Humans of Lao Rugby: See Vang and Done Yang

Scroll down for English language version

ສະ​ໂມ​ສອນ​ຣັກບີ້ຊຽງຂວາງ ສ້າງຕັ້ງມາ​ໄດ້ 3 ປີ​ ຢູ່ທີ່ເມືອງແປກ. ໃນນັ້ນມີ​ນັກ​ກິ​ລາທັງໝົດ 50 ຄົນ ຍິງ 20 ຄົນ. ​ສ່ວນຫຼາຍ​ນັກກິລາໃນສະໂມສອນແມ່ນນັກກິລາທີ່ຮຽນຈົບມາຈາກຫຼັກສູດ Pass It Back. ນອກຈາກນີ້ການເຂົ້າມາຮ່ວມຫຼີ້ນ​ໃນ​ສະ​ໂມ​ສອນ​ກໍ່​ສາ​ມາດ​ວາງ​ແຜນ​ການຊ້ອມໃຫ້​ເກັ່ງ​​ ແລະ ອອກ​ໄປ​ການ​ແຂ່ງ​ຂັນ​ຕ່າງ​ປະ​ເທດ. ໃນກໍລະນີສຶກສານີ້ແມ່ນເຮົາມີນັກກິລາສອງຄົນທີ່ເປັນຕົວແທນສະໂມສອນຣັກບີ້ຊຽງຂວາງ ໄດ້ເລົ່າເຖິງຄວາມເປັນມາ ແລະ ຄວາມສົນໃຈຂອງພວກເຂົາໃນການຫຼີ້ນຣັກບີ້ໃນສະໂມສອນຣັກບີ້ຊຽງຂວາງ.

ນາງ ຊີ ວ່າ ອາຍຸ 17 ປີ ເປັນໜຶ່ງໃນນັກ​ກິ​ລາ​​ສະ​ໂມ​ສອນຣັກບີ້​ຊຽງ​ຂວາງ ​ເຊິ່ງແມ່ນນັກກິລາທີ່ເຄີຍເຂົ້າຮ່ວມຫຼັກສູດ Pass It Back ມາກ່ອນ. ລາວໄດ້ເລີ່ມຫຼີ້ນຣັກບີ້ມາແຕ່ປີ 2015 ຈົນມາຮອດປະຈຸບັນ ເຊິ່ງລາວເຂົ້າຮ່ວມຫຼັກສູດ Pass It Back ເປັນເວລາສອງປີ ແລ້ວກໍ່ໄດ້ມາຫຼີ້ນຣັກບີ້ໃນສະໂມສອນ​​ຣັກບີ້ຊຽງ​ຂວາງ ເປັນເວລາສາມປີແລ້ວ.

IMG_4701.JPG

ຊີວ່າເລົ່າເຖິງປະສົບການທີ່ເຂົ້າຮ່ວມຫຼັກສູດ Pass It Back ຍ້ອນວ່າລາວຢາກຮຽນຮູ້ທັກສະຣັກບີ້ ແລະ ທັກສະຊີວິດ “​ຂ້ອຍ​ໄດ້ຫຼີ້ນ​ກິລາ​ຣັກ​ບີ້​ແບບ​ດືງ​ສາຍ​ແທັກ​ ແລະ ໄ​ດ້​ຮຽນ​ຮູ້​ສິ່ງ​ໃໝ່ໆ​​ຄື​ກິດ​ຈະ​ກຳ​ທັກ​ສະ​ຊີ​ວີດ​ທີ່ມີ​ບົດ​ບາດ​ຍີງ​ຊາຍ, ວາງ​ແຜນ​ອະ​ນາ​ຄົດ​ ແລະ ສຸ​ຂະ​ພາບແຂງ​ແຮງ. ເຊິ່ງການຮຽນກ່ຽວກັບບົດບາດຍິງຊາຍແມ່ນເຮັດໃຫ້ຂ້ອຍໄດ້ຮູ້ເຖິງສິດທິສະເໝີພາບລະຫວ່າງຍິງຊາຍໃນການຫຼີ້ນກິລາ. ​​ເຊິ່ງມັນເຮັ​ດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ທີ່​ຈະ​ເວົ້າ​ກັບ​ຄົນ​ທີ່​ເຂົາ​ເວົ້າ​ບໍ່ດີ ຫຼື ​​ມັນ​ບໍ່​ຖືກ​ຕົວ​ຢ່າງວ່າ​ມີ​ໝູ່​ຜູ້​ຊາຍ​ບອກ​ວ່າ​ຜູ້​ຍີງ​ບໍ່​ມີ​ແຮງ ​ບໍ່​ຕ້ອງ​ໄປຫຼີ້ນ​ກິລາ​ ແຕ່​ຂ້ອຍ​ສາ​ມາດ​ເວົ້າ​ໃຫ້​ໝູ່​ຜູ້​ນັ້ນ​ວ່າ​ທຸກ​ຄົນ​ມີ​ສີດ​ທີ່​ຈະຫຼີ້ນ​ກິລາ​ໄດ້.
ຕອນ​ນີ້​ແມ່ນ​ລາວ​ກໍ່​ຕັ້ງ​ໃຈ​ຊ້ອມທັກສະຣັກບີ້​ສະ​ໂມ​ສອນ​ເພື່ອຫຼີ້ນ​ໃຫ້​ເກັ່ງ ​ແລະ ​ລາວ​ກໍ່​ມີ​ການ​ຕັ້ງ​ເປົ້າໝາຍ​ວ່າ​ຕັ້ງ​ໃຈ​ຊ້ອ​ມ​ເພື່ອ​ສາ​ມາດ​ເຂົ້າຫຼີ້ນ​ທີມ​ຊາດໃນອະນາຄົດໄດ້.

ສຳລັບການ​ເຂົ້າ​ຝືກ​ຊ້ອມ​ກັບ​ສະ​ໂມ​ສອນຊຽງຂວາງແມ່ນຊີວ່າຄິດວ່າ ​“ມັນແມ່ນ​ສື່ງ​ສຳ​ຄັນ​ທີ່​ຂ້ອຍ​ໄດ້​ຝືກ​ຊ້ອນຫຼີ້ນ​ຣັກບີ້ແບບປະທະ ເພາະ​ມັນ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ໝູ່​ເພື່ອນຫຼາຍ​ເພີ່ນ​ຂື້ນ​ອີກ​. ອີກ​ຢ່າງ​ແມ່ນ​ຈ​ະ​ໄດ້​ມີ​ໂອ​ກາດ​ອອກ​ໄປ​ການ​ແຂ່ງ​ຂັນ​ຕ່າງ​ແຂວງ ຫຼື​ ຕ່າງ​ປະ​ເທດ​ກໍ່ມີເຊັ່ນ: ການເຂົ້າຮ່ວມງານແຂ່ງຂັນວຽງຈັນນາໆຊາດທີ່ນະຄອນຫຼວງວຽງຈັນ. ມັນເປັນການແຂ່ງຂັນທີ່ໃຫຍ່ທີ່ສຸດໃນລາວ ແລະ ຂ້ອຍພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມການແຂ່ງຂັນນີ້.”

IMG_5912.JPG

ແຕ່ໃນປັດ​ຈຸ​ບັນ​ນີ້ນັກ​ກີ​ລາ​ຍິງ​ຢູ່​ໃນສະ​ໂມ​ສອນ​ຊຽງ​ຂວາງ​ແມ່ນ​ເລີ່ມມີ​ໜ້ອຍລົງ ແລະ ນີ້ກໍ່ກຳລັງເປັນສິ່ງທ້າທາຍທີ່ສະໂມສອນຊຽງຂວາງກຳລັງພົບຢູ່. ຊີວ່າກໍ່ໄດ້ມີຄຳຄິດເຫັນກ່ຽວກັບເລື່ອງນີ້ວ່າ “​ຜູ້ຍິງຫຼາຍຄົນຍັງມີຄວາມກັງວົນກ່ຽວກັບການຝຶກຊ້ອມແມ່ນຕ້ອງຕາກແດດ ແລະ ຢ້ານຜິວເສຍ ເພາະບາງຄົນຄິດວ່າການມີຜິວດຳແມ່ນບໍ່ງາມ. ອີກຢ່າງໜຶ່ງຄືຢ້ານພໍ່ແມ່ບໍ່ຢາກໃຫ້ລູກຕົນເອງຫຼີ້ນກິລາຣັກບີ້ ເພາະ​ວ່າຕາມປະເພນີ​ລູກ​ສາວຕ້ອງແມ່ນຜູ້ທີ່ຮັບຜິດຊອບໃນການເຮັດວຽກເຮືອນ, ​​ແຕ່ງ​ຢູ່​ແຕ່ງ​ກີນ​ໃນ​ຄອບ​ຄົວ​ຍ້ອນ​ແນວ​ນັ້ນ​ພໍ່​ແມ່​ຈື່ງ​ບໍ່​ຍາກ​ໃຫ້​ລູກ​ເຂົາ​ມາຫຼີ້ນ​ກີ​ລາ​ຮັກ​ບີ້. ​ແຕ່​ຂ້ອຍເຫັນວ່ານີ້ເປັນພຽງສິ່ງທີ່ຄິດຂື້ນມາເອງເທົ່ານັ້ນ ເພາະຂ້ອຍກໍ່ຫຼີ້ນກິລາຣັກບີ້ມາ 5 ປີ ກໍ່ບໍ່ໄດ້ມີຜິວດຳຫຍັງ ​ແລະ ຄຳເວົ້າທີ່ວ່າຫຼີ້ນ​ກີ​ລາຣັກບີ້ແລ້ວ​ບໍ່​ມີ​ລູກ​ມັນ​ເປັນ​ໄປ​ບໍ່​ໄດ້​ຕົວ​ຢ່າງ​ຄື: ​ເອື້ອຍ​ເລົາ​ຄ້າງ​ລາວ​ກໍ່ຫຼີ້ນຣັກບີ້​ຕຳ​ມາ​ໄດ້ຫຼາຍ​ປີ, ​ໄປ​ຕ່າງ​ປະ​ເທດຫຼາຍ​ບ່ອນ ແລະ ກໍໄດ້ສ້າງຄອບຄົວ ແຖມມີລູກທີ່ກຳລັງເປັນຕາຮັກ. ​ອີກ​ຢ່າງ​ຄົນ​ທີ່​ຢູ່​ໃນ​ບ້າຍ​ຂ້ອຍ ​ເຂົາເຈົ້າ​ບໍ່​ໄດ້ຫຼີ້ນ​ກີ​ລາ​ ເຂົາເຈົ້າ​ກໍ່​ຍັງ​ບໍ່​ມີ​ລູກ​ ມັນຂື້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ບໍ່ໄດ້ກ່ຽວກັບການຫຼີ້ນກິລາ.” ການຫຼີ້ນກິລາຣັກບີ້ ກໍ່ເປັນກິລາປະເພດໜຶ່ງທີ່ຊ່ວຍໃຫ້ຮ່າງກາຍມີຄວາມແຂງແຮງ ແລະ ໃຜກໍ່ຫຼີ້ນໄດ້. ການທີ່ວ່າມາຫຼີ້ນຣັກບີ້ແລ້ວບໍ່ມີລູກ ແມ່ນເປັນພຽງຄວາມເຊື່ອຂອງບຸກຄົນເທົ່ານັ້ນ ເພາະວ່າສຸຂະພາບ ຫຼື ຮ່າງກາຍຂອງແຕ່ລະຄົນແມ່ນບໍ່ຄືກັນ. ສະນັ້ນສາເຫດທີ່ບໍ່ມີລູກແມ່ນບໍ່ກ່ຽວກັບການຫຼີ້ນກິລາ ແຕ່ເປັນສະພາບຮ່າງກາຍຂອງບຸກຄົນ. ອີກຢ່າງໜຶ່ງຄວາມງາມຂອງຄົນເຮົາບໍ່ໄດ້ຈຳກັດຢຸ່ທີ່ສີຜິວ ສະນັ້ນການຫຼີ້ນກິລາກາງແຈ້ງແລ້ວເຮັດໃຫ້ຜິວດຳບໍ່ແມ່ນບັນຫາເລີຍ. ເຮົາສາມາດເຮັດຫຍັງກໍ່ໄດ້ທີ່ເຮົາຈາກເຮັດ ເຖິງເຮົາຈະມີສີຜິວແບບໃດກໍ່ຕາມເຮົາກໍ່ສາມາດມີຄວາມງາມຢູ່ສະເໝີ.

ເຖິງຄົນອື່ນໃນສັງຄົມຈະຄິດວ່າການຫຼີ້ນກິລາຣັກບີ້ສົ່ງຜົນຫຼາຍຢ່າງຕໍ່ພວກເຂົາ ແຕ່ຢ່າງໃດກໍ່ຕາມຊີວ່າກໍ່ຍັງມີຄວາມຫຼົງໄຫຼໃນການຫຼີ້ນຣັກບີ້ ເພາະສຳລັບລາວແລ້ວ “ຣັກບີ້ເປັນກິລາປະເພດໜຶ່ງທີ່ມີຄວາມມ່ວນຊື່ນ ແລະ ໃຫ້ໂອກາດໄດ້ໄປແຂ່ງຂັນຢູ່ຕ່າງປະເທດ ພ້ອມທັງໄດ້ສ້າງໝູ່ໃໝ່ຢູ່​ສະເໝີ. ເຖິງ​ນັກ​ກີ​ລາຍິງໃນທີມອາດໜ້ອຍລົງ ແຕ່ຂ້ອຍກັບໝູ່ໃນທີມກໍ່ຈະພະຍາຍາມ ເຊີນຊວນໝູ່ຜູ້ຍິງທີ່ສົນໃຈໃຫ້ເຂົ້າມາຮ່ວມໃນການຝຶກຊ້ອມກັບສະໂມສອນໄດ້ໃຫ້ໄດ້ຫຼາຍທີ່ສຸດ ເພາະວ່າການຫຼີ້ນຣັກບີ້ມີປະໂຫຍດ ແລະ ມີຄວາມປອດໄພ.”  

DSC_0904.JPG

ນອກຈາກຊີວ່າແລ້ວກໍ່ຍັງມີ ທ້າວ ດອນ ຢ່າງ ນັກກິລາຊາຍຄົນໜຶ່ງຂອງສະໂມສອນຊຽງຂວາງ RFC ທີ່ໄດ້ຜ່ານການຮຽໜຫຼັກສູດ Pass It Back ມາຄືກັນ.   ເຊິ່ງປະສົບການຂອງລາວໃນການຮຽນຫຼັກສູດນີ້ ມັນກໍ່ໄດ້ເຮັດໃຫ້ລາວເຂົ້າໃຈຫຼາຍຂື້ນເຖິງຄວາມສະເໝີພາບ ເພາະໃນບົດຮຽນມີການສອນກ່ຽວກັບສິດທິເທົ່າທຽມກັນຂອງທຸກຄົນ. ດອນຢ່າງໄດ້ຍົກຕົວຢ່າງທີ່ລາວໄດ້ນຳບົດຮຽນໄປສອນຕໍ່ໃຫ້ນ້ອງຂອງລາວວ່າ “ຂ້ອຍມີນ້ອງສອງຄົນເຊິ່ງເປັນຜູ້ຊາຍ ແລະ ຜູ້ຍິງ. ນ້ອງຊາຍມັກບອກໃຫ້ນ້ອງສາວເຮັດວຽກເຮືອນຫຼາຍກວ່າ. ຂ້ອຍກໍ່ເລີຍໄດ້ລົມກັບນ້ອງຊາຍວ່າໃຫ້ເຮັດວຽກຊ່ວຍກັນ ເພາະວ່າເຮົາເປັນອ້າຍນ້ອງກັນ ຕ້ອງມີຄວາມສາມັກຄີຊ່ວຍເຫຼືອກັນ.”

IMG_2076.JPG

ຫຼັງຈາກທີ່ເຂົ້າຮ່ວມຫຼັກສູດ Pass It Back ແລ້ວດອນຢ່າງໄດ້ສະໝັກເຂົ້າເປັນນັກກິລາໃນສະໂມສອນຕັ້ງແຕ່ປີ  2018 ດອນຢ່າງເລົ່າວ່າ “​ຂ້ອຍ​ມາຫຼີ້ນ​ກັບ​ສະ​ໂມ​ສອນ​ຊຽງຂວາງຍ້ອນ​ວ່າ​ຂ້ອຍ​ໄດ້​ຮຽນ​ຈົບຈາກຫຼັກສູດ​ Pass It Back ແລ້ວ​ຂ້ອຍ​ບໍ່​ໄດ້ຮຽນໃນຫຼັກສູດຕໍ່ ​​​ກໍ່​ເລີຍ​ໄດ້​ເຂົ້າ​ມາຫຼີ້ນ​ສະ​ໂມ​ສອນ ໂດຍການຫຼີ້ນຣັກບີ້ແບບປະທະ​. ​ຕອນ​ຂ້ອຍ​ມາຫຼີ້ນ​ສະ​ໂມ​ສອນ​ແມ່ນ​ໄດ້​ປ່ຽນ​ໃຫ້​ຂ້ອຍ​ເປັນ​ຄົນ​ທີ່​ມີ​ຄວາມ​ແຂງ​ແຮງຫຼາຍ​​ທີ່​ຜ່ານມາ​ ເພາະ​ວ່າ​ພາຍໃນສະ​ໂມ​ສອນ​ແມ່ນ​ມີ​ແຕ່​ຝືກ​ທັກສະຣັກບີ້ ແລະ ສ້າງຄວາມແຂງແຮງ ຈື່ງ​ເຮັດໃຫ້​ຂ້ອຍ​ມີ​ຮ່າງກາຍທີ່ມີຄວາມ​ແຂງ​ແຮງ​ ແລະ ​ເຮັດ​ໃຫ້​ຂ້ອຍ​ມີ​ໝູ່ຫຼາຍ​ຄົນ​ອີກ​. ນອກຈາກນີ້ການເປັນນັກກິລາໃນສະໂມສອນຊຽງຂວາງຍັງ ​ເຮັດ​ໃຫ້​ຂ້ອຍ​ມີ​ໂອ​ກາດ​ໄດ້​ເດີນ​ທາງ​ໄປ​ການ​ແຂ່ງ​ຂັນ​ຢູ່​ນະຄອນຫຼວງວຽງຈັນ. ເຊິ່ງມັນເປັນສິ່ງທີ່ຂ້ອຍ ຄອບຄົວກໍ່ມີຄວາມພາກພູມໃຈທີ່ຂ້ອຍໄດ້ໄປແຈ່ງຂັນ.” 

ສະນັ້ນຜ່ານເລື່ອງລາວຂອງຊີວ່າ ແລະ ດອນຢ່າງ ແມ່ນພວກເຂົາຮຽນຈົບຈາກຫຼັກສູດ Pass It Back ແລ້ວໄປເປັນນັກກິລາສະໂມສອນຊຽງຂວາງ. ມັນເປັນໂອກາດທີ່ດີຫຼາຍໃຫ້ກັບທັງສອງຄົນໄດ້ສືບຕໍ່ຫຼີ້ນກິລາຣັກບີ້ທີ່ພວກເຂົາມັກ ເຖິງວ່າໃນການຝຶກຊ້ອມຈະມີເຫດການຫຼາຍຢ່າງທີ່ເປັນທັງສິ່ງທ້າທາຍຈາກຄອບຄົວ, ຊຸມຊົນ ຫຼື ສັງຄົມ. ແຕ່ພວກເຂົາກໍ່ສາມາດຮຽນຮູ້ຈາກປະສົບການ ແລະ ສົ່ງຄວາມຮູ້ທີ່ໄດ້ຮຽນມາໃຫ້ຄົນອື່ນຮັບຮູ້ໄດ້ເຊັ່ນ: ສິດທິໃນການຫຼີ້ນກິລາ, ຄວາມໝັ້ນໃຈໃນການຮັບມືເພື່ອແກ້ໄຂບັນຫາ, ຄວາມເຂົ້າໃຈກ່ຽວກັບບົດບາດຍິງຊາຍ ແລະ ຄວາມສາມັກຄີກັນ. ບົດຮຽນເລົ່ານີ້ແມ່ນພວກເຂົາໄດ້ຮຽນຈາກ ຫຼັກສູດ Pass It Back ທີ່ສາມາດນຳໄປໃຊ້ໃນຊີວິດຕົວຈິງໄດ້. ສະນັ້ນການມີສະໂມສອນຊຽງຂວາງ ກໍ່ເປັນທາງເລືອກໜຶ່ງສຳລັບນັກກິລາທີ່ກຳລັງຈະຈົບຈາກຫຼັກສູດ Pass It Back ໄດ້ມາຮຽນທັກສະຣັກບີ້ ແລະ ພັດທະນາຮ່າງກາຍໃຫ້ຄວາມແຂງແຮງຂື້ນໄດ້

Xieng Khouang RFC is a rugby club based in Pek district founded 3 years ago. Most of its 50 registered players, among whom 20 are female, are graduates of the Pass it Back program. Founding a rugby club in their local district was a crucial path towards playing rugby at a higher level and competing at domestic and international settings.  Here are stories of two players from Xieng Khouang RFC. 

IMG_6234.JPG

See Vang is a 17 years old girl and she has been playing rugby since 2015; for the first 2 years with the Pass It Back program and the most recent 3 years with Xieng Khouang RFC.

“I started with tagged rugby and learned life skills through the 4 courses in the [Pass It Back] program. This was the first time I heard about gender equality. I learnt that females have equal rights to play sports and it gave me the confidence to challenge the idea that people have about females that females are weak and females shouldn’t play sport. After the gender equality session, I became confident to say that I can play rugby.” 

IMG_2955.JPG

Now, See Vang is working towards her dream to be part of the national rugby team and working hard to prepare for the scouting sessions. 

See Vang noted how she enjoyed training sessions at Xieng Khouang RFC. Not only are the coaches passionate, learning the English vocabulary associated with rugby through these sessions allowed her to travel to Hong Kong, Singapore, Vietnam and Thailand. 

 “Contact rugby allows me to make more friends, travel to other provinces and other countries. For example, the Vientiane International Competition in Vientiane Capital - I am proud to be part of the historic and largest rugby event in Laos.” 

IMG_6163.JPG

However, See Vang is also concerned about the recent decrease of female players in the club.  “Many females are worried that by joining the club and playing outdoor sports would make them fall out of the current beauty standard that white pale skin is beautiful and attractive. Practicing rugby outdoors can have a bad influence on their skin color and many females don’t want that. In addition, people have misconception that playing rugby will cause infertility, and hence their concerned parents don’t allow their kids to join rugby clubs. Also, many parents believe that females must stay home and be responsible for household chores and cook food for family members as girls and women community must do. Personally I don’t care about those social expectations, as I have been playing rugby for 5 years and as time goes by, it proves that what they thought and believed are not true. Lao Khang played contact rugby for many years and she was also able to have a lovely family, become pregnant and she just delivered her baby. This proves that someone’s fertility or infertility is about their own body and medical conditions, not about the sport.” 

Even though misconceptions about rugby persist in the community, See Vang remains passionate about the sport. See Vang noted, “rugby is a like a door of opportunity which brought me enjoyment and to different places and cultures in the world, and also allowed me to make a lot of new friends. I still hope that our club can continue. I will try to encourage and persuade female players that I know to come and join our club after the Pass It Back program, because rugby is safe and people can benefit from it.”

Done Yang is a male player from Xieng Khuang RFC and he’s also a graduate of the Pass It Back program, in which he was impressed about gender equality and the idea of equal rights for everyone.  

IMG_4536.JPG

“I have two siblings, one younger brother and one younger sister. My brother keeps telling my sister to stay home and do all the household chores for the family. So I had to educate him that he also needs to help our sister; she also has the right to do the things she wants just like him. Above all, we are siblings and we have to be united.”

Done went ahead to join the rugby club in 2018. He said that, “by joining contact rugby, I became very fit and much stronger than when I played tagged rugby. This is because there are sessions specifically to help enhance players’ fitness in order to play contact rugby well. By joining the club, it allowed me to join the tournament in Vientiane Capital, which my parents were really proud of and I was really happy.” 

See Vang and Done Yang are both exemplary players who demonstrate how players take lessons from the Pass It Back program and apply them to their future rugby careers at their local clubs. We will continue to support our passionate players in Xieng Khouang Province as they work tirelessly for their local communities.  .

Screen Shot 2021-02-26 at 10.25.11.png