ລາຍລະອຽດຕຳແໜ່ງ

Communications Officer

ພາບລວມ Context

ສະຫະພັນກິລາຣັກບີ້ແຫ່ງຊາດ ແມ່ນພາກສ່ວນກິລາຫນຶ່ງຢູ່ໃນ ສປປ ລາວ. ເປັນສະມາຊິກເຕັມຂອງກົມໂອລິມປິກສາກົນ, ກະຊວງສຶກສາທິການ ແລະ ກິລາ ແລະ ຣັກບີ້ເອເຊຍ ແລະ ຣັກບີ້ໂລກ. ລາວຣັກບີ້ໄດ້ເຮັດວຽກກັບເດັກນ້ອຍຫລາຍກວ່າ 3.000 ຄົນ ຢູ່ໃນສອງແຂວງ. ຈໍາປາບານຣັກບີ້, ສະໂມສອນກິລາຣັກບີ້, ທີມຊາດ, ຄູຝຶກ ກໍແມ່ນພາກສ່ວນຫນຶ່ງທີ່ໄດ້ຮັບການພັດທະນາ ແລະ ປະສົບຄວາມສໍາເລັດຢູ່ໃນ ສປປ ລາວ.

The Lao Rugby Federation is the governing body for the sport of rugby in the Lao PDR.  A full member of the Lao NOC, the Lao Ministry of Education and Sport and Asia Rugby and an Associate Member of World Rugby, the LRF works with more than 3,000 young people across two provinces.  Through Champa Ban Youth Rugby, senior club rugby, national teams and coach and institutional capacity development the LRF strives to reach its mission of offering rugby playing opportunities for all in the Lao PDR.

ປະເພດຕໍາແຫນ່ງ: ພະນັກງານເຕັມເວລາ
ພະນັກງານຝ່າຍສື່ສານ ຈະໄດ້ເຮັດວຽກກັບຝ່າຍພັດທະນາຣັກບີ້

ຕໍາແຫນ່ງດັ່ງກ່າວ ມີຫນ້າທີ່ຮັບຜິດຊອບດັ່ງນີ້:

ການປະຕິບັດງານໃນກິດຈະກໍາ Events Execution (40%)

  • ຊ່ວຍສະຫນັບສະຫນູນ ຜູ້ປະສານງານສື່ສານ ແລະ ການເຜີຍແຜ່ຂໍ້ມູນ ໃນການເກັບກໍາເນື້ອໃນຈາກການປະຕິບັດງານທີ່ສໍາ

    ຄັນທີ່ສອດຄ່ອງກັບແຜນການການສື່ສານທີ່ໄດ້ຕົກລົງ

  • ສະຫນັບສະຫນູນ ສະຫະພັນ ໃນການປະຕິບັດກິດຈະກໍາ ແລະ ແຜນກິດຈະກໍາຕາມແຜນການປະຈໍາປີ

  • ຊ່ວຍຮັກສາຜົນປະໂຫຍດຂອງຜູ້ສະຫນັບສະຫນູນໃຫ້ເປັນໄປຕາມທີ່ເຮັດສັນຍາ (ງານອີເວັ້ນ, ໂຄງການ, ການໂຄສະນາທາງ

    ອອນໄລນ໌ ແລະ ການນໍາສະເຫນີຜູ້ສະຫນັບສະຫນູນດ້ວຍວິທີຕ່າງໆຕາມທີ່ໄດ້ຕົກລົງກັນລະຫວ່າງສະຫະພັນ ແລະ ຜູ້ໃຫ້ທຶນ

    ນັ້ນໆ)

  • ຊ່ວຍຜູ້ຈັດການກິດຈະກໍາ ຕິດຕັ້ງປ້າຍໂຄສະນາໃນງານກິດຈະກໍາຕ່າງໆຂອງສະຫະພັນຈັດຂື້ນ


    ໂຊຊຽວມີເດຍ Social Media (40%)

  • ຊ່ວຍກະກຽມອຸປະກອນຕ່າາງໆທີ່ໃຊ້ໃນກິດຈະກໍາ

  • ຊ່ວຍທີມງານຖ່າຍທອດສົດ ກິດຈະກໍາ

  • ຊ່ວຍສະຫນັບສະຫນູນໃນການພັດທະນາຊ່ອງທາງຕິດຕາມຂອງສະຫະພັນ

  • ຖ່າຍຮູບຕ່າງໆທີ່ຖືກມອບຫມາຍ ແລະ ຖ່າຍທໍາຕັດຕໍ່ວີດີໂອ ແລະ ສໍາພາດກິດຈະກໍາທີ່ໃຫ້ສອດຄ່ອງກັບແຜນຢຸດທະສາດ

    ຂອງສະຫະພັນ ແລະ ຮັບຜິດຊອບໂພດສຂ່າວລົງໂຊຊ່ຽວມີເດຍ ເຊັ່ນ: ຕິກຕ໋ອກ ແລະ ອິນສະຕາແກຣມ

  • ສ້າງວິດີໂອ ແລະ ຮູບສໍາລັບຊ່ອງທາງຕິດຕາມຂອງສະຫະພັນ

    ການລາຍງານ (5%)

    • ບົດລາຍງານປະຈໍາເດືອນຫນ້າວຽກທີ່ຕົນຮັບຜິດຊອບ

    ອື່ນໆ Others (5%)
    • ເຂົ້າຮ່ວມການຝຶກສອນກິລາຣັກບີ້ຕາມການຮ້ອງຂໍຂອງສະຫະພັນ

    • ປະຕິບັດກົດລະບຽບປະຕິບັດ ແລະ ປະພຶດໂຕໃນລະບຽບວິໄນ