Humans of Lao Rugby: Tueku

Tueku kha.jpg

ທ້າວ ຕືກູ, ອາຍຸ 20 ປີ ປັດຈຸບັນເປັນຄູຝຶກໄວໜຸ່ມຈຳປາບານຣັກບີ້ ພາຍໃຕ້ຫຼັກສູດ Pass It Back ແລະ ເປັນນັກກິລາສະໂມສອນຣັກບີ້ຊຽງຂວາງ. ຕືກູເວົ້າວ່າ “ກ່ອນທີ່ໄດ້ເລີ່ມຮູ້ຈັກກັບກິລາຣັກບີ້ນັ້ນ ແມ່ນໄດ້ຮັບການແນະນໍາຈາກ ເຢີຫາ ເຊີ່ງເປັນຄູຝືກຂອງຂ້ອຍ. ໃນຕອນນັ້ນຂ້ອຍມີອາຍຸ 13ປີ, ຂ້ອຍໄດ້ຫຼີ້ນກິລາຣັກບີ້ເປັນນັກກີລາຂອງເຢີຫາມີຊື່ທີມວ່າ ມັງກອນແດງໂພນສະຫວັນ ລຸ້ນອາຍຸ 13-16 ປີ.” ເຊິ່ງຕືກູໄດ້ຫລີ້ນຣັກບີ້ມາເປັນເວລາ 5 ປີ, ຈົນມາຮອດອາຍຸໄດ້ 17ປີ, ຕືກູ້ຈຶ່ງໄດ້ປ່ຽນຈາກການເປັນນັກກີລາມາເປັນຄູຝືກສອນນັກກີລາຢູ່ທີ່ແຂວງຊຽງຂວາງ ແລະ ຍັງໄດ້ເປັນນັກກີລາຣັກບີ້ແບບປະທະ ຂອງ ສະໂມສອນແຂວງຊຽງຂວາງຊຸດໃຫ່ຍ. ນອກຈາກນີ້ ຕືກູ ຍັງເປັນຄູຝືກຈໍາປາບານທີ່ຮັບຜິດຊອບສອນ 4 ທີມຢູ່ຊຽງຂວາງ ເປັນເວລາ 2 ປີ.

ຫຼັງຈາກນັ້ນຕືກູໄດ້ຍ້າຍມາສືບຕໍ່ເປັນຄູຝຶກ ແລະ ສອນຢູ່ນະຄອນຫຼວຽວຽງຈັນ, ຍ້ອນວ່າຕືກູເອງຕ້ອງໄດ້ມາຮຽນຕໍ່ມະຫາວິທະຍາໄລຢູ່ທີ່ນະຄອນຫຼວງວຽງຈັນ ລາວໄດ້ສອນເປັນຄູ່ກັບບົວວັນເຊິ່ງໄດ້ເຮັດໃຫ້ຕືກູ້ຮູ້ສຶກວ່າ “ຂ້ອຍຮູ້ສືກດີໃຈທີ່ໄດ້ມາສອນເດັກນ້ອຍໃນຊຸມຊົມຂອງຂ້ອຍເພື່ອໃຫ້ເດັກມີຄວາມເປັນຜູ້ນໍາຕົນເອງ ແລະ ສາມາດສ້າງຄວາມກ້າຫານໃຫ້ໂຕເດັກນ້ອຍສາມາດແກ້ໄຂບັນຫາດ້ວຍຕົນເອງໂດຍບໍ່ໃຊ້ຄວາມຮູນແຮງມາຕັດສີນບັນຫານັ້ນທີ່ເກິດ. ຂ້ອຍໄດ້ເຫັນການປ່ຽນແປງຈາກເດັກນ້ອຍໃນຊຸມຊົນຂອງຂ້ອຍເອງ ໃນການຖຶກໝູ່ຄູ່ໄວດຽວກັນຢູ່ໂຮງຮຽນດ່າວ່າເປັນຄົນຮຽນບໍ່ເກັ່ງ, ບໍ່ຮູ້ເຮັດວຽກຊ່ວຍພໍ່ແມ່​ ແຕ່ເດັກນ້ອຍເອງກໍໄດ້ພະຍາຍາມບໍ່ຕອບໂຕ້. ແລ້ວເດັກນ້ອຍກໍໄດ້ເອົາຄໍາເວົ້າຂອງໝູ່ລາວດ່ານັ້ນມາຄິດ ແລະ ນຳມາມາເປັນແຮງບັນດານໃຈໃຫ້ຕົນເອງ ເພື່ອປ່ຽນແປງຕົນເອງມາເປັນຄົນດຸໝັ່ນ, ເຮັດວຽກຊ່ວຍພໍ່ແມ່ ແລ້ວເອົາຄໍາດູຖູມາພັດທະນາໂຕເອງ ແລະ ເຮັດໃຫ້ເດັກນ້ອຍຄົນນັ້ນກາຍເປັນຄົນມີຄວາມກ້າຫານ ແລະ ເປັນຄົນທີ່ມີຄວາມຮູ້ມີຄວາມສາມາດຂຶ້ນຫຼາຍ.” ເຫັນໄດ້ວ່າຕືກູສາມາດສອນໃຫ້ເດັກນ້ອຍສາມາດແກ້ໄຂບັນຫາທີ່ພວກເຂົາພົບໄດ້.

34650614606_0cb820204f_k.jpg

ຕືກູໄດ້ມີການປ່ຽນແປງເມື່ອກ້າວມາເປັນຄູຝຶກ ໂດຍລາວເລົ່າວ່າ “ ຕັ້ງແຕ່ກ້າວເຂົ້າມາເປັນຄູຝືກມັນເຮັດໃຫ້ຂ້ອຍປ່ຽນແປງໄປຫຼາຍດ້ານຫຼັກໆກໍ່ຄື: ການສ້າງຄວາມກ້າຫານໃຫ້ຕົນເອງ, ກາຍເປັນຄົນຕັ້ງໃຈສຶກສາຮໍ່າຮຽນ ແລະ ປະພຶດຕົນເປັນຄົນດີ ເຊິ່ງມັນຕ່າງຈາກຕອນທີ່ຂ້ອຍຍັງບໍ່ໄດ້ເປັນຄູຝຶກ ຂ້ອຍໄດ້ຖຶກໝູ່ຄູ່ຂອງຂ້ອຍເວົ້າໃຫ້ ແລະ ດ່າວ່າເປັນຄົນຂີ້ກະຕືກ, ບັກໂງ່, ຈ້າ ບໍ່ຮູ້ເຮັດວຽກຫຍັງ ມັນເຮັດໃຫ້ຂ້ອຍຮູ້ສຶກບໍ່ດີ ແລະ ໄດ້ເກັບເອົາຄຳເວົ້າເຫຼົ່ານັ້ນມາຄິດຈົນຮອດທຸກມື້ນີ້. ການມາເປັນຄູຝຶກມັນຊ່ວຍໃຫ້ຂ້ອຍໄດ້ຮັບຮູ້ຫຼາຍສິ່ງຫຼາຍຢ່າງເຊັ່ນ​: ການເຮັດວຽກຮ່ວມກັນຫຼາຍຄົນໂດຍມີຄວາມສາມັກຄີ, ການມີໝູ່ຄູ່ເພີ້ມຂຶ້ນ ແລະ ໄດ້ຮຽນຮູ້ກ່ຽວກັບການທັກສະແພດໝໍ ໃນເວລາທີ່ມີຄົນບາດເຈັບເພື່ອຈະໄດ້ຊວ່ຍປະຖົມພະຍາບານຂັ້ນຕົ້ນໃຫ້ກັບຜູ້ບາດເຈັບນັ້ນໄດ້. ແລ້ວມັນຍັງເຮັດໃຫ້ຂ້ອຍມີຄວາມຮູ້ດີຂື້ນຈາກຄົນທີ່ຖຶກເວົ້າໃຫ້ວ່າໂງ່ກາຍເປັນຄົນທີ່ມີຄວາມກ້າຫານກ້າສະແດງຄວາມສາມາດ, ຄວາມຄິດເຫັນຂອງຕົນເອງໃຫ້ແກ່ຄົນອຶ່ນໄດ້ຮັບຮູ້ເພື່ອສ້າງໂອກາດໃຫ້ແກ່ຕົນເອງ ແລະ ສີິ່ງສໍາຄັນກໍ່ຄືການເອົາຄໍາເວົ້າຂອງຄົນອື່ນທີ່ມັກດ່າເຮົາມາປັບປຸງ ແລະ ພັດທະນາໂຕເຮົາເອງໃຫ້ດີຂຶ້ນ.” ສະນັ້ນຕືກູຈຶ່ງໄດ້ພະຍາຍາມຮຽນຮູ້ການເຮັດວຽກຮ່ວມກັນກັບຄົນອື່ນ ແລະ ໄດ້ຮຽນການເວົ້າພາສາຕ່າງປະເທດເພື່ອເປັນການພັດທະນາຕົນເອງໃຫ້ກາຍເປັນຄົນທີ່ມີຄວາມໝັ້ນໃຈ ແລະ ມີຄຸນຄ່າ.

IMG_4811.JPG

ເມື່ອຕືກູໄດ້ມີຄວາມຕັ້ງໃຈຫຼາຍໃນການມີສ່ວນຮ່ວມ ແລະ ຄວາມພະຍາຍາມຂອງລາວກໍ່ໄດ້ສ້າງໂອກາດໃຫ້ລາວໄດ້ກາຍເປັນຄູຝືກໄວໜຸ່ມຈໍາປາບານຄົນໜື່ງໃນ 16 ຄົນທີ່ມີລາຍຊື່ໄດ້ເດີນທາງໄປສະຫະລັດອາເມລິກາເພື່ອເຂົ້າຮ່ວມໂຄງການແລກປ່ຽນຄູຝຶກກິລາສາກົນໂດຍການອໍານວຍຄວາມສະດວກຈາກ Exchange programs - U.S Department of State, Sports Diplomacy - U.S.Department of State, Women Win ແລະ Queens University of Charlotte ແລະ ຕືກູເວົ້າວ່າ “ການໄປແລກປ່ຽນທີ່ອາເມລິກາໃນເທື່ອນີ້ມັນເຮັດໃຫ້ຂ້ອຍຮູ້ສຶກດີໃຈຫຼາຍ ທີ່ໄດ້ໄປເພາະວ່າ ຂ້ອຍເປັນຄູຝຶກກິລາຣັກບີ້ ແຕ່ໄດ້ແລກປ່ຽນວັດທະນະທໍາຂອງປະເທດເຮົາ ແລະ ໄດ້ຮຽນຮູ້ທາງການແພດ ຫຼື ການປະຖົມພະຍາບານ, ການຮັກສາຄົນບາດເຈັບ, ໄດ້ຮຽນທັກສະການເປັນກຳມະການເພື່ອເປັນຜູ້ຕັດສິນໃນການແຂ່ງຂັນກິລາ ແລ້ວຍັງໄດ້ຮຽນຮູ້ຮີດຄອງປະເພນີຂອງປະເທດອາເມລິການຳອີກ. ເຊິ່ງເຮັດໃຫ້ຂ້ອຍຮູ້ສືກດີໃຈ ແລະ ພູມໃຈຫຼາຍ.” ຫຼັງຈາກທີ່ກັບມາຈາກອາເມລິກາຮອດປະເທດລາວເຮົາແລ້ວ ຕືກູ້ໄດ້ເຂົ້າໃຈວ່າປະເທດອາເມກາເປັນປະເທດໜຶ່ງທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ມີເຄື່ອງມືສ້າງກ້າມເນື້ອໃຫ້ຮ່າງກາຍຂອງເຮົາມີຄວາມແຂງແຮງ ແລະ ມີທີມນັກກິລາທີ່ມີຄວາມສາມັກຄີນຳກັນຫຼາຍ. ຈຶ່ງເຮັດລາວຢາກເອົາການຮຽນຮູ້ ແລະ ປະສົບການມາສອນໃຫ້ກັບເດັກ ນ້ອຍຢູ່ໃນຊຸມຊົນຂອງລາວ ເພາະວ່າມັນສໍາຄັນຫຼາຍໃນການເອົາປະສົບການໂຕເອງມາເຜີຍແຜ່ໃຫ້ເດັກນ້ອຍ ແລະ ໄວໜຸ່ມໄດ້ຮັບຮູ້ເຊິ່ງຕືກູໄດ້ເວົ້າວ່າ:  “ຂ້ອຍໄດ້ແບ່ງປັນປະສົບການທີ່ໄດ້ຮຽນຮູ້ຕອນໄປແລກປ່ຽນໃຫ້ນັກກິລາວ່າ ຂ້ອຍໄດ້ຮູ້ເຖິງການພັດທະນາດ້ານກິລາໃນອະນາເມລິກາແມ່ນມີຫຼາຍ ຢ່າງທີ່ໜ້າສົນໃຈ.​ຂ້ອຍໄດ້ໄປພົບກັບໝູ່ເພື່ອນໃໝ່ທີ່ຫຼີ້ນຣັກບີ້ຄືກັນ ພວກເຂົາອາຍຸເທົ່າກັນກັບຂ້ອຍ ແລະ ບາງຄົນກໍ່ເປັນຄູຝຶກຄືກັນ. ນອກຈາກດ້ານກິລາແລ້ວ ຂ້ອຍຍັງສັງເກດໄດ້ອີກວ່າໃນປະເທດອາ ເມລິກາແມ່ນມີອະນຸລັກຮັກສາສິ່ງແວດລ້ອມຄືກັບປະເທດເພື່ອນບ້ານຂອງເຮົາເຊັ່ນ: ອາເມລິກາກໍ່ເປັນປະເທດໜຶ່ງທີ່ຮັກສາສິ່ງແວດລ້ອມໂດຍແມ່ນການຮັກສາປ່າໄມ້ ແລະ ອະນຸລັກສັດປ່າໄດ້ດີຫຼາຍ, ຍັງເປັນປະເທດທີ່ມີການພັດທະນາ ແລະ ຈະເລີນກ້າວໜ້າຫຼາຍ.​ ສະນັ້ນ, ຂ້ອຍຈຶ່ງສອນເດັກນ້ອຍໃນຊຸມຊົນວ່າເຮົາຕ້ອງຊ່ວຍກັນອະນຸລັກຮັກສາສິ່ງແວດລ້ອມຂອງເຮົາໄຫ້ຄືກັບປະເທດອາເມຣິກາເພື່ອໃຫ້ມີ່ສິ່ງແວດລ້ອມທີ່ສວຍງານ, ຍືນຍົງ ແລະ ສ້າງສາປະເທດລາວເຮົາໃຫ້ມີຄວາມກ້າວໜ້າ. ແລ້ວທີ່ ສຳຄັນແມ່ນພາກັນຝຶກຊ້ອມຣັກບີ້ໃຫ້ຫຼາຍຂື້ນເພື່ອມີໂອກາດໄປຕ່າງປະເທດຄືອ້າຍ.”

IMG_5777.JPG

ສຳລັບຕືກູແມ່ນລາວເປັນໄວໜຸ່ມທີ່ດີຫຼາຍທີ່ລາວໄດ້ມີວິທີ່ການແກ້ໄຂບັນຫາຈາກເຫດການທີ່ເກິດຂຶ້ນໃນຊີວິດປະຈຳວັນຂອງລາວໂດຍທີ່ໃຊ້ວິທີໃນການຮຽນຮູ້ຈາກຄຳເວົ້າຂອງຄົນອື່ນ ແລະ ສ້າງໃຫ້ຕົນເອງນັ້ນມີຄວາມພະຍາຍາມໃນຫຼາຍໆດ້ານພ້ອມທັງສ້າງຄວາມຮູ້ຄວາມສາມາດ ແລະ ສົ່ງຕໍ່ຄວາມຮູ້ນັ້ນໃຫ້ກັບຄົນອອ້ມຂ້າງຂອງລາວໂດຍທີ່ບໍ່ໃຊ້ຄວາມຮຸນແຮງ. ຈາກຕືກູຜູ້ທີ່ຖືກໝູ່ເພື່ອນດ່າວ່າ ເປັນຄົນໂງ່ໃນມື້ນັ້ນ ເຮັດໃຫ້ລາວມີຄວາມພະຍາຍາມພັກດັນໂຕເອງໂດຍການເກັບຄໍາເວົ້າເຫຼົ່ານັ້ນມາເປັນກໍງລັງໃຈເພື່ອເອົາຊະນະອຸປະສັກທີ່ຢູ່ຕໍ່ຫນ້າຂອງລາວ. ຄໍາເຫຼົ່າເວົ້ານັ້ນໄດ້ເຮັດໃຫ້ຕືກກູ້ມີແຮງບັນດານໃຈໃນການຊອກຫາຄວາມຮູ້ ແລະ ສຶກສາຫາຮຽນສິ່ງໃໝ່ໆເຂົ້າມາໃນຊີວິດຂອງຕືກູ້ ແລະ ຕືກູ້ເອງກໍໄດ້ຄ່ອຍໆພັດທະນາຕົນເອງມາຮອດປັດຈຸບັນນີ້ເພື່ອໃຫ້ໝູ່ຄູ່ທີ່ເຄີຍເວົ້າໃຫ້ຕືກູ້ນັ້ນໄດ້ເຫັນວ່າ: “… ຂອ້ຍເອງກໍ່ກຳລັງສອນໃຫ້ເດັກນ້ອຍໃນສັງຄົມທຸກຄົນບໍ່ຕ້ອງຢ້ານໃນຄໍາດູຖູກທີ່ເຂົາເຈົ້າເວົ້າມານັ້ນ. ແຕ່ເຮົາຄວນພະຍາຍາມເອົາຊະນະຄໍາດູກຖູກ ຫຼື ຄໍາດ່າເຫຼົ່ານັ້ນມາເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມກ້າ ແລະ ຄວາມຮູ້ຄວາມສາມາດທີ່ດີໄດ້ເຊັ່ນກັນ”.

50160677193_dffaa89c37_k.jpg

Teukou is a 20 year old rugby coach from Xieng Khouang Province, where he also plays with the Xieng Khouang RFC. “I got to know rugby through Yurha’s (LRF staff member) invitation, and started playing with Yurha’s team when I was 13 years old.” Teukou has since been a rugby player with the Phonsavanh Red Dragons for 5 years, until he was 17 years old when he became a coach and also a contact rugby player with the Xieng Khouang RFC. Teuokou is in charge of 4 youth teams in Xieng Khouang province, where he delivers sessions with his coach partner, Xia Vong. They have been coaching these same teams for 2 years now.

51013814960_f2b2588f97_k.jpg

Teukou recently moved to Vientiane Capital to attend university, but that didn’t stop him from continuing to be a coach. He continues to deliver sessions in Vientiane Capital in his new coach pair with Bouavanh. “I am happy to be able to teach children in my community on how to build confidence, and to be able to encourage them to solve problems by themselves and avoid using violence. I have seen positive changes in the children in my community. Even when they were criticized by their peers about their studies or not helping their parents, my players have been resilient and have been able to resist reacting in a poor way. Instead, my players take those negative words and use them as an inspiration for them to further improve themselves by studying hard and helping their parents. They have taken all those humiliating words to improve themselves, and it made them to become more courageous, confident and more capable.”

35541619435_33cce0518a_k.jpg

Toukeu also noticed personal changes after he became a coach. “Since I became a coach, it has changed me in so many aspects. I became more confident in myself, I pay more attention to my studies, I maintain a better attitude and I am nicer to people. I often got harsh words from my friends that I was a worm, I was stupid and dumb, I didn’t know how to do anything, which made me feel very bad. I still think about those harsh words from time to time even now. Being a coach helped me learn many things, like working with other people with solidarity, administering first aid and how to help people when they are injured. I also made a lot of new friends. As I became more knowledgeable, I became more confident in myself and I gained the courage to speak up and express my opinion to other people. Most importantly, I took those negative words they said to me to improve myself and develop myself to become better and better.” 

Toukeu’s hard work to collaborate with others paid off when he was chosen to be one of the 16 youth coaches to go to the United States for on an exchange program by the U.S. Department of State’s Sports Diplomacy Program, Women Win and Queens University of Charlotte. Toukeu said that, “having this chance to go an exchange to the U.S. made me very happy. I, as a rugby coach, was able to be an ambassador of Lao culture and also was able to learn about first aid, match official skills and about American culture. I was really happy and really proud of myself.” Toukeu learned a lot from his experience in the U.S. He saw how the U.S. is among the most developed countries in terms of technology, and he had a chance to see all the equipment that was being used to build muscle, and also saw how their teams were very united. It made him want to learn from them and take the experiences back to his children in his community. “I have shared my experiences I obtained from the exchange to my players. I have learnt a lot of interesting things in the U.S., I have made many friends who play rugby like me who were the same age as me and some of them were also already rugby coaches too. In addition, I also noticed that in the U.S., people are serious about environmental issues.. For instance, the U.S. is among the countries who does a great job in protecting forest and wild animals, and they also have a highly developed country. [The children] are motivated to work harder in rugby training in order to have a chance to go abroad like me.”

IMG_5274.JPG

Teukou is young person of upstanding character who knows how to solve issues that arise from daily life. He does this by analysing what other people said and take the constructive comments to improve himself. He also tirelessly builds his capabilities and generously shared he gained his knowledge and shares with people around him. Teukou got humiliated as a fool in the past, and it drove him to keep improving himself and to overcome the challenges he faces. “I am teaching children in the society not to be scared of the contempt people pour on you. We just have to try to get over those insults and change them to be a motivation to be more courageous, more confident and become more knowledgeable and capable like other people.”