສະຣັກບີ້ ແລະ ທັກສະຊີວີດໃຫ້ລາວ ແລະ ຂ້ອຍກໍ່ໄດ້ສ້າງກົດລະບຽບໃນທີມໃຫ້ນັກກິລາຜູ້ຍີງໃນທີມມີຄວາມເຄົາລົບນັບຖືສອງຄົນນີ້ ເຖີງວ່າສອງຄົນນີ້ຈະເປັນຄົນແບບໃດກໍ່ຕາມ ແຕ່ພວກເຮົາຕ້ອງໃຫ້ກຽດກັນ. ແລ້ວຂ້ອຍກໍ່ມີຄວາມຮູ້ສືກດີໃຈຫລາຍທີ່ມີນັກກິລາແບບນີ້ມາຫຼີ້ນກິລາຢູ່ທີມຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍມີຄວາມມ່ວນຊື່ນຫຼາຍ. ນັກກີລາຜູ້ຍີງຂອງຂ້ອຍກໍ່ມີຄວາມສາມັກຄີກັບນັກກິລາທີ່ເປັນຄົນຫຼາກຫຼາຍທາງເພດ. ແຕ່ວ່າຍັງມີທີມຜູ້ຊາຍມັກຈະເວົ້າບໍດີເຢາະເຢີ້ຍໃຫ້ສອງຄົນນີ້. ຕອນຂ້ອຍເຫັນຂ້ອຍກໍ່ເຂົ້າໄປເວົ້າໃຫ້ທີມຜູ້ຊາຍວ່າ “ພວກເຮົາມີສິດທີ່ຕົນເອງຈະແຕ່ງໂຕແນວໃດກໍ່ຕາມ, ຈະຫຼີ້ນກີລາກັບທີມຜູ້ຍີງ ຫຼື ຜູ້ຊາຍກໍ່ໄດ້ ແລ້ວແຕ່ມີຄວາມສາມາດຂອງຕົນເອງ.” ໃນເວລາຂ້ອຍເວົ້າແນວນັ້ນກໍ່ເຮັດໃຫ້ນັກກິລາທີມຜູ້ຊາຍບໍ່ເວົ້າຫຍັງອີກໃຫ້ກັບສອງຄົນນີ້. ແລ້ວນັກກີລາສອງຄົນນີ້ກໍ່ມີຄວາມຕັ້ງໃຈມາຊ້ອມຫຼາຍ. ພວກເຂົາມີຄວາມອົດທົນຫຼາຍເຖີງຈະມີຄົນເວົ້າແບບໃດກໍ່ຕາມແຕ່ສອງຄົນນີ້ມາຊ້ອມຕະຫຼອດ.” ສຳລັບປະສົບການນີ້ຊ່ວຍໃຫ້ທິບພະສອນໄດ້ຮຽນຮູ້ກ່ຽວກັບຄວາມເຄົາລົບນັບຖືຄົນຫຼາກຫຼາຍທາງເພດຫລາຍກວ່າເກ່າ ແລະ ເຮັດໃຫ້ລາວມີຄວາມສາມັກຄີກັບຄົນຫຼາກຫຼາຍທາງເພດ. ນັກກິລາສອງຄົນທີ່ເປັນຄົນຫຼາກຫຼາຍທາງເພດກໍ່ໄດ້ມີໂອກາດຮຽນຮູ້ທັກສະໃໝ່ໆຂອງການຫຼີ້ນກີລາຣັກບີ້. ນອກນັ້ນເຫດການນີ້ຍັງຊ່ວຍໃຫ້ເດັກນ້ອຍຜູ້ຊາຍໄດ້ຮຽນຮູ້ວ່າຄົນຫຼາກຫຼາຍທາງເພດກໍ່ສາມາດຫຼີ້ນກິລາກັບຜູ້ຍີງໄດ້. ທິບພະສອນເວົ້າເຖິງຄວາມຮູ້ສຶກຂອງນັກກິລາສອງຄົນທີ່ເຂົ້າຮ່ວມທີມນຳໝູ່ຜູ້ຍິງທີ່ບໍ່ຖືກຈຳແນກໃນເຂົ້າຮ່ວມຫຼີ້ນຣັກບີ້ແມ່ນ “ການໄດ້ເຂົ້າຮ່ວມກິດຈະກຳຣັກບີ້ແມ່ນເຮັດໃຫ້ນັກກີລາຂອງຂ້ອຍມີຄວາມພຸມໃຈ ແລະ ດີໃຈຫຼາຍທີ່ໄດ້ເຂົ້້າຮ່ວມກີດຈະກຳຂອງພວກເຮົາ. ຂ້ອຍຈະສືບຕໍ່ມອບໂອກາດແບບນີ້ໃຫ້ກັບເດັກນ້ອຍທີ່ເປັນຄົນຫຼາກຫຼາຍທາງເພດໄດ້ເຂົ້າມາຫຼີ້ນກິລາຣັກບີ້ ໂດຍກາຍຮັບສະໝັກທຸກຄົນທີ່ສົນໃຈເຂົ້າມາຫຼີ້ນແບບບໍ່ຈຳແນກວ່າເພດໃດກໍ່ຕາມ.”

ຈາກສະຖານະການທີ່ເກີດຂື້ນເຫັນໄດ້ວ່ານັກກີລາສອງຄົນນີ້ມີຄວາມກ້າຫານ ແລະ ມີຄວາມມັກກິລາຣັກບີ້ຫຼາຍ ເຖິງວ່າຈະມີຄົນເວົ້າບໍດີໃຫ້ກໍ່ຕາມ ແຕ່ພວກເຂົາກໍ່ມີຄວາມຕັ້ງໃຈມາຊ້ອມປົກກະຕິຄືເກົ່າເລີຍ ແລະ ນັກກີລາສອງຄົນນີ້ກໍ່ມີຄວາມອົດທົນຫຼາຍໃນການຫຼີ້ນກີລາຣັກບີ້ຂອງພວກເຮົາ. ປັດຈຸບັນນີ້ກິລາຣັກບີ້ມອບໂອກາດໃຫ້ຄົນຫຼາກຫຼາຍທາງເພດເຂົ້າຮ່ວມໄດ້ເລີຍ ບໍ່ວ່າຜູ້ຍີງ, ຜູ້ຊາຍ, ຄົນຫຼາກຫຼາຍທາງເພດກໍ່ສາມາດຫຼີ້ນຣັກບີ້ໄດ້. ໃນອະນາຄົດຢາກໃຫ້ມີກິດຈະກຳແຂງຂັນຣັກບີ້ແທັກທີ່ມີຄົນຫຼາກຫຼາຍທາງເພດຢູ່ໃນທີມໃຫ້ຫຼາຍຂື້ນ.

Thipphasone is a 17 year-old Champa Ban Coach from Kham District, Xieng Khouang Province. Currently, she is delivering the Reconnect Online curriculum to two teams through remote lessons. Today, Thipphasone is sharing about her story of how she ensures gender inclusivity in her sessions to  provided an opportunity to provide everyone with the opportunity to play rugby. 

When Thippasone is recruiting players for the Pass It Back programme and Reconnect Online, she makes sure to provide the opportunity to every child who is interested in learning life skills and exercising at the same time. When she recruits players, there are LGBTQ players who join the team as well. Thipphasone talked about the recruitment process, “While I was inviting female players to play rugby through Reconnect Online activities, there were two LGBTQ players who were interested and came up to me to asked me ‘can we play this sport? We don’t want to play with the male team. Those male players often say bad things to us and humiliate us.. These two LGBTQ players are very passionate about sports because they are able to play with the female team and the two of them receive support from the coaches too. These kinds of situation often happen with LGBTQ people, where LGBTQ children or youth want to participate in sports or other activities that are against societal expectations. … Rugby is a sport for everyone, regardless of gender, and the parents of those LGBTQ kids are very happy that their children can play sports without being discriminated. “

Thippasone also shared her opinion about LGBTQ players coming to play with the team. “I support LGBTQ players: I teach them rugby and life skills. I created a ground rule for the female players to respect those two people, no matter what gender they are, we should respect each other. And I feel happy that I have these players in my team and being around them is very enjoyable. My female players are united with the LGBTQ players. But there are some male players who still come around and humiliate these two players. When I see that, I go up to those male players and say that ‘we all have the right to dress however we want, we can play with the female or male team, it depends on our ability.” After that, those male players stopped humiliating the two players. These two players are very diligent during practice. No matter what other people say, they still attend training all the time.” This experience helped Thipphasone respect LGBTQ people more than before and it helps her to be in solidarity with LGBTQ people. The two LGBTQ players have the opportunity to learn new skills and play rugby. In addition, this situation also teaches male players that LGBTQ players can also play rugby with female players. “Participating in this rugby activity made my two players feel proud and very happy to (be able to) participate in our activities. I will keep providing opportunities to LGBTQ children to come and play rugby, by registering everyone that is interested, regardless of gender.”