Humans of Lao Rugby: Bie Meevongsa

Scroll down for English language version

Scroll down for English language version

ນາງ ບີ້ ມີວົງສາ ອາຍຸ 16ປິ ເປັນຄູຝຶກຈຳປາບານຣັກບີ້ ພາຍໃຕ້ຫຼັກສູດ Pass It Back ຕັ້ງແຕ່ປີ2020 ທີ່ຜ່ານມາ ແລະ ລາວໄດ້ຮັບຜິດຊອບ 3ທີມ ຢູ່ ແຂວງຊຽງຂວາງ. ບີ້ສົນໃຈມາເປັນຄູຝຶກຍ້ອນກ່ອນໜ້ານີ້ແມ່ນລາວເປັນນັກກິລາຈຳປາບານຣັກບີ້ໃນທີມຂອງຄູຝຶກຢຸ້ນມາກ່ອນ ເລີຍເຮັດໃຫ້ລາວສົນໃຈຢາກລອງພັດທະນາຕົນເອງໃຫ້ກາຍເປັນຄູຝຶກສອນລອງເບິ່ງ. ບີ້ໄດ້ລອງມາສະໝັກເປັນຄູຝຶກຊ່ວງນັ້ນແມ່ນຈະສອນຫຼັກສູດ ຂ້ອຍມີເປົ້າໝາຍ ເຊິ່ງເປັນລະດູ Reconnect. ຄວາມຮູ້ສຶກຂອງບີ້ຕອນທຳອິດທີ່ເຂົ້າມາເປັນຄູຝຶກແມ່ນ “ຂ້ອຍຮູ້ສຶກວ່າມັນຍາກ ແລະ ທ້າທາຍຂ້ອຍຫຼາຍ ເພາະຂ້ອຍບໍ່ຮູ້ກ່ຽວກັບການຕັ້ງເປົ້າໝາຍມາກ່ອນ ແລ້ວຍັງຈະສອນບົດຮຽນໃຫ້ກັບເດັກນ້ອຍອີກ. ຂ້ອຍໄດ້ເຮັດວຽກໜັກໃນການເບິ່ງບົດຮຽນຢ່າງລະອຽດກ່ອນໄປສອນທຸກຄັ້ງແລ້ວເຮັດໃຫ້ຂ້ອຍເຂົ້າໃຈເຖິງການຕັ້ງເປົ້າໝາຍແມ່ນເລີ່ມຈາກສິ່ງນ້ອຍໆທີ່ເຮົາຢາກໃຫ້ເກີດຂື້ນ.” ໃນຊ່ວງທຳອິດບີ້ມີຄວາມທ້າທາຍໃນການເປັນຄູຝຶກເລື່ອງບໍ່ຮູ້ວ່າຕ້ອງສອນແບບໃດ ແລ້ວຊ່ວຍໃຫ້ນັກກິລາມີເປົ້າໝາຍ. ແຕ່ຫຼັງຈາກນັ້ນລາວໄດ້ເລີ່ມສອນບົດຮຽນທີ 2 ຊື່ວ່າ ເປົ້າໝາຍແມ່ນຫຍັງ? ບີ້ໄດ້ເລີ່ມເຂົ້າໃຈເຖິງການຕັ້ງເປົ້າໝາຍແມ່ນສາມາດເລີ່ມຈາກສິ່ງນ້ອຍທີ່ເຮົາຢາກໄດ້ເຊັ່ນ: ທ້ອນເງິນຊື້ກະເປົ໋າ ຫຼື ຈະເຮັດຫຍັງໃນແຕ່ລະວັນກໍ່ໄດ້. ມີບົດສົນທະນາໜຶ່ງກ່ຽວກັບການສອນນັກກິລາຂອງລາວວ່າ 

“ຂ້ອຍຖາມນັກກິລາວ່າ ຮູ້ຈັກບໍ່ວ່າເປົ້າໝາຍແມ່ນຫຍັງ? ນັກກິລາທຸກຄົນຕອບວ່າບໍ່ຮູ້ ແລະ ຂ້ອຍກໍ່ໄດ້ແນະນຳຕາມບົດຮຽນວ່າ ເປົ້າໝາຍແມ່ນສິ່ງທີ່ເຮົາກຳນົດໃນແຕ່ລະວັນ ຫຼື ສິ່ງທີ່ເຮົາຢາກໃຫ້ເກີດຂື້ນ. ມີໃຜເຄີຍຄິດບໍ່ວ່າຢາກໄດ້ຫຍັງເປັນຂອງຕົນເອງ? ນັກກິລາຫຼາຍຄົນກໍ່ຕອບວ່າ ຂ້ອຍຢາກໄດ້ສາຍຄໍ, ຂ້ອຍຢາກໄດ້ກະເປົ໋າ… ແລ້ວຂ້ອຍກໍ່ຖາມພວກເຂົາອີກວ່າ ເມື່ອເຮົາຢາກໄດ້ແລ້ວ ເຮົາຄວນເຮັດແນວໃດ? ໃນຕອນນັ້ນຂ້ອຍໄດ້ເຂົ້າໃຈວ່າການມີເປົ້າໝາຍແມ່ນສິ່ງທີ່ສຳຄັນຫຼາຍ ແລ້ວເຮົາສາມາດເລີ່ມຈາກການຕັ້ງເປົ້າໝາຍນ້ອຍໆກໍ່ໄດ້ ບໍ່ຈຳເປັນຕ້ອງແມ່ນເປົ້າໝາຍທີ່ໃຫຍ່ ແຕ່ຕ້ອງເປັນເປົ້າໝາຍທີ່ເໝາະສົມທີ່ເຮົາສາມາດເຮັດໄດ້.” ຜ່ານການສອນນັກກິລາ ແລະ ສົນທະນາກັນກ່ຽວກັບເປົ້າໝາຍ ບີ້ໄດ້ມີການຊ່ວຍເແນະນຳນັກກິລາໃຫ້ຕັ້ງເປົ້າໝາຍຂອງຕົນເອງ ແລະ ຂຽນຂັ້ນຕອນການໄປຮອດເປົ້າໝາຍຢ່າງຊັດເຈນ. ໃນນັ້ນມີບອກວ່າຈະເຮັດແນວໃດເພື່ອໃຫ້ໄດ້ສິ່ງທີ່ຕົນເອງຕ້ອງການ. ມີນັກກິລາຄົນໜຶ່ງໄດ້ຂຽນວ່າຈະທ້ອນເງິນຊື້ກະເປົ໋າໃໝ່ໃຫ້ຕົນເອງ. ລາວກໍ່ໄດ້ເລີ່ມເຮັດຕາມເປົ້າໝາຍນັ້ນແທ້ໆໂດຍບີເລົ່າວ່າ 

“ນັກກິລາຂອງຂ້ອຍໄດ້ທ້ອນເງິນແຕ່ລະວັນທີ່ໄປໂຮງຮຽນມື້ລະ 2.000–3.000 ກີບ ຈາກການໄດ້ຮັບເງິນນຳພໍ່ແມ່ແຕ່ລະມື້. ບາງມື້ພັກເສົາທິດກໍ່ໄປຮັບຈ້າງປອກສາລີ ເພື່ອເອົາເງິນມາທ້ອນໃນການຊື້ກະເປົ໋າ. ປັດຈຸບັນນີ້ນັກກິລາຄົນນັ້ນໄດ້ຮັບກະເປົ໋າໃໝ່ແລ້ວ ພາຍໃນເວລາເດືອນປາຍ.” ນີ້ເປັນຜົນສຳເລັດຢ່າງໜຶ່ງທີ່ບີ້ສາມາດຊ່ວຍເຫຼືອໃຫ້ນັກກິລາສາມາດເຮັດຕາມເປົ້າໝາຍ ເຖິງວ່າມັນເປັນພຽງເປົ້າໝາຍນ້ອຍທີ່ນັກກິລາຂອງລາວເລີ່ມເຮັດ. ບີ້ມີຄວາມຮູ້ສຶກພູມໃຈຫຼາຍທີ່ເຫັນນັກກິລາຂອງຕົນເອງມີຄວາມສາມາດເຮັດຕາມເປົ້າໝາຍທີ່ຕັ້ງໄວ້ ເຊິ່ງລາວເວົ້າວ່າ “ຂ້ອຍຮູ້ສຶກດີໃຈຫຼາຍທີ່ຢ່າງໜ້ອຍການສອນຫຼັກສູດຂ້ອຍມີເປົ້າໝາຍໃຫ້ນັກກິລາສາມາດຕັ້ງເປົ້າໝາຍໄດ້ ເຖິງວ່າຈະເປັນພຽງບົດຮຽນນ້ອຍໆທີ່ຂ້ອຍສອນໃຫ້ເຂົາເຈົ້າກໍ່ຕາມ ແຕ່ເຂົາເຈົ້າກໍ່ສາມາດສຳເລັດການຕັ້ງເປົ້າໝາຍໄດ້.” ໃນຂະນະດຽວກັນບີ້ເອງກໍ່ໄດ້ມີຄວາມເຂົ້າໃຈ ແລະ ຄວາມສຳຄັນຂອງການຕັ້ງເປົ້າໝາຍຫຼາຍຂື້ນນຳ. 

IMG_2534.JPG

ເຊິ່ງໃນລະຫວ່າງເລີ່ມເປັນຄູຝຶກໃໝ່ລາວໄດ້ພົບກັບໜ້າວຽກທີ່ບໍ່ເຄີຍເຮັດມາກ່ອນ ນັ້ນກໍ່ຄືການຮັບສະໝັກນັກກິລາເພື່ອເຂົ້າມາຮຽນຫຼັກສຸດຂ້ອຍມີເປົ້າໝາຍ. ບີ້ໄດ້ມີການລົງທະບຽນ ແລະ ສຳພາດນັກກິລາກ່ອນສອນບົດຮຽນໃຫ້ພວກເຂົາ. ກ່ອນທີ່ຈະເລີ່ມສອນຫຼັກສູດຂ້ອຍມີເປົ້າໝາຍບີ້ຄິດວ່າຫຼັກສູດນີ້ແມ່ນຄວາມສຳຄັນກັບເດັກນ້ອຍຫຼາຍ ເພາະມັນສາມາດຊ່ວຍໃຫ້ພວກເຂົາມີເປົ້າໝາຍຂອງຕົນເອງ ແລະ ສາມາດມີແຜນເພື່ອໄປຮອດເປົ້າໝາຍໃຫ້ສຳເລັດ. ລາວກໍ່ເລີຍມີຄວາມຕັ້ງໃຈສອນ. ຕັ້ງແຕ່ບີ້ເລີ່ມສອນຫຼັກສູດນີ້ ລາວກໍ່ມີການປ່ຽນແປງຕົນເອງໃຫ້ເຮັດຕາມເປົ້າໝາຍທີ່ຕັ້ງໄວ້ກໍ່ຄືການສອນຫຼັກສູດໃຫ້ຄົບ ແລະ ຊ່ວຍນັກກິລາທຸກຄົນໃຫ້ມີເປົ້າໝາຍຂອງຕົນເອງ. ປັດຈຸບັນນີ້ນັກກິລາຂອງບີ້ກໍ່ໄດ້ສ້າງເປົ້າໝາຍສຳເລັດແລ້ວ.

ຈາກເລື່ອງລາວຂອງບີ້ ເຫັນໄດ້ວ່າລາວມີການຊ່ວຍເຫຼືອໃຫ້ນັກກິລາໃນທີມສ້າງເປົ້າໝາຍຜ່ານບົດຮຽນທີ່ລາວສອນ ຈົນເຮັດໃຫ້ນັກກິລາໃນທີມປະສົບຜົນສຳເລັດຄືການທ້ອນເງິນຊື້ກະເປົ໋າດ້ວຍເງິນທີ່ຕົນເອງທ້ອນໄວ້. ນີ້ເປັນປະສົບການໜຶ່ງຂອງຄູຝຶກ Pass It Back ທີ່ກຳລັງຊ່ວຍນັກກິລາຕັ້ງເປົ້າໝາຍຂອງຕົນເອງ.

IMG_7070.JPG

Bee is a 16 year-old girl from Xieng Khouang Province, and she has been a Pass It Back Coach since August 2020. Bee is in charge of 3 teams in her community. Bee wanted to become a coach after being a player herself in Coach Youn’s team, and applied for a position as a coach and was trained to teach the “I have a Goal” curriculum as part of the Reconnect program. Bee shared her feelings when she first became a coach, “[At the beginning] it was difficult and very challenging for me because I knew nothing about setting goals before and I had to teach it to children. So I had to work really hard to review the content in detail every time before I delivered sessions. Gradually I started to understand that setting goals can start off with something small that we want to happen.” 

Bie.jpg

Bee recalls a discussion she had with her players. “I asked my players if they knew what a goal is. And all of them responded that they didn’t know. Then I explained to them according to the module, a goal is something that we set every day or something that we want to happen. Then I asked them if there is anything they want. Many players answered that they wanted a new necklace or a new bag. Then I continued to ask them what they should do in order to get what they want. In that moment, I realized how important it is to have a goal, and that we can start off with a small goal. It does not have to be a big goal, but it should be an achievable one.” Through session deliveries and discussions about goal setting, Bee helped her players set their own goals and clearly list out the steps that they need to take to achieve the goals. 

One of her players wrote that she wanted to buy a new bag for herself and started work towards that goal. “One of my players has started to save her 2,000-3,000 LAK daily allowance that she received from her parents every day. On some weekends she did a part-time job peeling corns in order to save up money to buy a bag. In the present, that player has a new bag after a month and a half [of saving].” That is one of Bee’s achievements in helping her player achieve their goal, even though it is a small one. “I was so excited that my session helped my players set their own goals. Even though what I taught them is a small lesson, they were able to successfully set their own goal.” 

IMG_2506.JPG
IMG_2487.JPG

When Bee first became a coach, she had to deal with work that she had never done before, such as recruiting, registering, and interviewing players before delivering sessions. Even before Bee started delivering sessions, she believed that the “I have a Goal” module is very important for the children because it can help them have their own goals and make plans in order to achieve those goals. Therefore, Bee worked hard to deliver the sessions. Since Bee started teaching this module, she developed as a Coach and started achieving the goals she set such as delivering all the sessions for this module and helping all her players to set their own goals. Currently, all of Bee’s players have finished setting goals. 


From Bee’s story we can see that she helped her players set goals through the sessions she delivers. One of her player achieved their goal of saving money to buy a new bag. This is one of the experiences of how our Pass It Back coaches help their players set goals for themselves.