Humans of Lao Rugby: Laiyar

Scroll down for English language version

Scroll down for English language version

ນາງ ໄຫຼ ຢ່າ ເຊີ່ງລາວເປັນຄູຝືກ Pass It Back ປີທີ1 ແລະ ຮັບຜິດຊອບສອນ 2ທີມ ຢູ່ເມືອງແປກ ແຂວງຊຽງຊວາງ. ນອກຈາກນີ້ລາວຍັງເປັນນັກກິລາຂອງສະໂມສອນຊຽງຂວາງ ເພື່ອຢາກຮຽນຮູ້ທັກສະໃຫມ່ ແລະ ເຂົ້າຮ່ວມການແຂ່ງຂັນຣັກບີ້. ການມາເປັນຄູຝືກນີ້ມັນເຮັດໃຫ້ ໄຫຼ ຢ່າ ມີການປ່ຽນແປງຈາກຕອນທີ່ຍັງບໍ່ໄດ້ມາເປັນຄູຝືກຫຼາຍເຊັ່ນ: ກ່ອນໜ້ານີ້ແມ່ນລາວບໍ່ມີຄວາມກ້າບໍ່ມີຄວາມສາມາດທີ່ຈະກ້າສະແດງອອກ, ບໍ່ຮູ້ຈັກການຈັດການເວລາຂອງຕົນເອງ, ບໍ່ມີຄວາມໝັ້ນໃຈໃນຕົນເອງ. ແຕ່ຫຼັງຈາກທີ່ລາວໄດ້ມາເປັນຄູຝືກແລ້ວເຮັດໃຫ້ລາວມີຄວາມກ້າຫານທີ່ຈະເວົ້າ, ມີຄວາມສາມາດ, ມີຄວາມເປັນຜູ້ນຳຫຼາຍຂື້ນ. ພ້ອມທັງປ່ຽນຄວາມຄິດເກົ່າໆຂອງລາວກ່ຽວກັບຜູ້ຍິງທີ່ວ່າບໍ່ສາມາດເປັນຜູ້ນຳ ແລະ ບໍ່ສາມາດອອກຄຳຄິດເຫັນໄດ້.

ແຕ່ກ່ອນທີ່ ໄຫຼ ຢ່າ ຍັງບໍ່ທັນເປັນຄູຝຶກແມ່ນລາວມັກຈະຄິດກັບຕົນເອງວ່າ “ຂ້ອຍເປັນຜູ້ນຳບໍ່ໄດ້ ເພາະຂ້ອຍບໍ່ມີຄວາມຮູ້ພຽງພໍທີ່ຈະໄປບອກໝູ່ເຮັດບາງສິ່ງບາງຢ່າງທີ່ວ່າ ເຮັດນັ້ນຖືກ ຫຼື ບໍ່ຖືກ.” ເຊິ່ງເວລາທີ່ໝູ່ຂອງລາວມັກໄປຫຼີ້ນກາງຄືນ ແລ້ວຊວນລາວໄປຫຼີ້ນນຳ. ໃນຕອນນັ້ນໄຫຼຢ່າຮູ້ວ່າເປັນເປັນສິ່ງບໍ່ດີ ແລ້ວລາວກໍ່ບອກປະຕິເສດໄປ ແຕ່ວ່າລາວຍັງບໍ່ມີຄວາມກ້າຫານທີ່ຈະຕັກເຕືອນ ຫຼື ບອກກັບໝູ່ຄົນນັ້ນວ່າ ມັນເປັນສິ່ງທີ່ບໍ່ດີແນວໃດທີ່ພວກເຂົາໄປຫຼີ້ນກາງຄືນແບບນັ້ນ. ນີ້ເປັນສະຖານະການທີ່ໄວໜຸ່ມຫຼາຍຄົນມັກພົບພໍ້ ເພາະບໍ່ມີຄວາມໝັ້ນໃຈໃນຕົນເອງ ແລະ ມັກຄິດວ່າຕົນເອງເປັນຜູ້ນຳບໍ່ໄດ້ ເຊິ່ງໄຫຼຢ່າກໍ່ມັກຄິດແບບນັ້ນຕະຫຼອດ.

ແຕ່ເມື່ອໄຫຼຢ່າເລີ່ມມາເປັນຄູຝຶກແລ້ວ ລາວເລີ່ມີການຮຽນຮູ້ ແລະ ປ່ຽນແປງຕົນເອງຜ່ານປະສົບການໃນການໄປສອນແຕ່ລະວັນ. ເຊິ່ງເລີ່ມຈາກການກ້າລົມກັບນັກກິລາໃນເວລາທີ່ສອນທັກສະຣັກບີ້ ແລະ ສົນທະນາກັບນັກກິລາຫຼາຍໆຄັກ ເຮັດໃຫ້ລາວມີຄວາມໝັ້ນໃຈທີ່ຈະສື່ສານກັບຄົນອື່ນຫຼາຍຂື້ນ. ໄຫຼ ຢ່າເວົ້າວ່າ “ຂ້ອຍໄດ້ໄປສອນນັກກິລາຫຼາຍເທື່ອ ແລ້ວເຮັດໃຫ້ຂ້ອຍກ້າເວົ້າຫຼາຍຂື້ນ ເພາະຕ້ອງໄດ້ສອນພວກເຂົາກ່ຽວກັບບົດຮຽນ ແລະ ສົ່ງຄວາມຮູ້ໃຫ້ພວກເຂົາ. ເມື່ອຂ້ອຍເຮັດແບບນັ້ນຫຼາຍເທື່ອ ເຮັດໃຫ້ຂ້ອຍຮູ້ສຶກວ່າຂ້ອຍເປັນຜູ້ນຳໄດ້ ເພາະຂ້ອຍສາມາດເປັນຜູ້ນຳນັກກິລາທີມຂອງຂ້ອຍໄດ້ ຂ້ອຍກໍ່ໄດ້ເລີ່ມມີຄວາມໝັ້ນໃຈໃນຕົນເອງຫຼາຍຂື້ນ.”

IMG_6720.JPG

ໄຫຼ ຢ່າ ປ່ຽນແປງຄວາມຄິດກ່ຽວກັບຜູ້ຍິງສາມາດເປັນຜູ້ນຳ ແລະ ສະແດງຄຳຄິດເຫັນໄດ້ຍ້ອນວ່າ ລາວໄດ້ເຫັນເອື້ອຍລາວຄ້າງ ແລະ ຜູ້ຍິງຄົນອື່ນທີ່ຢູ່ໃນກິດຈະກຳຫຼັກສູດ Pass It Back ສາມາດເປັນຜູ້ນຳພາເຮັດກິດຈະກຳ. ໄຫຼຢ່າເວົ້າວ່າ “ຕ້ອງແຕ່ເລີ່ມເຂົ້າມາເປັນຄູຝຶກ ຂ້ອຍເຫັນເອື້ອຍລາວຄ້າງ ແລະ ຜູ້ຍິງຄົນອື່ນຫຼາຍຄົນນຳພາຄູຝຶກເຮັດປະຊຸມ, ຈັດການຝຶກອົບຮົມຕ່າງໆໄດ້.” ນັ້ນເປັນຕົວຢ່າງໜຶ່ງທີ່ ໄຫຼ ຢ່າ ໄດ້ພົບກັບສະຖານະການທີ່ຜູ້ຍິງເປັນຜູ້ນຳໄດ້ ມັນເລີຍໃຫ້ລາວປ່ຽນຄວາມຄິດວ່າ ຜູ້ຍິງເປັນຜູ້ນຳໄດ້ຄືກັນກັບຜູ້ຊາຍ.

ໃນຕອນທຳອິດທີ່ ໄຫຼ ຢ່າ ມາເປັນຄົນຝຶກໝູ່ເພື່ອນຂອງລາວທີ່ຮຽນນຳກັນໃນຫ້ອງຫຼາຍຄົນມັກເວົ້າວ່າ “ເຈົ້າໂຕນ້ອຍແທ້ ເຈົ້າກໍ່ຈະສອນຣັກບີ້ໄດ້ຫວາ? ແຕ່ເມື່ອພວກເຂົາເຫັນຂ້ອນສອນ ແລະ ບາງຄົນກໍ່ໄດ້ມາເປັນນັກກິລາຂ້ອຍນຳ ພວກເຂົາກໍ່ແປກໃຈວ່າເປັນຫຍັງເວລາທີ່ເຈົ້າສອນຄືປ່ຽນແປງເປັນຄົນລະຄົນແທ້ ຄືບໍ່ຄືກັນກັບເວລາທີ່ຢູ່ຫ້ອງຮຽນ ເຈົ້າຄືຜູ້ໃຫຍ່ຂື້ນ.” ເຊິ່ງໝູ່ເພື່ອນຂອງ ໄຫຼ ຢ່າ ທັງຍິງທັງຊາຍໃນຫ້ອງຮຽນຂອງລາວເລີ່ມເຫັນການປ່ຽນແປງລາວແຕກຕ່າງ ຈາກເມື່ອກ່ອນທີ່ບໍ່ຄ່ອຍມັກເວົ້າ ແຕ່ເມື່ອລາວໄດ້ໄປສອນນັກກິລາແລ້ວໝູ່ເພື່ອນຂອງລາວໄດ້ເຫັນເຖິງຄວາມສາມາດຂອງ ໄຫຼຢ່າທີ່ສາມາດສອນເດັກນ້ອຍໄດ້ ແລະ ມີການປະພຶດທີ່ເປັນຜູ້ໃຫຍ່ຂື້ນ. 

ປັດຈຸບັນນີ້ພໍ່ແມ່ ແລະ ພີ່ນ້ອງທີ່ຢູ່ອ້ອມຂ້າງກໍ່ມີການຍອມຮັບວ່າໄຫຼຢ່າສາມາດເປັນຜູ້ນຳໄດ້ ຍ້ອນລາວສາມາດໄປສອນໄດ້ ເຊິ່ງພໍ່ແມ່ເວົ້າວ່າ “ລູກໂຕນ້ອຍແບບນີ້ກໍ່ສາມາດໄປສອນຄົນໂຕໃຫຍ່ໆໄດ້ຫວາ? ແຕ່ເມື່ອພວກເຂົາເຫັນຂ້ອຍໄປສອນຫຼາຍໆເທື່ອແລ້ວ ພວກເຂົາກໍ່ບອກວ່າ ລູກກໍ່ໄປສອນໄດ້ແທ້ເນາະ.” 

ນອກຈາກນີ້ອີກສີ່ງໜຶ່ງທີ່ລາວພູມໃຈທີ່ໄດ້ມາເປັນຄູຝືກນີ້ແມ່ນລາວໄດ້ສອນຫຼັກສູດ Pass It Back ເພື່ອສົ່ງຄວາມຮູ້ທີ່ຕົນເອງໄດ້ຮຽນມາ ແລະ ສອນທັກການຫຼີ້ນຮັກບີ້ໃຫ້ກັບເດັກນອ້ຍ. ໄຫຼ ຢ່າ ບອກກັບຕົນເອງວ່າ “ເຖິງຂ້ອຍຈະເປັນຜູ້ຍິງ ແຕ່ຂ້ອຍບໍ່ຍອມແພ້ງ່າຍ ມັນເຮັດໃຫ້ຂ້ອຍມີຄວາມກ້າຫານ, ມີຄວາມໝັ້ນໃຈໃນຕົນເອງຫຼາຍ ແລະ ສາມາດເຮັດໃຫ້ຄົນອື່ນເຫັນວ່າເຖີງຂ້ອຍຈະແມ່ນຜູ້ຍີງ ແຕ່ກໍ່ສາມາດເປັນຜູ້ນຳໄດ້ ແລະ ສາມາດອອກຄຳຄິດຄຳເຫັນທຸກເລື່ອງໄດ້ຄືກັນ. ເຖິງຂ້ອຍຈະໂຕນ້ອຍ ແຕ່ກໍ່ສາມາດເປັນຄູຝືກສອນໄດ້. ຕອນນີ້ຂ້ອຍກໍ່ໄດ້ເຮັດໃຫ້ເຂົາເຈົ້າເຫັນວ່າຂ້ອຍເປັນຄູຝຶກສອນນັກກິລາໄດ້ແລ້ວ. ຕອນນີ້ຄົນໃນຊຸມຊົນຂອງຂ້ອຍໄດ້ຍອມຮັບວ່າຂ້ອຍເປັນຄູຝຶກຄົນໜຶ່ງທີ່ສາມາດສອນນັກກິລາເດັກນ້ອຍ ແລະ ຄົນທີ່ໃຫຍ່ກວ່າຂ້ອຍໄດ້ແລ້ວ.” 

IMG_4425.JPG

ໃນອະນາຄົດໄຫຼຢ່າກໍ່ໄດ້ມີການວາງແຜນວ່າຢາກສອນເດັກນ້ອຍໃນຊຸມຊົນກໍ່ຄືນັກກິລາໃນທີມຂອງລາວໃຫ້ມີຄວາມໝັ້ນໃຈໃນຕົນເອງຄືກັນກັບລາວ ເພື່ອໃຫ້ພວກເຂົາສາມາດເປັນຜູ້ນຳກໃນອະນາຄົດໄດ້ຄືກັນ.

ນອກຈາກ ໄຫຼ ຢ່າ ເປັນຄູຝຶກແລ້ວ ລາວຍັງເປັນນັກກິລາໃນສະໂມສອນຊຽງຂວາງ RFC ແລະນີ້ເປັນໂອກາດໜຶ່ງຂອງລາວໃນການມີໂອກາດເຂົ້າຮ່ວມການແຂ່ງຂັນ. ສຳລັບ ໄຫຼ ຢ່າ ແລ້ວການເປັນນັກກິລາສະໂມສອນກໍ່ແມ່ນການຮຽນຮູ້ທັກສະໃຫມ່ ແລະ ພັດທະນາຕົນເອງໃຫ້ເປັນນັກກິລາທີ່ເກັ່ງເພື່ອໄດ້ໄປແຂ່ງຂັນຫຼາຍບ່ອນ ແລ້ວເອົາປະສົບການທີ່ໄດ້ຮັບມາສອນໃຫ້ກັບຄົນໃນທີມທີ່ຢູ່ຫຼັກສູດ Pass It Back ເພື່ອໃຫ້ນັກກິລາຂອງລາວໄດ້ມີການພັດທະນາທັກສະການຫຼີ້ນຫຼາຍຂື້ນ. ການປ່ຽນແປງຂອງໄຫຼຢ່າແມ່ນມີຄວາມສຳຄັນຫຼາຍທີ່ລາວໄດ້ມີການປ່ຽນແປງຍ້ອຍເຂົ້າມາເປັນຄູຝຶກ ແລ້ວຊ່ວຍໃຫ້ລາວມີຄວາມໝັ້ນໃຈຂື້ນໃນທຸກໆມື້ ເມື່ອລາວໄປສອນນັກກິລາ. ເຊິ່ງສະຖານະການແບບນີ້ສຳຄັນຫຼາຍກັບໄຫຼຢ່າ ທີ່ລາວສາມາດສ້າງຄວາມໝັ້ນໃຈຜ່ານປະສົບການ ແລະ ລາວຍັງຈະສອນນັກກິລາໃຫ້ເປັນແບບລາວນຳ. ໃນອະນາຄົດເຮົາກໍ່ຈະມີຜູ້ນຳຍິງທີ່ມີຄວາມໝັ້ນໃຈຫຼາຍໆຄົນທີ່ຈະສ້າງຊຸມຊົມໃຫ້ມີຄວາມປອດໄພຫຼາຍຂື້ນ.

IMG_7422.JPG

Today’s story is about Lai Yar, who is a first-year Pass It Back coach responsible for two teams in Paek District, Xieng Khouang Province. In addition, she is also a rugby player for the Xieng Khouang Rugby Club where she learns new rugby skills and participates in rugby competitions. Being a coach has changed Laiyar significantly. Before, she was unable to express herself and manage her time, and lacked confidence. However, after she became a coach, she has gained the courage to speak, gained new abilities and leadership skills. She also no longer believes that girls cannot be leaders and she believes that girls can express their thoughts.

Before Laiyar became a coach, she often thought to herself, “I cannot be a leader because I do not have the knowledge to tell others what is right or wrong.” When her friends when out at night, they asked if Laiyar wanted to joined them. At the time, Laiyar was aware that it was not a good thing but she did not dare to tell her friends. Instead, Lai Yar just declined the invitation. This is a common situation that many youths experience because they lack self confidence and think that they cannot be leaders. This was also the case for Lai yar. 

IMG_6995.JPG

After Lai Yar started coaching, she gradually gained knowledge and changed herself. First, she became brave enough to talk to players when teaching rugby. This made her feel more confident in communicating with other people. “I went to coach the players many times, which made me feel more confident in speaking since I have to teach them lessons and pass on knowledge to them. After doing that many times, I felt that I could be a leader because I was able to lead the players in my team. I then started gaining a lot of self-confidence.”

Lai Yar’s attitude towards female leadership has also changed after she saw Lao Khang [Coordinator for Xieng Khouang Province] and other females lead activities in the Pass It back program. “Since the day I became a coach, I saw that Lao Khang and other girls and women were able to lead monthly coach meetings and coach trainings” said Lai Yar. This made her think that women can also lead like men. 

When she first became a coach, her classmates often said to her, “‘you are so small, are you going to be able to teach rugby?’. However, once they saw my sessions, some classmates even became my players. They were surprised that I changed into a completely different person when I coach. They said that I am different from when I am in the classroom. They said I become more mature.” Laiyar's classmates, both girls and boys, started to see her change. In the past, she did not like to speak, but after coaching players, her friends saw that she was able to coach children and became more mature.

Today, her family and relatives all acknowledge that Laiyar is able to be a leader. Laiyar recalls that her parents used to remark, “You are small, are you able to coach people who are bigger than you?. However after they saw me go coach many times, they said that ‘you really can do it’”.

IMG_5248.JPG

In addition, she is also proud to be a Pass It Back coach because she is able to pass on her knowledge and teach rugby skills to children. Lai Yar said, “Even though I am a girl, I did not give up easily. This program helped me become more courageous, have more self confidence, and show others that even though I am a girl, I can become a leader and share my thoughts and opinions. Even though I am small, I am able to be a coach. Now I have shown others that I can be a coach and people in my community acknowledge that I am a coach who can teach young children and people who are older than me”.

IMG_4559.JPG

In the future, Lai Yar plans to teach children in her community in order for them to become confident like herself and become leaders in the future. In addition to coaching, Laiyar is also a rugby club player for the RFC, which provides her with the opportunity to participate in competitions. Being a club player allows Lai Yar to gain new skills and develop herself into a good player so that she can compete in many places. She can also use the experiences she gains to teach players in the Pass It Back program in order to further develop the players. Lai Yar's change is very important because she changed as a result of becoming a coach. It has helped her gain more confidence when she coaches players. She is able to build her confidence through this experience as well as coach players to be like her. In the future, we will have many confident female leaders who will help create safer communities.