ຜູ້ຈັດການການເງິນ
Finance Manager

ເອກະສານຊ້ອນທ້າຍ 1: ລາຍລະອຽດຕຳແໜ່ງ
ATTACHMENT 1:  POSITION DESCRIPTION

ໜ້າທີ່ຮັບຜິດຊອບລວມ
Main Role

  • ຜູ້ຈັດການການເງິນ ແມ່ນເຮັດວຽກແຕ່ລະວັນເພື່ອຈັດການ ທຸກລາຍຈ່າຍຂອງສະຫະພັນ;

  • ຜູ້ຈັດການການເງິນ ແມ່ນແນ່ໃຈວ່າທຸກລາຍຈ່າຍແມ່ນຖຶກຕ້ອງຕາມນະໂຍບາຍ ການເງິນ ແລະ ບໍລິຫານ;

ສາຍຕັ້ງການລາຍງານ/ ການພົວພັນ
Reporting Structure/Relationships

  • ຜູ້ຈັດການການເງິນ ລາຍງານຫາ ຜູ້ບໍລິການວຽກງານຮັກບີ້;

  • ຜູ້ຈັດການການເງິນ ແມ່ນເຮັດວຽກໃກ້ຊິດກັບພະນັກງານບໍລິຫານ ແລະ ພະນັກງານພັດທະນາສະຫະພັນທຸກຄົນ;

ໜ້າທີ່ຮັບຜິດຊອບ
Responsibilities

ຕຳແໜ່ງດັ່ງກ່າວ ມີໜ້າທີ່ຮັບຜິດຊອບດັ່ງນີ້:
This post holds the following responsibilities:

ການເງິນ 

Finance (75%)

  • ມີໜ້າທີ່ ກວດເບິ່ງບົດລາຍງານປະຈຳເດືອນ ໃຫ້ມີຄວາມລະອຽດ ແລະ ຖືກຕ້ອງ;

  • ລົງບັນຊີ Gnucash ພິມຂໍ້ມູນຂອງບິນໃສ່ໂປຣແກມ ພ້ອມທັງວັນທີ,ຂໍ້ມູນຂອງບິນ ແລະ ເລກທີ;

  • ແນ່ໃຈວ່າພະນັກງານການເງີນ ໄດ້ໃນການຮຽນຮູ້ ແລະ ການຈັດຕັ້ງປະຕິບັດວຽກງານ ໃຫ້ສອດຄ່ອງຕາມນະໂຍບາຍການເງິນ ແລະ ບໍລິຫານຂອງ ສະຫະພັນ;

  • ແນ່ໃຈວ່າພະນັກງານທຸກຄົນ ເຂົ້າໃຈນະໂຍບາຍ ແລະ ການລາຍງານທຸກໆການກະທຳ ທີ່ກ່ຽວຂ້ອງກັບການສໍ້ໂກງ ແລະ ການກະທຳໃດທີ່ຜິດປົກກະຕິໜ້າສົງໄສ;

  • ແນ່ໃຈວ່າພະນັກງານການເງິນ ຮຽນຮູ້ ແລະ ປະຕິບັດ ກ່ຽວກັບລະບົບການບໍລິຫານຈັດການເງິນສົດ ຂອງ ສະຫະພັນ;

  • ແນ່ໃຈວ່າພະນັກງານການເງິນຮຽນຮູ້ ກ່ຽວກັບເອກະສານທີ່ຈຳເປັນ ໃນການປະກອບເຮັດທຸລະກຳທາງ;

  • ມີຫນ້າທີ່ກວດການເງິນແຕ່ລະຄັ້ງ ແລະ ວິທີການຮັບ ແລະ ຈັດມ້ຽນເອກະສານແຕ່ລະປະເພດ;

  • ແນ່ໃຈວ່າພະນັກງານການເງິນມີການກວດຄືນ ທຸກໆການສະຫຼຸບລາຍຮັບ-ຈ່າຍຖືກຕ້ອງ ແລະ ມີເອກະສານຈຳເປັນທີ່ຕ້ອງມີຕິດຄັດຄົບຖ້ວນ;

  • ແນ່ໃຈວ່າພະນັກງານການເງິນມີການກະກຽມ ແລະ ກວດຄືນສັນຍາກັບຄູຝຶກ, ທີ່ປຶກສາ, ເຊົ່າ ແລະ ບໍລິການອື່ນໆ;

  • ມີຫນ້າທີ່ໃຫ້ພະນັກງານການເງິນໃນການລວບລວມ ແລະ ກວດເອກະສານໃບຜ່ານງານ, ກົດເຫຼັກໃນການປະຕິບັດ, ສັນຍາວ່າຈ້າງ ທີ່ຈຳເປັນ ສຳລັບ ພະນັກງານ ແລະ ຄູຝຶກ;

  • ມີຫນ້າທີ່ໃນການກະກຽມ ກວດບັນຊີຕາມໄຕມາດ ກັບຄູ່ຮ່ວມງານ;

  • ກະກຽມການສົມທຽບເງິນບັນຊີ ແລະ ລະບົບບັນຊີຂອງສະຫະພັນ ໃຫ້ກັບຜູ້ບໍລິຫານວຽກງານຣັກບີ້ແຕ່ລະເດືອນ;

  • ມີໜ້າທີ່ ເຮັດໃຫ້ການໃຊ້ຈ່າຍທົ່ວໄປ ແລະ ການໃຊ້ຈ່າຍຂອງໂຄງການມີຄວາມສະດວກຂື້ນ;

  • ມີໜ້າທີ່ໃນການຄວບຄຸມ ແລະ ກວດກາເບິ່ງຄ່າໃຊ້ຈ່າຍທັງໝົດ;

  • ມີໜ້າທີ່ເປັນຜູ້ນຳໃນດ້ານການບໍລິຫານລະບົບບັນຊີ ສຳລັບຫ້ອງການສະຫະພັນ;

  • ມີໜ້າທີ່ໃນການ ຮັກສາມາດຕະຖານຂອງການຈັດແຈງເອກກະສານບັນຊີທຸກຢ່າງ ແລະ ການລາຍງານທາງດ້ານການເງິນ ແລະ ກະກຽມເອກກະສານການບັນທຶກທາງດ້ານການເງິນ ແລະ ເອກກະສານຕິດຄັດຢ່າງອື່ນ ໃຫ້ແກ່ ສະພາທີ່ປຶກສາ ຫຼ ຜູ້ຈັດການອາວຸໂສ ຂອງ ຫ້ອງການສະຫະພັນລາວຣັກບີ້ ຕາມຄວາມຈຳເປັນ;

  • ມີໜ້າທິ່ ຊ່ວຍໃນການກະກຽມ ແລະ ໝັ້ນໃຈວ່າທຸກໆບັນຊີສາມາດກວດສອບໄດ້ ໃນທຸກໆປີ;

  • ມີໜ້າທີ່ໃນການກຽມງົບປະມານ ລວມທັງງົບປະມານປະຈຳປີ, ແລະ ບົດລາຍງານທາງດ້ານການເງິນປະຈຳປີທັງໝົດ;

  • ມີໜ້າທີ່ເກັບເງິນ ແລະ ອອກໃບຮັບເງິນໃຫ້ກັບຜູ້ສະຫນັບສະຫນູນ,ຜູ້ໃຫ້ທຶນ;

ບໍລິຫານ Admin (15%)

  • ກະກຽມງານແຂ່ງຂັນຊ່ວຍບໍລິການດ້ານອາຫານ ເຄື່ອງດື່ມ ແລະ ສະຖານທີ່ແຂກວີໄອພີ

  • ຊ່ວຍບໍລິການໃນການຝຶກອົບຮົມ,ການແຂ່ງຂັນ ແລະ ງານອື່ນໆຕາມຕາຕະລາງຂອງສະຫະພັນ ທັງນະຄອນຫລວງວຽງຈັນ ແລະ ຊຽງຂວາງ

  • ຊ່ວຍບໍລິຫານໄປທະນາຄານໃນການໂອນເງິນ ແລະ ເກັບໃບບິນ

  • ຊ່ວຍບໍລິຫານໃນການນັບເຄື່ອງເຂົ້າສາງ ແລະ ກຽມເຄື່ອງການແຂ່ງຂັນ,ຝຶກອົບຮົມ

ການລາຍງານ (5%)

  • ບົດລາຍງານທາງການເງິນ

  • ແຜນລາຍຈ່າຍປະຈຳເດືອນ

  • ບົດລາຍງານປະຈຳເດືອນ

ອື່ນໆ Others (5%)

  • ເຂົ້າຮ່ວມການຝຶກສອນກິລາຣັກບີ້ຕາມການຮ້ອງຂໍຂອງສະຫະພັນ

  • ຕາງຫນ້າເຂົ້າຮ່ວມງານປະຊຸມຕາມການຮ້ອງຂໍຂອງສະຫະພັນ

  • ປະຕິບັດກົດລະບຽບປະຕິບັດ ແລະ ປະພຶດໂຕໃນລະບຽບວິໄນ