Sport for Good Stories: Vatthana Sombatniyom

Scroll down for English language version

Scroll down for English language version

ທ້າວ ວັດ​ທະ​ນາ ສົມບັດນິຍົມ ຫຼື ນ້ອຍ ອາ​ຍຸ 22 ປີ, ລາວ​ກຳ​ລັງ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ຄະ​ນະ​ເສດ​ຖະ​ສາດ ແລະ​ ບໍ​ລິ​ຫານ​ທຸ​ລະ​ກິດ. ນ້ອຍ​ເປັນ​ຄູ​ຝຶກຈຳປາບານຣັກບີ້ ພາຍໃຕ້ຫຼັກສູດ Pass It Back ມາໄດ້ 4 ປີ​ແລ້ວ. ປະ​ຈຸ​ບັນ​ກຳລັງສອນ​ 4ທີມ ເຊິ່ງນັກກິລາທັງໝົດປະມານ 60ຄົນ. ນ້ອຍ​ໄດ້​ສອນ​ປື້ມ​ທັງ​ໝົດ 4 ຫຼັກ​ສູດກ່ຽວກັບ​: ຄວາມເຂົ້າໃຈບົດ​ບາດ​ຍິງ​ຊາຍ, ການວາງ​ແຜນ​ອະ​ນາ​ຄົດ, ຄວາມ​ສຶກ​ປອດ​ໄພ ແລະ ​ສຸ​ຂະ​ພາບ​ແຂງ​ແຮງ​. ນອກຈາກການສອນຫຼັກສູດກ່ຽວກັບທັກສະຊີວິດທີ່ສຳຄັນແລ້ວ ລາວຍັງໄດ້ມີການຮຽນທັກສະການປະຖົມພະຍາບານຂັ້ນຕົ້ນ, ການຫຼຸດຜ່ອນຄວາມສ່ຽງ ແລະ ການວັດແທກການປ່ຽນແປງອີກນຳ. ຕະຫຼອດເວລາການເປັນຄູຝຶກ ນ້ອຍມັກຮຽນທີ່ສຸດແມ່ນກ່ຽວກັບການ ປະຖົມພະຍາບານຫຼາຍຍ້ອນວ່ານ້ອຍມັກການທີ່ໄດ້ປິ່ນປົວເບິ່ງແຍງຜູ້ຄົນ ແລະ ນັກກິລາທີ່ໄດ້ຮັບບາດເຈັບ. ລາວໄດ້ຕິດຕາມອາການບາດເຈັບເວລາທີ່ນັກກິລາຂອງລາວໃນລະວ່າງຊ້ອມຢູ່ເລື້ອຍໆ. 

ນ້ອຍໄດ້ມີໂອກາດຮຽນການປະຖົມພະຍາບານຂັ້ນຕົ້ນນຳ ຈ້ອຍ ວໍເຕີ້ ເຊິ່ງເປັນແພດສະໜາມສະເພາະຂອງກິລາຣັ້ກບີ້ຕ່າງປະເທດ, ຈາກນັ້ນມາລາວກໍມີຄວາມຫຼົງໄຫຼຫຼາຍຂຶ້ນຈົນໄດ້ກາຍເປັນຜູ້ນຳໃນການຮຽນປະຖົມພະຍາບານເພື່ອສອນຄູຝຶກທີ່ເຂົ້າຮ່ວມຝຶກອົບຮົມຄູຝຶກໃນສົກປີ 2017.  ເຊິ່ງຊ່ວງເວລາທີ່ໄດ້ຮັບໜ້າທີ່ນີ້ ເຮັດໃຫ້ນ້ອຍຮູ້ສຶກວ່າ “ຂ້ອຍຕື່ນເຕັ້ນ ແລະ ປະທັບໃຈທີ່ໄດ້ນຳພາຄູຝຶກຮຽນປະຖົມພະຍາບານຂັ້ນຕົ້ນຕາມຂັ້ນຕອນທີ່ຖືກຕ້ອງ. ແຕ່ມີບາງຄັ້ງຂ້ອຍກໍ່ຮູ້ສຶກບໍ່ໝັ້ນໃຈກ່ອນທີ່ຈະນຳພາສອນ. ຂ້ອຍໄດ້ກັບໄປຖາມເອື້ອຍປຸ໋ຍກ່ຽວກັບການວິທີການແນະນຳຄູຝຶກ ແລະ ພະຍາຍາມສັງເກດຕອນທີ່ເອື້ອຍປຸ໋ຍຍສາທິດ ຫຼື ສະແດງໃຫ້ເບິ່ງຈາກນັ້ນຂ້ອຍກໍເລີ່ມຮູ້ຈັກແນວທາງໃນການເລີ່ມສອນ. ຄວາມຕື່ນເຕັ້ນກໍ່ຫຼຸດລົງໜ້ອຍໜຶ່ງ ແລະ ມີການວາງແຜນຕື່ມໃນກິດຈະກຳເພື່ອເຮັດໃຫ້ງ່າຍໃນການຈັດການຕົນເອງ”.  

IMG_7079.JPG

ໃນການຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນໃຫ້ຄູຝຶກ ນ້ອຍໄດ້ນຳພາເຮັດການສອນຢ່າງລະອຽດທັງໃຫ້ຄຳແນະນຳຈົນຄູຝຶກມີຄວາມໝັ້ນໃຈປະຕິບັດຈົນຖືກວິທີ. ຫຼັງຈາກນັ້ນເວລາມີການແຂ່ງຂັນຈຳປາບານແຕ່ລະເທື່ອນ້ອຍກໍມີຈິດອາສາຢາກເປັນແພດສະໜາມທຸກເທື່ອຈຶ່ງມີຜູ້ໃຫຍ່ທີ່ເຫັນແວວຄວາມສາມາດຂອງລາວ. ຈາກນັ້ນລາວກໍໄດ້ຮັບໜ້າທີ່ເປັນຜູ້ຈັດການທີມແພດສະໜາມໃນການວຽງຈັນເທັນ ໃນປີ 2018 ເປັນປະສົບການໃໝ່ທີ່ທ້າທາຍຫຼາຍສຳລັບນ້ອຍທີ່ຕອນນັ້ນອາຍຸ 18 ປີ ແລະເປັນຄັ້ງທຳອິດແຕ່ສິ່ງລາວກັງວົນເປັນຕຳແໜ່ງທີ່ສຳຄັນ ແລະເບິ່ງຄວາມປອດໄພຂອງນັກກິລາ, ການນຳພາແລະຈັດທີມແພດສະໜາມ ແລະລາວກໍມີຜູ້ຊ່ວຍໃຫ້ຄຳປຶກສາເຊັ່ນເອື້ອຍປຸຍ, ຈ້ອຍ ແລະ ອາສາກູ້ໄພທີ່ມີປະສົບການ ຊ່ວຍແນະນຳວິທີການຮັບມື ແລະກຽມອຸປະກອນແພດ. ສິ່ງທີ່ລາວຕ້ອງເຮັດໃນຕອນນີ້ແມ່ນມີຫຼາຍຢ່າງທີ່ລາວຕ້ອງຈັດການ “ຂ້ອຍໄດ້ປະເມີນອາການບາດເຈັດຂອງນັກກິລາ ແລະ ຈັດທີມແພດ ແລ້ວທຸກຄົນກໍໄດ້ໃຫ້ຄວາມຮ່ວມມືນຳຂ້ອຍເປັນຢ່າງດີ.” ຈົນແລ້ວງານກໍຈົບໄປດ້ວຍດີ ລາວສາມາດຮັບມືກັບແຕ່ລະສະຖານະການດ້ວຍການນຳໃຊ້ຄວາມຮູ້ຈາກການຝຶກອົບຮົມແຕ່ລະເທື່ອ ແລະ ລາວມີຄວາມກ້າໃນການຕັດສິນໃຈຫຼາຍຂຶ້ນເມື່ອລາວໄດ້ນຳໃຊ້ຄວາມຮູ້ນັ້ນເຂົ້າມາໃຊ້ໃນບັນຫາທີ່ເກີດຂຶ້ນນຳນັກກິລາທີ່ບາດເຈັບ.

ນ້ອຍບອກວ່າ “ຄວາມປອດໄພເປັນສິ່ງສຳຄັນໃນການເຮັດກິດຈະກຳຂອງການຫຼີ້ນຣັກບີ້ ຫຼື ກິດຈະກຳອື່ນ ຂ້ອຍຈຶ່ງເບິ່ງເລື່ອງຄວາມປອດໄພຂອງນັກກິລາທີ່ເຂົ້າຮ່ວມໄດ້ໃນການແຂ່ງຂັນຕໍ່ເວລາທີ່ມີອາການບາດເຈັບ. ເພື່ອຮັບປະກັນຄວາມເໝາະສົມທີ່ນັກກິລາຈະບໍ່ມີອາການເຈັບຊຳ້ເຮື້ອ ຫຼື ເຈັບໜັກ.” ນ້ອຍໄດ້ແນະນຳວິທີການຮັກສາໃຫ້ນັກກິລາທີ່ບາດເຈັບແຕ່ລະຄົນໃຫ້ຮັກສາດ້ວຍໂຕເອງເວລາພັກຊ້ອມ. ຫຼັງຈາກຈົບໜ້າທີ່ໃນງານສຳຄັນທີ່ລາວເປັນຜູ້ຈັດການທີມປະຖົມພະຍາບານໃນງານແຂ່ງຂັນວຽງຈັນເທັນປີ 2018 ແລ້ວ ລາວກໍໄດ້ຮັບໜ້າທີ່ໃນການເປັນຜູ້ປະຖົມພະຍາບານທຸກຄັ້ງທີ່ມີການແຂ່ງຂັນຣັກບີ້ເຊັ່ນ: ງານສະແຂ່ງຂັນຂອງສະໂມສອນ, ງານແຂ່ງອຸ່ນເຄື່ອງທີມຊາດ ແລະ ໃນງານວຽງຈັນເທັນປີ 2020 ລາວກໍໄດ້ຮັບໜ້າທີ່ເປັນແພດສະໜາມ ແລະ ຜູ້ຈັດການທີມແມ່ນເອື້ອຍປຸ໋ຍ ລາວກໍປະຕິບັດໜ້າທີ່ຂອງຕົນເອງໄດ້ຢ່າງດີທັງພ້ອມຮັບມືກັບທຸກສະຖານະການທີ່ຈະເກີດຂຶ້ນ. ສຳລັບນ້ອຍແລ້ວເອື້ອຍປຸ໋ຍເປັນຜູ້ຈັດການທີມແພດທີ່ໃສ່ໃຈກັບທຸກລາຍລະອຽດ ແລະ ເຮັດໜ້າທີ່ການເປັນແພດສະໜາມສຸດຄວາມສາມາດ. ພ້ອມກັນນັ້ນລາວຍັງຄອຍໃຫ້ຄຳແນະນຳທຸກຄົນໃນທີມແພດສະໜາມ. “ສິ່ງສຳຄັນຄືສິ່ງທີ່ຂ້ອຍຮຽນຮູ້ໃນການມາເຮັດວຽກຊ່ວຍເອື້ອຍປຸ໋ຍໃນການເປັນແພດສະໜາມ ແມ່ນການໃຫ້ຄຳແນະນຳກັບທຸກຄົນ ແລະ ແບ່ງໜ້າທີ່ໃນການເຮັດວຽກ. ພ້ອມທັງຮຽນຮູ້ໃນການເປັນຜູ້ນຳທີມແພດສະໜາມເວລາທີ່ມີການແຂ່ງຂັນ ແລະ ຢາກຂອຍໃຈເອື້ອຍປຸ໋ຍທີ່ຄອຍໃຫ້ຄວາມຮູ້ ແລະຊ່ວຍເຫຼືອມາຕະຫຼອດ.” 

IMG_1434.JPG

ປັດຈຸບັນມີສິ່ງທ້າທາຍໃໝ່ເກີດຂຶ້ນເຊິ່ງເປັນວິກິດຂອງໂລກກໍຄືພະຍາດລະບາດໂຄວິດ 19 ເຮັດໃຫ້ກິດຈະກຳສອນ, ງານແຂ່ງຂັນ, ການຝຶກອົບຮົມຕ້ອງຢຸດທຸກຢ່າງ. ນ້ອຍກໍມີຄວາມກັງວົນເພາະສະຖານະການຂອງພະຍາລະບາດນີ້ແມ່ນບໍ່ສະແດງທ່າທີວ່າຈະຫຼຸດລົງ. ເຮົາຈະຮູ້ວ່າຕິດພະຍາດນີ້ ກໍ່ຕໍ່ເມື່ອເຮົາໄປກວດຢູ່ໂຮງໝໍ ແລະ ໃຊ້ເວລາດົນ. ລາວມີຄວາມກັງວົນວ່າໂຕເອງ ຫຼື ຄົນໃນຄອບຄົວຈະຕິດພະຍາດນີ້ບໍ່. ແຕ່ລາວໄດ້ຮູ້ມາດຕາການປ້ອງກັນຈາກເຟສບຸກກະຊວງສາທາລະນະສຸກກ່ຽວກັບການປ້ອງກັນມີຄື: “ລ້າງມືໃຫ້ສະອາດດ້ວຍສະບູ 20 ວິນາທີ ຫຼື ລ້າງດ້ວຍເຈວລ້າງມືປະສົມແອວກໍຮໍ 70%, ການໃສ່ໜ້າກາກ, ຮັກສາໄລຍະຫ່າງ1ແມັດ ຫຼື ບໍ່ອອກບ້ານແມ່ນດີທີ່ສຸດ.” ລາວກໍໄດ້ແຊຣຂໍ້ມູນທີ່ໜ້າເຊື່ອຖືເພື່ອໃຫ້ນັກກິລາ, ໝູ່ເພື່ອນໄດ້ຮູ້ນຳກັນ ແລະ ບອກຄູຝຶກໃນຫຼັກສູດ Pass It Back ກ່ຽວກັບວິທີປ້ອງກັນນີ້.

ການລະບາດພະຍາດໂຄວິດ 19 ມີຜົນກະທົບຕໍ່ກັບການເຮັດວຽກປະຖົມພະຍາບານຂອງນ້ອຍ ແລະ ຍັງເຮັດໃຫ້ລາວພົບສິ່ງທ້າທາຍກໍຄືແຜນທີ່ລາວກຽມໄວ້ໝົດປີ ແມ່ນໄດ້ຢຸດໝົດເລີຍ ທັງເລື່ອງການທ້ອນເງິນ, ການເຄື່ອນໄຫວກິດຈະກຳການແຂ່ງຂັນ. ແຕ່ຕໍ່ມາທາງສະຫະພັນຣັກບີ້ແຫ່ງຊາດລາວກໍມີໄດ້ການຈັດກິດຈະກຳຣັກບີ້ຢູ່ບ້ານໃຫ້ຄູຝຶກ Pass It Back ໂດຍການຖ່າຍວິດີໂອເຮັດກິດຈະກຳຝຶກຊ້ອມຣັກບີ້ຢູ່ບ້ານ ເພື່ອໃຫ້ທຸກຄົນ ຫຼື ນັກກິລາທີ່ຕິດຕາມເຮັດກິດຈະກຳນຳກັນຢູ່ບ້ານແບບບໍ່ໜ້າເບື່ອ ແລະລາວກໍໄດ້ບອກຄົນຢູ່ບ້ານ, ໝູ່ຂອງລາວກ່ຽວກັບຂ່າວກິດຈະກຳດີໆນີ້ໃຫ້ທຸກຄົນເຂົ້າຮ່ວມນຳກັນ. ແຕ່ເນື່ອງຈາກວ່າໃນປະເທດລາວມີຜູ້ຕິດເຊື້ອໂຄວິດ 19 ໜ້ອຍລົງ ແຜນວຽກຂອງນ້ອຍກໍໄດ້ເລີ່ມໃໝ່ເມື່ອສະຖານະການເລີ່ມປົກກະຕິໂດຍການວາງແຜນ 1 ເດືອນ ຫາ 3 ເດືອນກ່ອນເຂົ້າຮຽນ ແລະ ສອນນັກກິລາປົກກະຕິ. 

ຕອນນີ້ກໍ່ກຳລັງຈະຮອດທ້າຍລະດູຂອງການຮຽນປື້ມ ຂ້ອຍມີເປົ້າໝາຍ ເຊິ່ງນ້ຈະມີການຈັດການແຂ່ງຂັນໃນຫຼາຍໂຮງຮຽນທັງຊຽງຂວາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ. ນ້ອຍຢາກບອກທຸກຄູຝຶກ Pass It Back ວ່າ: “ເວລາທີ່ມີການແຂ່ງຂັນຄູຝຶກເຮົາມີການແບ່ງໜ້າທີ່ກັນໄດ້ຢ່າງຊັດເຈນ ແລະ ມີຫຼາຍໜ້າວຽກສຳລັບການແກ້ໄຂບັນຫາທີ່ສຳຄັນ ຂໍໃຫ້ທຸກຄົນແບ່ງເວລາຈັດການໜ້າທີ່ທີ່ສຳຄັນຂອງໂຕເອງທີ່ໄດ້ຮັບມອບໝາຍ. ທຸກຄົນຄວນມີການສື່ສານທີ່ຊັດເຈນນຳກັນໃນເວລາປະຕິບັດວຽກ ເພາະມັນຈະເຮັດໃຫ້ທຸກຄົນສາມາດແກ້ໄຂບັນຫາໄດ້ດີ ແລະ ຈັດການໜ້າທີ່ຂອງຕົນໃຫ້ສຳເລັດໄດ້. ການມີຄວາມປອດໄພແມ່ນສິ່ງສຳຄັນທີ່ທຸກຄົນຈະສາມາດໝັ້ນໃຈເວລາເຂົ້າຮ່ວມກິດຈະກຳ ແລະເວລາທີ່ເກີດເຫດການບາດເຈັບໃຫຍ່ເຊັ່ນແຂນຂາຫັກທີ່ເຮົາບໍ່ສາມາດຕັດສິນໃຈໄດ້ແມ່ນເຮົາສາມມາດລາຍງານຜູ້ນຳກຸ່ມ ແລະຜູ້ປະສານງານເພື່ອຊ່ວຍໃນການຕັດສິນໃຈໄດ້ດີຂຶ້ນ.” ໃນກິດຈະກຳຂອງ Pass It Back ກໍມີການມອບອຸປະກອນຢາ ແລະ ເຄື່ອງມືປະຖົມພະຍາບານຈຳນວນໜຶ່ງເພື່ອໃຫ້ຄູຝຶກນຳໄປໃຊ້ໃນການສ້າງສະພາບແວດລ້ອມທີ່ປອດໄພໃນເວລາສອນ. ເມື່ອເກີດເຫດການບໍ່ຄາດຄິດລະຫວ່າງຊ້ອມຄູຝຶກສາມາດຊ່ວຍນັກກິລາໃນການຮັກສາບາດແຜ ແລະ ຕິດຕາມອາການຂອງນັກກິລານຳອີກ.  

IMG_7215.JPG

ຈາກປະສົບການຂອງນ້ອຍ ເຫັນວ່າລາວກໍມີຄວາມຫຼົງໄຫຼກ່ຽວກັບ ຫຼາຍພໍສົມຄວນ ແລະ ລາວສາມາດຄົ້ນພົບສິ່ງທີ່ລາວຮັກ ແລະ ມັກ. ລາວຍັງໄດ້ສະແດງໃຫ້ທຸກຄົນເຫັນວ່າສິ່ງທີ່ລາວກຳລັງເຮັດຢູ່ແມ່ນສິ່ງທີ່ລາວສາມາດຊ່ວຍເຫຼືອສະຫະພັນຣັກບີ້ ແລະ ຜູ້ເຂົ້າຮ່ວມຫຼັກສູດ Pass It Back ໃຫ້ມີຄວາມປອດໄພ. ນ້ອຍລາວມັກຮັກສາ ແລະເບິ່ງແຍງຜູ້ຄົນທີ່ເຈັບປ່ວຍ ຫຼື ກຳລັງເກີດອຸບັດຕິເຫດ ຫຼື ປະສົບບັນຫາທີ່ຮ່າງກາຍຕ້ອງການຄວາມຊ່ວຍເຫຼືອ ແລະ ການທີ່ລາວໄດ້ແບ່ງປັນຄວາມຮູ້ຂອງລາວຕໍ່ກັບຄົນອື່ນ. ນອກຈາກນີ້ນ້ອຍຍັງເຫັນຄູຝຶກເລົ່າໃນປຶ້ມບັນທຶກຄູຝຶກວ່າໄດ້ໃຊ້ທັກສະປະຖົມພະຍາບານທີ່ຕົນເອງໄດ້ຮຽນຈາກຫຼັກສູດ Pass It Back ຄື: 

“ຂ້ອຍເຫັນຕຸ້ມຄຳໂພສລົງ Facebook ກ່ຽວກັບອຸບັດຕິເຫດເກີດນຳຖະໜົນຫົນ ແລະ ລາວໄດ້ໄປຊ່ວຍເຫຼືອເຂົາເຈົ້າໂດຍການໄປຊ່ວຍບັອກຄໍ ແລະ ລ້າງບາດໃຫ້ຄົນເຈັບນຳອີກ. ຄວາມຮູ້ສຶກຂອງຂ້ອຍຕອນນັ້ນແມ່ນຮູ້ສຶກພູມໃຈຫຼາຍທີ່ຕົນເອງສາມາດຊ່ວຍສອນໃຫ້ຄູຝຶກມີທັກສະປະຖົມພະຍາບານແລ້ວສາມາດນຳໃຊ້ຊ່ວຍເຫຼືອຄົນອື່ນໄດ້.”

ການປະຖົມພະຍາບານຂັ້ນຕົ້ນມີຄວາມສຳຄັນຫຼາຍສຳລັບນ້ອຍ ແລະ ບັນດາຄູຝຶກ Pass It Back ເພາະທຸກຄົນສາມາດຮຽນຮູ້ທັກສະນີ້ ແລະ ນຳໃຊ້ໃຫ້ເກີດປະໂຫຍດຕໍ່ສັງຄົມ. ນ້ອຍສາມາດຄົ້ນພົບສິ່ງທີ່ລາວຮັກ ແລະ ມັກ. ລາວຍັງໄດ້ສະແດງໃຫ້ທຸກຄົນເຫັນວ່າສິ່ງທີ່ລາວກຳລັງເຮັດຢູ່ແມ່ນສິ່ງທີ່ລາວສາມາດຊ່ວຍຄູຝຶກ ແລະ ຫຼັກສູດ Pass It Back.

ໃນການດຳເນີນງານກິດຈະກຳໃຫ້ມີຄວາມໝັ້ນໃຈໂດຍການຮັກສາຄວາມປອດໄພຂອງຜູ້ເຂົ້າຮ່ວມ ແລະ ມີຜູ້ປະຖົມພະຍາບານໃນທຸກງານແຂ່ງຂັນ ຫຼື ທຸກກິດຈະກຳມັນເປັນສິ່ງຈຳເປັນ ເພື່ອຮັບປະກັນວ່າມີຄວາມປອດໄພ ແລະເພື່ອຫຼຸດຜ່ອນຄວາມສ່ຽງ. ນ້ອຍຍັງສາມາດເປີດຮັບຮຽນເອົາບົດຮຽນ ແລະ ປະສົບການໃນການເຮັດວຽກ ເພື່ອເປັນຄວາມຮູ້ຂອງລາວໄດ້ດີ ແລະ ລາວກໍ່ກຳລັງປະຕິບັດຕົນເອງໃຫ້ໄດ້ຮັບໂອກາດເປັນຜູ້ນຳ. ລາວໄດ້ຮຽນຮູ້ວ່າຕົນເອງສາມາດປະຕິບັດໜ້າທີ່ຂອງຕົນໄດ້ ແລະ ຖອດຖອນບົດຮຽນທີ່ຮຽນມານຳໃຊ້ໃນການດຳລົງຊີວິດປະຈຳວັນ. ນ້ອຍກໍສາມາດເຮັດໄດ້ດ້ວຍການແບ່ງເວລາ, ຂໍຄວາມຊ່ວຍເຫຼືອຈາກຄົນອື່ນເມື່ອໂຕເອງບໍ່ສາມາດຕັດສິນໃຈໄດ້ເພາະເປັນສິ່ງທີ່ລາວມັກ ແລະທຸກຄົນກໍມີໜ້າທີ່ທີ່ໂຕເອງມັກບໍ່ຄືກັນຕ້ອງລອງເປີດໃຈຮຽນຮູ້ສິ່ງໃໝ່ໆຈົນກວ່າຈະພົບວ່າສິ່ງທີ່ໂຕເອງມັກແມ່ນຫຍັງ ແລະ ເມື່ອໄດ້ຮັບໂອກາດກໍເຮັດໃຫ້ເຕັມທີ່ກັບມັນ. ນ້ອຍແມ່ນຜູ້ນຳຄົນໜຶ່ງທີ່ກຳລັງຊ່ວຍເປັນສ່ວນໜຶ່ງໃນການສ້າງສະພາບແວດລ້ອມທີ່ປອດໄພໃຫ້ກິດຈະກຳການຊ້ອມ, ການແຂ່ງຂັນ, ການຝຶກອົບຮົມຕ່າງໆ. ໃນທຸກກິດຈະກຳຕ້ອງມີຜູ້ທີ່ມີຄວາມຮູ້ໃນດ້ານປະຖົມພະຍາບານ ແລະ ສາມາດຊ່ວຍເຫຼືອນັກກິລາ ແລະ ຜູ້ທີ່ເຂົ້າຮ່ວມກິດຈຳກຳຂອງ Pass It Back. ລາວຍັງນຳໃຊ້ ແລະ ສົ່ງຕໍ່ຄວາມຮູ້ໃຫ້ໄວໜຸ່ມທີ່ມີຄວາມມັກຮັກໃນການປະຖົມພະຍາບານໃຫ້ເກີດປະໂຫຍດຫຼາຍທີ່ສຸດ.

IMG_1260.JPG

Vatthana Sombatniyom, or Noy, is 22 years old and currently studying in the Faculty of Economics and Business Management at the National University of Laos. Noy has been working as a coach for the Pass It Back programme for 4 years now. He is currently coaching 4 teams, about 60 players in total. Noy has been trained to deliver all 4 modules of the program: Understanding Gender, Planning for the Future, Feeling Safe and Staying Healthy. In addition to delivering those 4 modules, being a coach also allowed him to learn about First Aid, safeguarding, and measuring change activities. Throughout his journey as a coach for the Pass It Back program, what Noy likes the most is the First Aid training. He says that it makes him feel great about himself to be able to help other people when they are injured, especially his players during the training sessions. 

IMG_4101.JPG

Noy first learned about First Aid from Joy Walter (one of the medical leaders during rugby competitions) and he discovered that he is passionate about saving people’s lives and helping them when they get injured and are in need. Noy tried to learn as much as possible - he joined First Aid training every time he could, and he has been a lead facilitator in First Aid trainings for other coaches since 2017. “I feel so excited and I’m proud of myself that I could become a lead facilitator and deliver First Aid training to other coaches, and that I could do it accurately. There were times that I didn’t feel confident in demonstrating some blocks, or some manoeuvres, but I’m blessed that I was not alone. I can seek help from Poui (a First Aid trainer in the programme). She will explain, demonstrate, and advise me how to facilitate the training appropriately. I feel at ease by knowing that I can carry on the training with back-up from the team and knowing that I am not alone; it helps me to be calm and confident to facilitate trainings!” This author found that from personal experience attending First Aid trainings to Pass It Back coaches, Noy can facilitate well, respond to any questions or comments that the coaches have, and demonstrate the First Aid procedures accurately.

IMG_8539.JPG

After Noy became a First Aid trainer, every time that the Champa Ban [youth tag rugby] League was organized, Noy would always volunteer to work as part of the pitch-side medical team. His abilities were noticed by the LRF and later in 2018, Noy was chosen to become a pitch-side First Aid manager during the Vientiane 10s international competition in 2018. It was so thrilling for him as it was the very first time he took a further step to be a First Aid leader for a big tournament. It was overwhelming for him, as there were so many things for him to manage during tournament, but he said that things went well because he had good advice from his leaders and great teamwork. “There were so many things for me to manage during the game. I had to assess player’s injuries, manage equipment and the team. I was glad that everyone cooperated with me so well” said Noy. 

DSC_0135.JPG

“Safety is the most important thing in every rugby activity, therefore, safeguarding must be in place to ensure that we provide a safe place for the players and try to minimize the risk of them getting injured or [for the injury] to get more severe,” said Noy. After Vientiane 10s in 2018, Noy has always been assigned to the medical team for every rugby event, including club competitions and warm-up matches. During the last rugby tournament, Vientiane 10s 2020, Poui was the medical team manager and Noy was assigned to work as part of her team. Noy discovered that Poui was a great leader and she paid attention to small details that he sometimes didn’t notice when doing First Aid. “What I learned from the last tournament was how an experienced and skilful First Aider worked, how to effectively manage a medical team and allocate the tasks within the team. I would like to thank Euay [Sister] Poui for everything that she has taught me - she has always been so helpful to me.” said Noy.

The Covid-19 pandemic has affected every sector, including rugby. We could not conduct our sessions, we could not organize the competitions and trainings were suspended during the movement control order [from the government]. As the situation is unpredictable, uncertain and the end of pandemic was so unclear, Noy was also mentally affected by the pandemic. He worried whether he or his family could get infected. Fortunately prevention information was circulated to him. He learned about Covid-19 prevention from the Ministry of Health on Lao PDR’s Facebook page that, “we need to wash our hands frequently with soap and water for 20 seconds, or disinfect our hands with hand sanitizer. We need to wear masks every time we go outside, keep social distancing and it is best to avoid going outside for unnecessary matters.” He shared this information from reliable sources to his friends, other coaches and his players in the Pass It Back program to know about these prevention measures.

DSC_0205.JPG

Covid-19 has ruined Noy’s First Aid plans for this year. He told the author that all the plans he made about First Aid activities had been suspended due to the pandemic, and he couldn’t do anything about it. Fortunately, LRF organized the Rugby U Barn campaign to encourage people to exercise at home and help connect people and improve mental wellbeing during this challenging time. Noy participated in this campaign and he also encouraged his friends to join in too. 

As confirmed Covid-19 cases were low in Laos, many social activities started to be allowed to be conducted in communities, including rugby activities. We are delivering [a modified curriculum called] “I have a goal” and it is almost the end for this season, so competitions are going to be held in Vientiane Capital, Vientiane Province and Xieng Khouang Province. Noy would like to send a message to other Pass It Back coaches that, “as a coach, surely we will have a lot of things to manage. I want everyone to have a plan and clear roles and responsibilities for each member of the team. Communication is key and it is very crucial to effectively and successfully executing the work. By ensuring clear communication and assigned roles and responsibilities, everyone can do their part to contribute their best to the work, and there’s nothing we cannot overcome. Player safety is the most important thing. Safeguarding plan must be in place and if any serious injuries happened, such as a broken arm or leg, we need to report to the leaders or the coordinator, to help us make better and sharper decisions.” As part of the Safeguarding policy of the program, coaches will be provided with First Aid kits in order for them to help their players when needed. 

Noy is passionate about First Aid work and saving other people’s lives. He told the author that he was impressed and inspired by reading another coach’s journal entry: “I saw Toumkham post on her Facebook about a traffic accident and I saw her help the injured person by stabilizing his neck with Manual In-Line Stabilization (MILS) and help clean his wound. Toumkham was one of the coaches that joined my First Aid training. I was so proud to see her use what she learned from me, to save other people’s lives. It was so wonderful.”

First Aid work is now seen as an important aspect that Pass It Back coaches need to learn about. Noy discovered his passion, and he is proving to other people in the community to see that what he is doing now can equip coaches and people in the Pass It Back program with necessary skills to contribute positively to the community.

IMG_0551.JPG

Again, safeguarding is the most important issue in all activities to ensure a safe and supportive environment for everyone. While Noy is becoming a leader in the work he does, he never ceases to learn from others no matter who they are. Noy has good time management skills, and he would never find it embarrassing to ask for help when he needs it. Noy is one of the key people working to ensure that our program is safe and welcoming to everyone in every training, competition and tournament. Besides the program, Noy also passes this knowledge and skill to his friends and other young people in the community to know about First Aid too.