Humans of Lao Rugby: Xang and Keota

Scroll down for English language version

Scroll down for English language version

ສະໂມສອນມາສເຕີ້ເຊເວັນ (Master 7) ແມ່ນໜຶ່ງສະໂມສອນຣັກບີ້ໃນປະເທດລາວທີ່ໄດ້ຮັບການກໍ່ຕັ້ງຂື້ນໂດຍສະໂມສອນກິລາບານເຕະມາສເຕີ້ເຊເວັນ. ໃນນີ້ຈະມີເລື່ອງລາວຄວາມເປັນມາຂອງສະໂມສອນຣັກບີ້ມາສເຕີ້ເຊເວັນຈາກສອນໄຊ ຫຼືວ່າ ຊ້າງ ແລະ ແກ້ວຕາ.

ດ້ວຍຄວາມທີ່ຊ້າງບໍ່ໄດ້ມັກຫຼີ້ນກິລາມາກ່ອນ ເພາະລາວມີຄວາມກັງວົນກ່ຽວກັບອາການບາດເຈັບ. ແຕ່ເມື່ອລາວໄດ້ເຫັນການແຂ່ງກິລາຣັກບີ້ຜ່ານໂທລະພາບ ແລະ ການຝຶກຊ້ອມຂອງນັກກິລາຣັກບີ້ທີ່ເດີ່ນເຈົ້າອານຸວົງ. ຊ້າງໄດ້ເກີດມີຄວາມຄິດ ແລະ ແຮງບັນດານໃຈຂື້ນມາວ່າ “ການຫຼີ້ນກິລາມັນມີປະໂຫຍດຫຼາຍດ້ານ ແລະ ມັນບໍ່ໄດ້ເປັນຢ່າງທີ່ຂ້ອຍຄິດໄວ້ໃນທີຜ່ານມາວ່າການຫຼີ້ນກິລາມັນບໍ່ໄດ້ມີຜົນເສຍຕໍ່ຮ່າງກາຍ ແຕ່ມັນເຮັດໃຫ້ເຮົາໃຊ້ເວລາວ່າງມີປະໂຫຍດຫຼາຍກວ່າ ໃນການອອກກຳລັງກາຍ ແລະ ເປັນການສ້າງກ້າມເນື້ອໃຫ້ຮ່າງກາຍມີຄວາມແຂງແຮງ. ຂ້ອຍເລີຍຄິດວ່າມັນເປັນສິ່ງທີ່ດີ ຂ້ອຍຄວນເອົາການຝຶກຊ້ອມຣັກບີ້ມາປະຍຸກໃຊ້ໃນສັງຄົມດີກວ່າ ເພາະຂ້ອຍໄດ້ເຫັນເຖິງບັນຫາສັງຄົມໃນປັດຈຸບັນນີ້ຄື ເດັກນ້ອຍ ຫຼື ໄວໜຸ່ມສ່ວນໃຫຍ່ພາກັນໄປຫຼີ້ນແຕ່ຮ້ານເຫຼົ້າຮ້ານເບຍ ໂດຍທີ່ບໍ່ສົນໃຈຮ່າງກາຍຂອງຕົນເອງ. ເລີຍຄິດວ່າຂ້ອຍຢາກພັດທະນາເດັກນ້ອຍ ແລະ ສັງຄົມ ໃຫ້ຫັນມາຫຼີ້ນກິລາຣັກບີ້ຫຼາຍຂື້ນ.” 

ຊ້າງໄດ້ຕິດຕໍ່ກັບພະນັກງານສະຫະພັນຣັກບີ້ທີ່ຮັບຜິດຊອບກ່ຽວກັບການສ້າງສະໂມສອນ. ໃນເບື້ອງຕົ້ນອາດມີຄວາມທ້າທາຍຫຼາຍ ເພາະວ່າຊ້າງເປັນພະນັກງານຂອງສະໂມສອນບານເຕະ ແຕ່ລາວໄດ້ມີການຝຶກສາກັບຄະນະບໍລິຫານໃນສະໂມສອນບານເຕະແລ້ວວ່າ ສາມາດສ້າງສະໂມສອນຣັກບີ້ ໄດ້ ແລະ ຄະນະບໍລິຫານຈະສະໜັບສະໜຸນເຕັມທີ່ບໍ່ວ່າຈະເປັນເດີ່ນໃນການຝຶກຊ້ອມກໍ່ສາມາດແບ່ງເວລາກັບທີມບານເຕະໄດ້.

ດ້ວຍຄວາມທີ່ຊ້າງບໍ່ເຄີຍຫຼີ້ນກິລາຣັກບີ້ ແຕ່ລາວໄດ້ໄປເບິ່ງການຝຶກຊ້ອມຂອງນັກກິລາຣັກບີ້ ແລະ ການແຂ່ງຂັນຣັກບີ້ທີ່ຈັດຂື້ນເປັນປະຈຳໃນແຕ່ລະເດືອນ ຫຼື ເວລາມີການແຂ່ງຂັນຣັກບີ້ ລາວຈະເຂົ້າຮ່ວມ ເພື່ອໄປສັງເກດທັກສະການຫຼີ້ນ ແລະ ນຳມາກຽມພ້ອມກ່ຽວກັບບົດຮຽນໃນການສອນນັກກິລາຂອງລາວໄດ້. ຊ້າງໄດ້ໃຫ້ຄຳຄິດເຫັນກ່ຽວກັບກິລາຣັກບີ້ວ່າ “ຂ້ອຍເຫັນວ່າກິລາຣັກບີ້ ແລະ ກິລາເຕະບານແມ່ນເປັນກິລາທີ່ຫຼີ້ນເປັນທີມຄືກັນ. ພຽງການຫຼີ້ນຣັກບີ້ຈະມີຮູບແບບທີ່ແຕກຕ່າງກັນບໍ່ວ່າຈະເປັນການ ເຮັດຄະແນນ ແລະ ການຫຼີ້ນເພື່ອເອົາຊະນະຄູ່ແຂ່ງຂັນ. ອີກຢ່າງໜຶ່ງທີ່ຂ້ອຍມັກທີ່ສຸດແມ່ນທຸກຄັ້ງທີ່ມີການແຂ່ງຂັນຂ້ອຍ ໄດ້ເຫັນເຖິງການເຄົາລົບນັບຖືຂອງນັກກິລາຣັກບີ້ທີ່ພວກເຂົາໄດ້ສະແດງຕໍ່ກັນ ເຖິງວ່າໃນເວລາທີ່ແຂ່ງຂັນ ພວກເຂົາອາດຫຼີ້ນເຕັມທີ່ ແລະ ມີການປະທະກັນເຕັມທີ່ ເມື່ອຈົບການແຂ່ງຂັນແລ້ວ ທຸກຄົນຍັງມີການຈັບມື ແລະ ໃຫ້ກຳລັງໃຈເຖິງກັນ ແລະ ກັນ ນີ້ແມ່ນສິ່ງທີ່ຂ້ອຍປະທັບໃຈທຸກຄັ້ງທີ່ເບິ່ງການແຂ່ງຂັນຣັກບີ້.” 

ຊ້າງກາຍເປັນແຟນກິລາຣັກບີ້ຄົນໜຶ່ງໄປແລ້ວ ເພາະລາວກຳລັງມີຄວາມຫຼົງໄຫຼໃນການຢາກສ້າງສະໂມສອນກິລາຣັກບີ້ໃຫ້ເກີດຂື້ນໄດ້. ທີ່ສຳຄັນຕອນນີ້ ລາວກໍ່ກຳລັງມີທີມມາສເຕີ້ເຊເວັ້ນທີ່ເປັນທີມຣັກບີ້ລຸ້ນທຳອິດແລ້ວ.

IMG_9053.JPG

ຊ້າງໄດ້ເລົ່າອີກວ່າ “ຫຼັງຈາກທີ່ມີຫຼາຍຄົນຖາມກ່ຽວກັບການສ້າງສະໂມສອນຣັກບີ້ຫຼາຍ ຂ້ອຍກໍ່ໄດ້ກັບມາຄິດທົບທວນກັບຕົນເອງວ່າ ຂ້ອຍຈະມີຄວາມກ້າໃນການເຮັດໃນສິ່ງທີ່ບໍ່ເຄີຍເຮັດບໍ່ ເພາະຂ້ອຍຍັງບໍ່ມີຄວາມຮູ້ກ່ຽວກັບຣັກບີ້. ແຕ່ຂ້ອຍຍັງມີຄວາມໂຊກດີທີ່ວ່າ ເວລາຂ້ອຍສະເໜີວ່າຈະສ້າງສະໂມສອນແມ່ນໄດ້ຮັບຄຳແນະນຳຈາກຄະນະບໍລິຫານໃນສະໂມສອນບານເຕະມາສເຕີ້ເຊເວັນໃຫ້ຄຳແນະນຳ. ທີ່ສຳຄັນຄືຂ້ອຍໄດ້ຮັບຄຳແນະນຳຈາກພະນັກງານຂອງສະຫະພັນຣັກບີ້ວ່າສາມາດເຮັດໄດ້ ແລະ ຈະຊ່ວຍໃນຂະບວນການສ້າງສະໂມສອນ ບໍ່ວ່າຈະເປັນເລື່ອງເອກະສານ ຫຼື ການພັດທະນາທັກສະການເປັນຄູຝຶກຣັກບີ້ໄດ້. ນອກຈາກນັ້ນຂ້ອຍກໍ່ຍັງມີເອື້ອຍແກ້ວຕາທີ່ໃຫ້ຄວາມຊ່ວຍເຫຼືອໃນການເກັບຂໍ້ມູນກ່ຽວກັບຂະບວນການສ້າງສະໂມສອນຕັ້ງແຕ່ເລີ່ມຕົ້ນຈົນຮອດປະຈຸບັນນີ້ທີ່ໄດ້ມີສະໂມສອນຂື້ນມາ.” 

ນອກຈາກຊ້າງທີ່ເປັນຄູຝຶກຊອງສະໂມສອນມາສເຕີ້ເຊເວັ້ນແລ້ວຍັງມີແກ້ວຕາ ທີ່ເປັນໜຶ່ງໃນຄະນະບໍລິຫານຂອງສະໂມສອນຣັກບີ້ມາສເຕີ້ເຊເວັນແບ່ງປັນປະສົບການຂອງລາວໃນການເຂົ້າມາມີສ່ວນຮ່ວມບໍລິຫານສະໂມສອນ. ປັດຈຸບັນນີ້ແກ້ວຕາແມ່ນໜຶ່ງໃນຜູ້ບໍລິຫານສະໂມສອນບານເຕະມາສເຕີ້ເຊເວັ້ນ ແລະ ກໍ່ເປັນຄົນໜຶ່ງໃນການມີສ່ວນຮ່ວມກັບຊ້າງໃນການເລີ່ມສ້າງສະໂມສອນຣັກບີ້ມາສເຕີ້ເຊເວັ້ນ. ແກ້ວຕາເລົ່າວ່າ “ໃນຊ່ວງທຳອິດທີ່ຈະສ້າງສະໂມສອນຣັກບີ້ ແມ່ນມີການປຶກສາກັບທາງຄະນະບໍລິຫານພາຍໃນສະໂມສອນບານເຕະກ່ອນ ແລະ ໄດ້ມີການທົດລອງສ້າງທີມໂດຍການສອນຂອງຄູຝຶກຈາກສະຫະພັນ. ແຕ່ໃນຕອນເລີ່ມຕົ້ນແມ່ນຍັງບໍ່ທັນສ້າງສະໂມສອນຣັກບີ້ເຕັມໂຕ ເພາະວ່າຍັງຢູ່ໃນຂະບວນການເລື່ອງເອກະສານ. ແຕ່ຂ້ອຍກໍ່ດີໃຈຫຼາຍທີ່ພວກເຮົາໄດ້ມາຮອດຈຸດນີ້ ເຊິ່ງສະໂມສອນໄດ້ສ້າງຕັ້ງຢ່າງເປັນທາງການໃນປີ 2019. ມັນເປັນສິ່ງທີ່ຂ້ອຍພູມໃຈຫຼາຍ ເພາະພວກເຮົາບໍ່ໄດ້ມີພື້ນຖານກ່ຽວກັບກິລາຣັກບີ້ ແຕ່ສາມາດຮຽນຮູ້ ແລະ ຊອກຫານັກກິລາ ໂດຍທີ່ຊ້າງເປັນຜູ້ສອນ. ເຖິງມັນຈະມີສິ່ງທ້າທາຍຫຼາຍດ້ານເຖິງການຮັບນັກກິລາມາຝຶກຊ້ອມ ຈະຮັບນັກກິລາແນວໃດ? ແຕ່ພວກເຮົາສາມາດຮຽນຮູ້ຈາກສະໂມສອນອື່ນ ແລະ ສະຫະພັນຣັກບີ້ໃນການສ້າງສະໂມສອນຣັກບີ້ຂອງເຮົາເອງໄດ້.” 

IMG_8814.JPG

ສຳລັບແກ້ວຕາແລ້ວ ໄດ້ນຳໃຊ້ປະສົບການຈາກການບໍລິຫານສະໂມສອນບານເຕະມາບໍລິຫານສະໂມສອນຣັກບີ້ “ການບໍລິຫານສະໂມສອນແມ່ນມີຄວາມຄ້າຍຄືກັນ ແລະ ພວກເຮົາເຮັດວຽກແບບຄອບຄົວ. ສະນັ້ນທັງພະນັກງານທັງສະໂມສອນບານເຕະກໍ່ໄດ້ໃຫ້ການສະໜັບສະໜຸນດ້ານການຈັດການເດີ່ນ ແລະ ຊ່ວຍໃຫ້ຄຳປຶກສາກັນກ່ຽວກັບທຸກສະຖານະການທີ່ເກີດຂື້ນໃນສະໂມສອນ.” 

ແກ້ວຕາພູມໃຈຫຼາຍທີ່ຕົນເອງໄດ້ມີສ່ວນຮ່ວມໃນການໄດ້ເຫັນການປ່ຽນແປງຂອງນັກກິລາທີ່ເປັນໄວນຸ່ມມາຝຶກຊ້ອມຣັກບີ້ກັບສະໂມສອນມາສເຕີ້ເຊເວັນ ເພາະວ່າລາວໄດ້ເປັນສ່ວນໜຶ່ງໃນການຊ່ວຍໃຫ້ໄວໜຸ່ມໄດ້ຫັນມາຫຼີ້ນກິລາ ແລ້ວເຮັດໃຫ້ພວກເຂົາຢູ່ຫ່າງໄກຢາເສບຕິດ. ແກ້ວຕາເຊື່ອວ່າ “ທຸກກິລາໃຫ້ຜົນປະໂຫຍດທີ່ດີຕໍ່ຜູ້ຫຼີ້ນ ແລະ ຜູ້ທີ່ເຮັດວຽກກັບກິລາ ເພາະວ່າມັນເປັນການສ້າງຄວາມແຂງແຮງໃຫ້ຮ່າງກາຍ ແລະ ຊ່ວຍໃຫ້ທຸກຄົນທີ່ເຮັດວຽກໃນການພັດທະນາກິລາມີຄວາມສຸກໃນການມອບໂອກາດໃຫ້ເດັກ ແລະ ໄວໜຸ່ມໄດ້ຫຼີ້ນກິລາ ແລະ ເຫັນການເຕີບໃຫຍ່ຂອງພວກເຂົາ.” ໃນອະນາຄົດແກ້ວຕາກໍ່ຫວັງວ່າຈະມີທີມນັກກິລາຜູ້ຍິງໃນສະໂມສອນ ແລະ ພັດທະນາຫຼາຍຂື້ນ. ເຖິງວ່າປັດຈຸບັນຈະມີທີມຜູ້ຊາຍຝຶກຊ້ອມຢູ່ ແຕ່ກໍ່ຢາກໃຫ້ມີໄວໜຸ່ມຍິງເຂົ້າມາຝຶກຊ້ອມໃນສະໂມສອນໃຫ້ຫຼາຍຂື້ນ.

IMG_0617.JPG

ເຫັນໄດ້ວ່າເລື່ອງລາວຂອງຊ້າງ ແລະ ແກ້ວຕາມີຄວາມໜ້າສົນໃຈຫຼາຍ ເພາະວ່າພວກເຂົາທັງສອງບໍ່ໄດ້ເຄີຍຫຼີ້ນຮັກບີ້ມາກ່ອນ ແຕ່ມີຄວາມຄິດຢາກພັດທະນາ ແລະ ມອບໂອກາດໃນການເຂົ້າເຖິງກິລາຣັກບີ້ ເພື່ອຊ່ວຍໃຫ້ເດັກ ແລະ ໄວໜຸ່ມໄດ້ມີການພັດທະນາທັກສະດ້ານກິລາຂອງຕົນເອງ ພ້ອມທັງໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ນີ້ເປັນເລື່ອງລາວຂອງສະໂມສອນຣັກບີ້ມາສເຕີ້ເຊເວັນທີ່ເກີດຂື້ນໄດ້ ເຖິງວ່າຈະບໍ່ມີຄວາມຮູ້ກ່ຽວກັບກິລາຣັກບີ້ມາກ່ອນ. ຕອນນີ້ສະໂມສອນມາສເຕີ້ເຊເວັນກໍ່ມີຄວາມຕ້ອງການດ້ານການພັດທະນາທັກສະການເປັນຄູຝຶກ ແລະ ການຮັບສະໝັກນັກກິລາເຂົ້າສະໂມສອນໃຫ້ຫຼາຍຂື້ນໂດຍສະເພາະແມ່ນທີມຜູ້ຍິງ. ສະນັ້ນໄວໜຸ່ມ ຫຼື ຜູ້ໃດທີ່ສົນໃຈໃນການຫຼີ້ນຣັກບີ້ ແລະ ຮຽນຮູ້ທັກສະໃໝ່ ສາມາດສະໝັກໄປໄດ້ທີ່ມາສເຕີ້ເຊັເວັນ.

IMG_8994.JPG

The Master 7 Rugby Club is a club with a unique story unlike any other club in Laos – it started out as a branch of a soccer club. Sonexay (or Xang) and Keota tell the story of how Master 7 Rugby Club came to be.

Xang wasn’t always a fan of rugby, as he initially perceived the sport as a violent one prone to injuries. This changed when Xang saw a broadcasted rugby competition on TV and saw rugby training at Chao Anouvong stadium, and became inspired to play the sport. 

“Sport has many benefits and it is one of the best ways for young people to spend time. I was wrong in thinking that sport is bad for the body. There are so many issues in society that distract young people from their bright futures such as having no goals, hanging out and drinking alcohol, etc. So, I think we should have more activities like this to keep children and young people in the right path.” 

Xang is a staff member at the Master 7 club, which was solely a soccer club, and saw the opportunity to integrate rugby into Master 7’s activities. The board of the soccer team shared his vision and even agreed to make the soccer field available for a rugby team to practice.  

Xang had never played rugby before but learned through observing training sessions and tournaments. 

IMG_9272.JPG

“I think rugby and soccer are the same in the sense that they are both team-oriented sports. It is just that the nature of the game and the rules are different. What I like the most about rugby is that players really respect each other. Of course, during matches, everyone wants to win, and teams use every possible strategy and tactic to win against their opponent. But after the games are over, players from both sides come together to shake hands and cheer for each other. That impresses me every time I watch a rugby game.” 

Xang has become a big rugby fan and he used his passion to muster the necessary resources to form a rugby-playing cohort in the Master 7 club. 

“Many people had doubts about me and constantly ask me questions about establishing a rugby club. So I took a moment to reflect on those questions and think about what made it a success. And I found that I was lucky that I have many people out there to support me. I have the full support from the board members of Master 7 soccer club, especially from Keota. Plus, I also had staff from the Lao Rugby Federation who helped me to go through the document processes and rugby coaching skill development to make the Master 7 rugby club happen.”

Keota also shared her perspective in co-founding the Master 7 Rugby Club with Xang, “at the beginning, Xang came to our board and wanted to run a pilot rugby project by forming a rugby team within the club, with the support from LRF. At first, we didn’t call it a club because there was a lot of paperwork that we needed to do during the process. We finally made it in 2019 - our rugby club is established now, and I am so proud of that. Xang is currently a rugby coach for our club and we are working together to recruit players to our club. We are relatively new and there are a lot of things for us to learn either from other clubs or from LRF.”

Regarding the differences between soccer and rugby administration, she shared her impression that, “there are no differences in the administration for soccer and rugby. We work together and treat each other like a family. The staff who work for soccer try their best to support rugby as much as they can.” 

IMG_8925.JPG

Keota is proud that she is helping her community to keep young people healthy and keep them away from risky activity such as drugs. 

“Every sport is good and benefits our physical and mental health. Sport is one of the many good activities that will help to shape children and young people to grow up and become responsible citizens of the community.” Keota also has a goal that in the future, she will try to establish female rugby team in the Master 7 club. 

IMG_0308.JPG

Undoubtedly, Xang and Keota face significant challenges in maintaining the club. Xang shared, “we are still lacking training materials and equipment, as well as experience. I hope we can find a sponsor who can support us with this regard. Moreover, we also hope that our little club will be able to have a chance to join rugby competitions, so our players can gain experience and learn from actual games they encounter and develop their skills.”

These challenges do not deter Xang from setting big goals for the club though! “We will have our club ready and prepared to accept players from ChildFund Pass It Back, and we will keep developing our players so they can join national teams and go to international tournaments!”