ຜູ້ນຳກຸ່ມຄູຝຶກໄວໜຸ່ມຈຳປາບານຣັກບີ້ Coach Group Leader (CGLs)

ສະຫະພັນກິລາຣັກບີ້ແຫ່ງຊາດລາວຕ້ອງການຮັບສະຫມັກ ຜູ້ນຳກຸ່ມ ນະຄອນຫຼວງວຽງຈັນ (ເຕັມເວລາ, ເພດຍິງ 1ຕຳແຫນ່ງ).
ຈຸດປະສົງຂອງວຽກ ແລະ ໂຄງຮ່າງການລາຍງານ 

ຜູ້ນຳກຸ່ມຄູຝຶກມີໜ້າທີ່ໃນການຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການປະຕິບັດກິດຈະກໍາຂອງ ໂຄງການ ພາດສ໌ອິດ ແບັກ ແລະ ຊ່ວຍກໍາກັບຄູຝຶກຢູ່ປະເທດລາວ. ຜູ້ນຳກຸ່ມຕ້ອງລາຍງານໂດຍກົງໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ໄດ້ກໍານົດໄວ້ໃຫ້. ສະຫຼຸບຫຍໍ້ກ່ຽວກັບຕໍາແໜ່ງພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງຜູ້ປະສານງານພັດທະນາຣັກບີ້ແຂວງ, ຜູ້ນໍາກຸ່ມຄູຝຶກມີໜ້າທີ່ຮັບຜິດຊອບ ສອນການຝຶກອົບຮົມ (ຣັກບີ້ ແລະ ທັກສະຊີວິດ) ໃຫ້ໝັ້ນໃຈວ່າໄດ້ຄຸນະພາບ ແລະ ຢູ່ໃນສະພາບແວດລ້ອມທີ່ປອດໄພໃນການສອນຈຸດປະສົງການເກັບກໍາຂໍ້ມູນສໍາລັບການວັດແທກກການປ່ຽນແປງແມ່ນໃຫ້ໝັ້ນໃຈວ່າໄດ້ທັງຄຸນນະພາບ ແລະ ປະລິມານ. ລາວຈະຕ້ອງເຮັດວຽກສໍາລັບບົດລາຍງານທຸກໆອັນ ແລະ ການຕິດຕໍ່ສື່ສານ, ລວມທັງບັນຫາການຫຼຸດຜ່ອນຄວາມສ່ຽງ ຢູ່ໃນພື້ນທີ່ທີ່ໄດ້ຈັດສັນໄວ້ໃຫ້.ໜ້າທີ່ຮັບຜິດຊອບຫຼັກ

ໜ້າ​ທີ່​ຮັບຜິດຊອບ​ຫຼັກ

1.ເກັບກໍາຂໍ້ມູນເຊີງປະລິມານ(ການລົງຕິດຕາມ) ແລະ ຄຸນະພາບ(ການຂຽນການປ່ຽນແປງ) Measuring Change Quantitative and Qualitative.

  • Data Collectionສະໜັບສະໜູນຄູຝຶກໃນຂັ້ນບ້ານໃຫ້ມີການເກັບກໍາຂໍ້ມູນເຊີງປະລິມານ(ການລົງຕິດຕາມ) ແລະ ເຊີງຄຸນະພາບ(ການຂຽນການ
    ປ່ຽນແປງ) ໃຫ້ມີປະສິດທິພາບ ແລະ ຄຸນະພາບ.

  • ເກັບກໍາເອົາຂໍ້ມູນເຊີງປະລິມານ(ການສຳພາດ) ຈາກຄູຝຶກກັບບ້ານທີ່ກ່ຽວຂ້ອງ (ລວມທັງການລົງທະບຽນ, ການສຳພາດຕົ້ນລະດູ, ທ້າຍລະດູ, ຟອມລາອອກ, ການລາຍງານການບາດເຈັບ/ເຫດການ, ການເຂົ້າຮ່ວມ, ຄ່ານໍ້າມັນ).

  • ກວດເບິ່ງຄືນຟອມທັງໝົດທີ່ສົ່ງເພື່ອໃຫ້ໝັ້ນໃຈວ່າຂໍ້ມູນຖືກຕ້ອງ.

  • ສົ່ງຂໍ້ມູນທີ່ໄດ້ເກັບກໍາທັງໝົດ ແລະ ກວດຄືນຂໍ້ມູນໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງ.ຂຽນການວັດແທກການປ່ຽນແປງ/QM2 ຈຳນວນ4 ເລື່ອງຂອງນະຄອນຫຼວງວຽງຈັນ ໃນລະດູການຫນື່ງ ແລະ ອີກ4ເລື່ອງໃນລະດູການທີສອງ.

  • ຮຽນກ່ຽວກັບການຂຽນ ການປ່ຽນແປງ MSC/QM2 ກັບຜູ້ຮັບຜິດຊອບ 1-2 ຊົ່ວໂມ່ງໃນແຕ່ລະເດືອນ.

  • ສຳເລັດການລົງຕິດຕາມການສອນຂອງຄູຝຶກ 5 ຄູ່ ຫຼື 10 ຄົນ ຕໍ່ເດືອນທີ່ນະຄອນຫຼວງວຽງຈັນ ທຸກເດືອນ (ໜຶ່ງເທື່ອຕໍ່ເດືອນ ຫຼື ຕິດຕາມໜຶ່ງເທື່ອ ຕໍ່ຄູ່ຂອງຄູຝືກ) ແລະ ສົ່ງຟອມການສັງເກດໃນເວລາສອງວັນ ໃຫ້ ຜູ້ປະສານງານແຂວງ ແລະ ພະນັກງານສະຫະພັນ ເພື່ອແນ່ໃຈວ່າຄູຝຶກ ແລະ ຄູ່ຂອງຄູຝືກທີ່ນະຄອນຫຼວງວຽງຈັນ ແມ່ນໄດ້ໄປຕິດຕາມ ຢ່າງຫນ້ອຍເດືອນລະເທື່ອ.

2.ປະສານງານໂຄງການ Project Coordination

  • ຮັບຜິດຊອບຄູຝືກຈຳນວນ 10 ຄູ່ ແລະ (5 ຄົນ) ຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງ ນະຄອນຫຼວງວຽງຈັນ ໃນການປະສານວຽກກັບຄູຝຶກເພື່ອໃຫ້ໝັ້ນໃຈວ່າການປະສານງານມີປະສິດທິພາບ.

  • ເຮັດການປະເມີນ ຄູຝືກໃນການເຮັດວຽກ ໜື່ງປີເຮັດເທື່ອໜື່ງ ໂດຍການໃຊ້ຟອມ C5 (ເຮັດສຳຫຼັບຄູຝືກທີ່ໄດ້ຮັບຜີດຊອບ)ຊ່ວຍການປະຕິບັດກິດຈະກໍາຂອງໂຄງການໂດຍປະສານງານ ກັບຜູ້ປະສານງານພັດທະນາຣັກບີ້ແຂວງ ນະຄອນຫຼວງວຽງຈັນ ແລະ ທີມງານທີ່ປະຕິບັດວຽກຢູ່ທ້ອງຖິ່ນ.

  • ຊ່ວຍໃນການວາງແຜນກິດຈະກໍາ, ການຂຶ້ນງົບປະມານທີ່ທາງຜູ້ປະສານງານໃຫ້ຮັບຜີດຊອບ ແລະ ເຄຍງົບປະມານ , ຕິດຕາມລວມທັງງານຕ່າງໆ ແລະ ການແຂ່ງຂັນເຊັ່ນ: ອາຫານ, ກະກຽມສະຖານທີ໋, ການຈັດພິທີຕ່າງໆ, ຈົດຄະແນນ, ການປະຖົມພະຍາບານ, ອື່ນໆ.

  • ເປັນສູນກາງໃນການຕິດຕໍ່ສື່ສານກັບເພື່ອນຮ່ວມງານທ້ອງຖິ່ນ ແລະ ໂຮງຮຽນ, ຄູອາຈານໃນລະດັບບ້ານ ແລະ ໂຮງຮຽນ ,ປະຊຸມພໍ່ແມ່.

  • ຊ່ວຍໃນການໂຄສະນາ ແລະ ຮັບສະຫມັກຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ.ເກັບບັນທືກເຫດການຄູຝືກ CJE ໃນແຕ່ລະເດືອນຂອງກຸ່ມທີ່ໄດ້ຮັບຜີດຊອບ ແລະ ຮັກສາໄວ້ໃນ ເບດແຄ້ມ ຫຼື ແຟ້ມຂໍ້ມູນ

3.ການລາຍງານ ແລະ ການຕິດຕໍ່ສື່ສານ Reporting and Communication

  • ຕື່ມຂໍ້ມູນການຈ່າຍເງີນເດືອນ ຫຼື ຕາຕະລາງເງີນເດືອນ ສໍາລັບຄູຝຶກພາຍໃນກຸ່ມຄູຝຶກທີ່ກ່ຽວຂ້ອງ ແລະ ລາຍງານໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງ.

  • ເກັບກໍາຄວາມຫຍຸ້ງຍາກຕ່າງໆ ແລະ ຄໍາແນະນໍາຈາກຄູຝຶກ ພາຍໃນກຸ່ມຄູຝຶກທີ່ກ່ຽວຂ້ອງ ແລະ ສົ່ງໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງ.

  • ເປັນສູນກາງໃນການຕິດຕໍ່ສື່ສານກ່ຽວກັບຂໍ້ມູນໂຄງການໃຫ້ກັບຄູຝຶກທຸກຄົນ.ເຮັດບົດລາຍງານໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງໃນວັນທີ 1 ຂອງທຸກໆເດືອນ ແລະ ທຸກກີດຈະກຳທີ່ໄດ້ຮັບຜີດຊອບ.

  • ສົ່ງແຜນວຽກ Timesheet ໃນແຕ່ລະເດືອນ ທຸກທ້າຍເດືອນໃຫ້ກັບຜູ້ປະສານງານແຂວງສົ່ງແຜນວຽກລ່ວງໜ້າຂອງເດືອນທີ່ຈະເຮັດວຽກ ໃນເດືອນຕໍ່ໄປ ທຸກທ້າຍເດືອນໃຫ້ກັບຜູ້ປະສານງານແຂວງເຂົ້າຮ່ວມກີດຈະກຳທີ່ທາງສະຫະພັນໄດ້ຈັດຂື້ນ (ກໍລະນີທີ່ມີສ່ວນກ່ຽວຂ້ອງ).

4. ການຫຼຸດຜ່ອນຄວາມສ່ຽງ Safeguarding

  • ເປັນສູນກາງສໍາລັບຄູຝຶກ ແລະ ນັກກິລາ ໃນການລາຍງານທຸກໆຂໍ້ກັງວົນກ່ຽວກັບການຫຼຸດຜ່ອນຄວາມສ່ຽງທີ່ເກີດຂຶ້ນໃນລະຫວ່າງການເຮັດກິດຈະກໍາຂອງໂຄງການ.

  • ນໍາພາໃນການປະຕິບັດນະໂຍບາຍການຫຼຸດຜ່ອນຄວາມສ່ຽງສໍາລັບຄູຝຶກ ແລະ ນັກກິລາ .ສືບຕໍ່ຕິດຕາມ ແລະ ປະເມີນການປະຕິບັດຕາມນະໂຍບາຍ ທີ່ທາງສະຫະພັນໄດ້ມີການອັບເດດທຸກຄັ້ງ.

  • ກະລຸນາສົ່ງແບບຟອມສະໝັກ, ທີ່ລວມມີຊີວະປະຫວັດ, ສຳເນົາໃບຢັ້ນຢືນການເປັນຄູຝຶກ Pass It Back ພ້ອມທັງໜັງສືສະແດງຄວາມສົນໃຈທີ່ມີເນື້ອຫາດັ່ງກ່າວໄວ້ຂ້າງເທິງ ມາທີ່  info@laorugby.com.
    Link: ດາວໂຫລດຟອມສະໝັກ