Government Relations Officer

ພະນັກງານ ປະສານງານກັບລັດຖະບານ

ຫນ້າທ່ີຫັຼກ

  • ພະນັກງານປະສານງານກັບລັດຖະບານ ມີ້ຫນ້າທີ່ໃນການສະຫນອງວຽກແຕ່ລະສວັນໃຫ້ສະຫະພັນກິລາຮັກບີ້ແຫ່ງຊາດລາວ ເພື່ອໃຫ້ມີສາຍສໍາພັນທີ່ດີກັບພາກລັດຖະບານ.

ໂຄງຮ່າງ ແລະ ຄວາມສໍາພັນຂອງການລາຍງານ

  • ພະນັກງານປະສານງານກັບລັດຖະບານ ຈະລາຍງານຫານຜູ້ອໍານວຍການຝ່າຍປະຕິບັດງານ ແລະ ການເງິນ.

  • ພະນັກງານປະສານງານກັບລັດຖະບານ ຈະເຮັດວຽກຢ່າງຕິດແທດກັບ ຜູ້ອໍານວຍການຝ່າຍປະຕິບັດງານ ແລະ ຝ່າຍການ ເງິນ+ ຜູ້ປະສານງານຝ່າຍຜູ້ສະຫນັບສະຫນຸນ 'ສະປອນເຊີ້( ແລະ ວຽກງານລົງພື້ນທີ່+ ຜູ້ບໍລິຫານຝ່າຍພັດທະນາຣັກບີ້ ແລະ ທີ່ປຶກສາດ້ານການຮ່ວມມື ແລະ ການພັດທະນາ.

ຄວາມຮັບຜິດຊອບ

ຕໍາແຫນ່ງນີ້ ມີຫນ້າທີ່ຄວາມຮັບຜິດຊອບດັ່ງນີ້:

ການລາຍງານ

  • ມີຫນ້າທ່ີໃນການສົ່ງບົດລາຍງານປະຈໍາເດືອນໃຫ້ແກ່ພາກສ່ວນລັດຖະບານ.

  • ມີຫນ້າທີ່ຊ່ວຍໃນການກະກຽມບົດລາຍງານປະຈໍາໄຕມາດ ເພ່ືອສົ່ງໃຫ້ ສະພາຜູ້ບໍລິຫານ.

  • ມີຫນ້າທີ່ໃນການເປັນຜູ້ນໍາໃນການສ້າງ ບົດລາຍງານປະຈໍາປີ ສໍາລັບລັດຖະບານ.

  • ມີຫນ້າທີ່ຊ່ວຍໃນການກະກຽມບົດລາຍງານສໍາລັບເຈົ້າຂອງທຶນບໍລິຈາກ ແລະ ຜູ້ສະຫນັບສະຫນຸນ.

ການປະສານງານກັບລັດຖະບານ

  • ມີຫນ້າທີ່ໃນການເຮັດໃຫ້ ສະຫະພັນລາວຣັກບີ້ ເຂົ້າໃຈ ແລະ ເຮັດຕາມກົດລະບຽບຂອງລັດຖະບານລາວ.

  • ມີຫນ້າທີ່ໃນການເຮັດໃຫ້ ສະຫະພັນລາວຣັກບີ້ຮັກສາ ຄວາມສໍາພັນ ທີ່ ເຂັ້ມແຂງ ແລະ ໄດ້ຜົນກັບພາກສ່ວນລັດຖະບານ ຕ່າງໆ ໂດຍ ສະເພາະແມ່ນກັບກະຊວງສຶກສາທິການ ແລະ ກິລາ.

  • ມີຫນ້າທີ່ໃນການ ເຮັດໃຫ້ແນ່ໃຈວ່າງານອີເວັ້ນ ແມ່ນໄດ້ຮັບການອະນຸມັດວ່າມັນເຫນາະສົມ ສໍາລັບເປັນການແຂ່ງກິລາ ລະດັບຊາດ.

  • ມີຫນ້າທີ່ ເບິ່ງວ່າເອກກະສານຕ່າງໆຂອງສະຫະພັນ ແມ່ນບັນທຶກຖືກຕາມມາດຕະຖານທີ່ໄດ້ວາງໄວ້ ຈາກພາກສ່ວນ ບໍລິຫານຈາກ ລາວ ແລະ ນາໆຊາດທີ່ກ່ຽວຂ້ອງ.

ການຮຽນຮູ້, ການສ້າງຄວາມສໍາພັນ ແລະ ການຕາງຫນ້າ

  • ມີຫນ້າທີ່ໃນການສ້າງຄວາມສໍາພັນ ກັບພະນັກງານ, ຄູ່ຮ່ວມພັດທະນາອື່ນໆ, ລັດຖະບານ, ສະມາຊິກສະພາບໍລິຫານ ແລະ ພາກ ສ່ວນກ່ຽວຂ້ອງອື່ນໆ.

  • ມີຫນ້າທີ່ໃນການເຂົ້າຮ່ວມ ການສໍາມະນານອກຫ້ອງການ, ກຸ່ ມເຮັດວຽກ ແລະ ການປະຊຸມອື່ນໆ ທີ່ກ່ ຽວຂ້ອງກັບ ຕໍາແຫນ່ງນີ້.

  • ທີຫນ້າທີ່ໃນການສ້າງສາຍສໍາພັນ ກັ ບອົງກອນ ແລະ ບຸ ກຄົນອື່ນໆເພື່ອເປີດໂອກາດ ໃນການສ້າງເຄືອຄ່າຍ ແລະ ການ ຮັບຮູ້ສົ່ງ ຕໍ່ຂໍ້ມູນຂ່າວສານ ເພື່ອທີ່ຈະຊ່ວຍໃນຫນ້າວຽກຂອງ ສະຫະພັນລາວຣັກບີ້.

  • ມີຫນ້າທີ່ໃນການຊ່ວຍໃຫ້ ສະຫະພັນລາວຣັກບີ້ ຜັນປ່ຽນເປັນມືອາຊີບ.

  • ມີຫນ້າທີ່ໃຫ້ທຸກໆລະບົບ ໃຫ້ໄດ້ມາດຕະຖານຂອງລາວ ແລະ ສາກົນ.