Humans of Lao Rugby: Khamsamay

Scroll down for English language version

Scroll down for English language version

ນາງ ຄຳ​ສ​ະໄໝ ​ອາ​ຍຸ 16 ປີ​ ຮຽນ​ຢູ່​ໂຮງຮຽນໃນເມືອງແປກ, ລາວ​​ເປັນຄູ​ຝືກ​ຫຼັກສູດ Pass It Back ມາ​ໄດ້ 2ປີ​ ເຊິ່ງລາວເຄີຍ​ຕັດສິນໃຈຈະ​ອອກຈາກການເປັນ​ຄູ​ຝືກສອນຣັກບີ້ ​ແຕ່​ໄດ້​​ກັບ​ມາ​ເປັນ​ຄູ​ຝືກ​ຄືນຍ້ອນຢາກ​ພັດ​ທະ​ນາ​ເດັກ​ນ້ອຍ​ຢຸ່​ຊຸມຊົນ ແລະ ​ພັດ​ທະ​ນາ​ຕົນ​ເອງ ​ເພາະລາວເຊື່ອ​ວ່າ​ການ​ເປັນ​ຄົນ​ຢູ່​ໃນ​ໂລກ​ນີ້​ແມ່ນ​ຕ້ອງ​ໄດ້​ຮຽນ​ຮູ້​ ໃນອາ​ນາ​ຄົດ​ເຮົາ​ຈື່ງ​ບໍ່​ມີ​ຄວາມ​ຍຸ້ງ​ຍາກ. ​

ຊ່ວງເວລາໜຶ່ງຂອງຄຳສະໄໝແມ່ນລາວເຄີຍເປັນນັກກິລາຣັກບີ້ມາກ່ອນທີ່ຈະເປັນຄູຝຶກ ເຊິ່ງລາວໄດ້ຮຽນຮູ້ທັກສະໜຶ່ງທີ່ສຳຄັນຫຼາຍໃນຕອນນັ້ນແມ່ນການຮຽນຮູ້ເລື່ອງບົດບາດຍິງຊາຍ. ​ຄຳສະໄໝເລົ່າວ່າ 

“ກ່ອນ​ທີ່​ຂ້ອຍ​ຈະ​ມາ​ເປັນ​ຄູ​ຝືກ​​ ແມ່ນ​ຂ້ອຍ​ເປັນ​ນັກ​ກີ​ລາ​​ຂອງ​ນາງ​ເລຍ​ຢ່າ​ກັບ​ເບົ້າ​ເລົ່າມາ​ກ່ອນ​ໄດ້ໜຶ່ງປີ. ​ ​ຕອນ​ທີ່​ຂ້ອຍ​ເປັນ​ນັກ​ກີ​ລາ​ແມ່ນ​ຂ້ອຍ​ກໍ່​ໄດ້​ຮຽນຫຼາຍ​ສິ່ງຫຼາຍ​ຢ່າງ​ເຊັ່ນ​: ​ການ​ຫຼີ້ນ​ກີ​ລາ​ຣັກ​ບີ້​ ແລະ ​ຮຽນ​ທັກ​ສະ​ຊີ​ວິດ. ຂ້ອຍໄດ້ຮັບຮູ້ວິທີການຫຼີ້ນຣັກບີ້ ແລະ ສົ່ງບານ. ​ສຳ​ລັບ​ທັກ​ສະ​ຊີ​ວິດ​ແມ່ນ​ໄດ້​ຮຽນ​ຮູ້​ບົດ​ບາດ​ຍິງ​ຊາຍ ຫຼື ​ວີ​ທີ​ການ​ຈັດການ​ບັນ​ຫາ​ວ່າເຮົາ​ຕ້ອງ​ແກ້​ໄຂ​ແນວ​ໃດ​ຈື່ງ​ບໍ່​ມີ​ບັນ​ຫາ. ແຕ່ເມື່ອຄຳສະໄໝ​ກ້າວມາເປັນ​ຄູ​ຝືກ​ກິລາ​​ກໍ່​ມີ​ຄວາມ​ທ້າ​ທາຍຫຼາຍ​ຢ່າງ​ຈົນລາວຢາກ​ອອກ​ຈາກ​ເປັນ​ຄູ​ຝືກ​ຍ້ອນວ່າ​ “ແມ່ຂ້ອງຂ້ອຍ​​ບໍ່​ຢາກ​ໃຫ້​ເປັນ​ຄູ​ຝື​ກ ​ເພາະ​ການ​ເດີນ​ທາງໄປສອນ​ແມ່ນ​ຂີ່​ລົດ​ຈັກ​ໄປ​ກັບ​ໝູ່ ແຕ່​ຕອນ​ກັບບ້ານມາແມ່ນ​ຄໍ່າຫຼາຍ ​ແລ້ວ​ແມ່ກໍ່​ເລີຍ​ບໍ່ຢາກ​ໃຫ້​ເປັນ​ຄູ​ຝືກ​ຕໍ່​. ແມ່​ກໍ່​ໄດ້​ເວົ້າ​ວ່າ​ຖ້າ​ເປັນ​ຄູ​ຝືກ​ໄປ​ມາ​ເປັນ​ແບບ​ນີ້​ມັນ​ມີ​ຄວາມ​ສ່ຽງ​ ຕໍ່​ໄປ​ຈະ​ບໍ່​ໃຫ້​ເປັນ​ຄູ​ຝື​ສອນ​ອີກ​ແລ້ວ​. ຕອນ​ທີ່​ຂ້ອຍ​ໄດ້​ຍິນ​ແມ່​ເວົ້າ​ແນວ​ນີ້​ແມ່ນ​ເຮັດ​ໃຫ້​ຂ້ອຍ​ຮູ້​ສື​ວ່າ​ມັນ​ຍາກຫຼາຍ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ໄດ້​ກັບ​ມາ​ເປັນ​ຄູ​ຝືກ. ​ແຕ່ຂ້ອຍ​ກໍ່​ຍັງ​ຢາກ​ເປັນ​ຄູ​ຝືກ​ສອນ​ກິລາ​ຣັກ​ບີ້​ ເພື່ອ​ພັດ​ທະ​ນາ​ເດັກ​ນ້ອຍ. ​ຂ້ອຍ​ຈື່ງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ອ້າຍ​ເຢີ​ຫາ​ ຊ່ວຍ​ລົມ​ກັບ​ແມ່ ​ເພື່ອ​ໃຫ້​ແມ່ອະນຸ​ຍາດ​​​ເປັນ​ຄູ​ຝືກ​ສອນ​ນັກ​ກີ​ລາ​ແລະ​ອ້າຍ​ເຢີ​ຫາ​ໄດ້​ໂທ​ຫາ​ລົມ​ກັບ​ແມ່​ນ້ອງວ່າ​ບັນ​ຫາ​ເປັນ​ຫຍັງ​ ບໍ່​ໃຫ້​ນ້ອງ​ມາ​ເປັນ​ຄູ​ຝືກ​ແມ່​ກໍ່​ໄດ້​ອະ​ທິບ​າຍໃຫ້​ອ້າຍ​ເຢີ​ຫາ​ລາວ ​ກໍ່​ໄດ້​ເວົ້າ​ວ່າ​ຖ້າ​ເປັນ​ແນວ​ນັ້ນ​ເຮົາ​ສາ​ມາດ​ປ່ຽນ​ໄດ້​ເຮົາ​ສີ​ບໍ່​ໃຫ້​ເຂົາ​ຂີ່​ລົດ​ມາ​ເອງ​ເຮົາ​ຈະ​ໃຫ້​ລົດ​ມາ​ຮັບ​ທຸກ​ຄັ້ງ​ໃນ​ການ​ເດີນ​ທາງ​ໄກ. ​ສຸດ​ທ້າຍ​ແມ່​ກໍ່​ເຂົ້າ​ໃຈແລະກໍ່​ໄດ້​ອາ​ນຸ​ຍາດ​ໃຫ້​ກັບ​ມາ​ສອນ​ນັກ​ກີ​ລາ​ຣັກ​ບີ້ຄືນ.”

IMG_6963.JPG

ເມື່ອໄດ້ຍິນແມ່ອະນຸຍາດແລ້ວ ຄຳສະໄໝດີໃຈຫຼາຍທີ່ຈະໄດ້ກັບໄປສອນເດັກນ້ອຍ ເພາະລາວເຊື່ອວ່າ​​ການ​ສອນ​ເດັກ​ນ້ອຍ​ແມ່ນ​ສຳ​ຄັນຫຼາຍ​ທີ່​ຈະ​ຕ້ອງ​ສອນ​ເດັກ​ນ້ອຍ​ເພາະ​ວ່າ​ເດັກ​ນ້ອຍ​ຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮູ້​ໃຫ້ຫຼາຍໆ​ກ່ອນ​ທີ່​ເຂົ້າ​ສູ່ໄວ​ໝຸ່ມ ​ແລະ ​ຕອນ​ທີ່​ມີ​ຄອບ​ຄົວ​ທີ່​ອະ​ນາ​ຄົດ​ຈື່ງ​ບໍ່​ມີ​ຄວາມ​ທ້າ​ທາຍຫຼາຍສຳ​ລັບ​ຕົນ​ເອງ. ການສອນເດັກນ້ອຍແມ່ນສຳຄັຍເພາະວ່າເດັກນ້ອຍຄວນໄດ້ຮັບຄວາມຮູ້ໃຫ້ຫຼາຍໆກ່ອນທີ່ເຂົ້າສູ່ໄວໝຸ່ມ ແລະ ຕອນທີ່ມີຄອບຄົວໃນອະນາຄົດຈື່ງບໍ່ມີຄວາມທ້າທາຍຫຼາຍສຳລັບພວກເຂົາ ເພາະພວກເຂົາສາມາດວາງແຜນ ແລະ ຮັບມືກັບສິ່ງທີ່ອາດຈະເກີດຂື້ນໄດ້ ເມື່ອພວກເຂົາເຂົ້າໃຈກ່ຽວກັບທັກສະຊີວິດທີ່ໄດ້ຮັບຈາກຫຼັກສູດ ບໍ່ວ່າຈະເປັນການຮັບມືກັບຄວາມກົດດັນຈາກໝູ່ເພື່ອນ, ການຂໍຄວາມຊ່ວຍເຫຼືອ ແລະ ການບໍ່ຍອມແພ້.

ແຕ່ກ່ອນໜ້ານີ້ທີ່​ຕອນ​ທີ່ຄຳສະໄໝ​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ຮ່ວ​ມ​ກິດ​ຈະ​ກຳຂອງ Pass It Back​ ແມ່ນ​ລາວ​​ບໍ່​ຮູ້​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໃຜ ຫຼື​ ມີຄວາມ​ກ້າ​ຫານໃນບາງຄັ້ງແຕ່​ກໍ່​ບໍ່​ພໍ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ. “​ ແຕ່​ຕອນ​ນີ້​​ຂ້ອຍ​ເປັນ​ຄູ​ຝືກ​ສອນ​ເດັກ​ນ້ອຍຂ້ອຍ​ຮູ້​ສືກ​ວ່າ​ຕົນ​ເອງ​ມີ​ຄວາມ​ກ້າ​ມີ​ຄວາມ​ເປັນ​ຜູ້​ນຳຫຼາຍ​ຂື້ນຄື: ຕອນ​ນີ້​ຂ້ອຍ​ກ້າ​ເວົ້າ​ກ້າ​ວ່າ ແລະ ​ສາ​ມາດ​ສອນ​ນັກ​ກີ​ລາ​ໄດ້​. ພ້ອມທັງກັບຕອນ​ນີ້ຂ້ອຍ​ໄດ້​ຂ້າມ​ຜ່ານ​ອຸ​ປະ​ສັ​ກ​ເທື່ອ​ນີ້​ແມ່ນ​ສິ່ງ​ທີ່​ແມ່ນ​ບໍ່​ໃຫ້​ເປັນ​ຄູ​ຝືກ​ກໍ່​ສາ​ມາດ​ເຮັດ​ໃຫ້ຂ້ອຍ​ສາ​ມາດ​ເຂົ້າ​ໃຈ​ວ່າ​ຊີ​ວິດ​ຂອງ​ເຮົາ​ແມ່ນ​ຕ້ອງ​ມີ​ອຸ​ປະ​ສັກ​ແບບ​ນີ້​ຢູ່​ຕະຫຼອດ. ​ແຕ່​ເຮົາ​ມີ​ຄວາມ​ກ້າ​ສາ​ມາດ​ແກ້​ໄຂດ້ວຍຕົນເອງ ​ຖ້າ​ວ່າ​ແກ້ໄຂ​ບໍ່​ໄດ້ດ້ວຍຕົນເອງ​ແມ່ນ​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ອື່ນ​ໄດ້ເມື່ອ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ.”

ການ​ເປັນ​ຄູ​ຝືກ​ສອນ​ກິລາ​ຮັກ​ບີ້​ແມ່ນ​ມີ​ຫຼາຍ​ສິ່ງຫຼາຍ​ຢ່າງ ​ແລະຄູ​ຝືກ​ກໍ່​ໄດ້​ຮຽນ​ທັກ​ສະ​ການ​ສອນ​ມາ​ຈາກ​ຄູ​ຝືກສອນ​ຄົນ​ອື່ນ​ທີ່​​ສອນ​ຄຳ​ສະ​ໄໝ​. ລາວ​ກໍ່ມີ​ຄວາມ​ສາ​ມາດ​​ບໍ່​ຍອມແພ້​ທີ່​ສາ​ມາດໄປ​ມາ​ເປັນ​ຄູ​ຝືກ​ສອນ​ນັກ​ກີ​ລາ​, ໄດ້ມີຄວາມຮູ້​, ​ມີ​ຄວາມ​ຄິດ​ດີໆ​ທີ່​ຈະ​ພັດ​ທະ​ນາ​ນັກ​ກ​ກິລາ​ໄວ​ໝຸ່ນ ​ແລະ ​ກໍ່​ຍັງ​ມີ​ຄວາມ​ກ້າ​ທີ່​ຈະ​ສະ​ແດງອອກ​ໃນ​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອຍ​ຈາກ​ຄົນ​ອື່ນ​ເພີ່ອ​ແກ້​ໄຂ​ຄວາມ​ທ້າ​ທາຍ​ທີ່​ເກີດ. ​ຄຳ​ສະ​ໄໝ​ກໍ່​ໄດ້​ເວົ້າ​ວ່າ “ໃນ​ອາ​ນາ​ຄົດ​ທີ່​ຂ້ອຍ​ຮຽນ​ຈົບ​ແລ້ວ​ ຂ້ອຍ​ຈະ​ໄປ​ເປັນ​ທະ​ຫານ​ປ້ອງ​ການ​ຊາດ ​ເພາະ​ວ່າ​ພໍ່​​ນ້ອງກໍ່​ເປັນ​ທະ​ຫານ​ ແລະ ​ພໍ່​ແມ່​ເລືອ​ກ​ໃຫ້​ເປັນ​ທະ​ຫານ​ ເພາະ​ການ​ປັນ​ທະ​ຫານ​ແມ່ນ​ໄດ້​ເປັນ​ຄົນ​ປ້ອງ​ກັນ​ຊາດ​, ປ້ອງ​ການ​ຄວາມ​ສະຫງົດບ. ​ໃນ​ອາ​ນາ​ຄົດ​ຖ້າ​ໄດ້​ເປັນ​ທະ​ຫານ​ຄື​ກັບໃນ​ຄວາມ​ຄິດ​ຂອງ​ພໍ່​ແມ່ແລ້ວ ​ທັບ​ສະ​ທີ່​ນ້ອງ​ໄດ້​ຮຽນ​ປັບ​ຈຸ​ບັນ​ນ້ອງ​ກໍ່​ສາ​ມາດ​ເອົາ​ໄປ​ນຳ​ໃຊ້​ຢູ່​ໃນ​ວຽກ​ຂອງ​ນ້ອງ​ໄດ້​ຄື​ກັນ. ​ຖ້າ​ວ່າ​ມີ​ຄວາມ​​ທ້າ​ທາຍ​ເຮົາ​ກໍ່​ສາ​ມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອຍໄດ້​ຄື​ກັນ ​ແລະ​ ມີ​ຄວາມ​ກ້າ​ທີ່​ຈະ​ເວົ້າ, ​ກ້າ​ທີ່​ສະ​ແດງ​ອອກ​ຢູ່​ໃນ​ວຽກ​ງານ.”

IMG_6026.JPG

Khamsamay is a 16 year-old Coach from Xieng Khouang Province. She has been with the Pass It Back programme for two years. 

Khamsamay used to be a player for the program before becoming a coach. “[When I was a player] I learnt about rugby skills, gender equality and problem solving.” It was fun for her being a player, but when she first tried to become a coach, she faced major challenges. “My mom did not want me to work as a Coach for a few reasons. First, I didn’t have any transportation [of my own]; I had to go with my friend because she had a bike, and we usually finished and got home late which made my mom unhappy. My mom said to me that if working as a Coach and coming home late like this posed major risks, I should just quit. I couldn’t oppose my mom, so I followed what she said and quit. But deep inside I didn’t want my work as a Coach to end. I still aspired to provide opportunities for children in the community to participate in rugby and develop. So I called Yur Ha [LRF staff in Xieng Khouang Province] and asked for his help to please come and talk to my mom. Yur Ha came and discussed the concerns that my mom had. In the end, Yur Ha identified the concern and suggested that, if transportation was the problem, he would provide transportation and escort me. Then my mom agreed and I could return to my Coach work.”

IMG_6326.JPG

Khamsamay was so happy when her mother allowed her to return as a Coach as she firmly believed that this program is very important. She could see how her job can help a lot of children to learn the skills they need in life, such as dealing with peer pressure, asking for help when needed and being persistent.  

Before joining the Pass It Back program, Khamsamay did not know that being able to ask for help is an important skill in itself. She didn’t know where or who to ask for help and she didn’t know how to ask for help and most importantly, she was afraid of being judged if she asked for help. But now she has changed. “Now I have more confidence in myself. I am confident to deliver sessions to my players. I think in life, I will encounter challenges from time to time, and from now on I will not give up. I will confront the challenge by myself first, and if I can’t do it alone, I will certainly reach out and ask for help when I am in need.”

DSC_0919.JPG

Today, Khamsamay continues to develop as a Coach and inspire children in the community. She strives to help children who encounter issues similar to hers and encourage them to reach out for help to overcome their challenges. Khamsamay shared her future plan with us; “I hope to one day protect my country by being a soldier, because my brother is a soldier and my parents also want me to be a soldier. I believe that even when I achieve my goal of becoming a soldier, the skills that I learnt from this program will still follow me and assist me with my work. Asking for help does not mean we are weak. We can always ask for help whenever we encounter challenges.”