ລາຍລະອຽດຕຳແໜ່ງ:

Government Relations Officer (ເຕັມເວລາ)

ພະນັກງານ ປະສານງານກັບລັດຖະບານ
Government Relations Officer

ໜ້າທີ່ຫຼັກ
Main Role

  • ພະນັກງານປະສານງານລັດຖະບານ ມີ້ໜ້າທີ່ໃນການສະຫນອງວຽກແຕ່ລະວັນໃຫ້ກິດຈະກຳ ແລະ ງານຕ່າງໆຂອງ ສະຫະພັນກິລາຮັກບີ້ ແຫ່ງຊາດລາວ ເພື່ອໃຫ້ມີສາຍສຳພັນທີ່ດີກັບພາກລັດຖະບານ.

The Government Relations Officer is responsible for providing day-to-day support to the Lao Rugby Federation’s activities and events and for maintaining strong links within government.


ໂຄງຮ່າງ ແລະ ຄວາມສຳພັນຂອງການລາຍງານ
Reporting Structure/Relationships

  • ພະນັກງານປະສານງານລັດຖະບານ ຈະລາຍງານຫາຜູ້ຈັດການຝ່າຍປະຕິບັດແຜນງານ

The GRO will report to the Program Operations Manager.

  • ພະນັກງານປະສານງານລັດຖະບານ ຈະເຮັດວຽກເພື່ອຊ່ວຍຜູ້ນຳຄູຝຶກໂດຍພາບໃຕ້ການນຳພາຂອງ ຜູ້ປະສານງານພັດທະນາຣັກບີ້ ແຂວງ ນະຄອນຫລວງ.

The GRO will also support Coach Group Leader work under the Vientiane Rugby Development Coordinator.

  • ພະນັກງານປະສານງານລັດຖະບານ ຈະເຮັດວຽກຢ່າງຕິດແທດກັບ ປະທານກຳມະການບໍລິ ຫານສະຫະພັນ,ຄູຝືກ ແລະ ພະນັກງານພັດທະນາຣັກບີ້

  • The Government Relations Officer work closely with the CEO, Coaches and all Rugby Development staff.


ຄວາມຮັບຜິດຊອບ
Responsibilities

ຕຳແໜ່ງນີ້ ມີໜ້າທີ່ຄວາມຮັບຜິດຊອບດັ່ງນີ້:

This post holds the following responsibilities:

ການລາຍງານ
Reporting

  • ມີໜ້າທີ່ໃນການສົ່ງບົດລາຍງານປະຈຳເດືອນໃຫ້ແກ່ພາກສ່ວນລັດຖະບານ

To submit monthly reports to relevant government partners

  • ມີໜ້າທີ່ຊ່ວຍໃນການກະກຽມບົດລາຍງານປະຈຳໄຕມາດ ເພື່ອສົ່ງໃຫ້ ສະພາຜູ້ບໍລິຫານ

To support in preparing quarterly reports for submission to the Executive Board

  • ມີໜ້າທີ່ໃນການເປັນຜູ້ນຳໃນການສ້າງ ບົດລາຍງານປະຈຳປີ ສຳລັບດ້ານລັດຖະບານ

To lead the creation of the Annual Report for government.

  • ມີໜ້າທີ່ຊ່ວຍໃນການກະກຽມບົດລາຍງານສຳລັບເຈົ້າຂອງທຶນບໍລິຈາກ ແລະ ຜູ້ສະໜັບສະໜຸນ

To support all required donor and sponsor reporting.

ການປະສານງານກັບລັດຖະບານ
Government Relations

  • ມີໜ້າທີ່ໃນການເຮັດໃຫ້ ສະຫະພັນກິລາຣັກບີ້ ແຫ່ງຊາດລາວ ເຂົ້າໃຈ ແລະ ເຮັດຕາມກົດລະບຽບຂອງລັດຖະ ບານລາວ.

To ensure the Lao Rugby Federation understands and complies with all necessary government requirements.

  • ມີໜ້າທີ່ໃນການເຮັດໃຫ້ ສະຫະພັນກິລາຣັກບີ້ ແຫ່ງຊາດລາວ ຮັກສາ ຄວາມສຳພັນ ທີ່ເຂັ້ມແຂງ ແລະ ໄດ້ຜົນກັບພາກສ່ວນລັດຖະບານຕ່າງໆ ໂດຍ ສະເພາະແມ່ນກັບກະຊວງສຶກສາທິການ ແລະ ກິລາ.

To ensure the Lao Rugby Federation maintains strong and effective links with all sections of government, with a focus on the Ministry of Education and Sport.

  • ມີໜ້າທີ່ໃນການ ເຮັດໃຫ້ແນ່ໃຈວ່າງານອີເວັ້ນ ແມ່ນໄດ້ຮັບການອະນຸມັດວ່າມັນເໜາະສົມ ສຳລັບເປັນການແຂ່ງກິລາລະດັບຊາດ.

To ensure all Lao Rugby Federation events are government sanctioned as appropriate for a national sport federation.

  • ມີໜ້າທີ່ ເບິ່ງວ່າເອກກະສານຕ່າງໆຂອງສະຫະພັນ ແມ່ນບັນທຶກຖືກຕາມມາດຕະຖານທີ່ໄດ້ວາງໄວ້ ຈາກພາກສ່ວນບໍລິຫານຈາກ ລາວ ແລະ ນາໆຊາດທີ່ກ່ຽວຂ້ອງ

To ensure all federation documentation is maintained at the standards required by Lao and international supervisory bodies


ການຮຽນຮູ້, ການສ້າງຄວາມສຳພັນ ແລະ ການຕາງໜ້າ
Learning, Relationship Building and Representation


  • ມີໜ້າທີ່ໃນການສ້າງຄວາມສຳພັນ ກັບພະນັກງານ, ຄູ່ຮ່ວມພັດທະນາອື່ນໆ, ລັດຖະບານ, ສະມາຊິກສະພາບໍລິ ຫານ ແລະ ພາກ ສ່ວນກ່ຽວຂ້ອງອື່ນໆ.

To maintain strong working relationships with staff, government, board members and other stakeholders

  • ມີໜ້າທີ່ໃນການເຂົ້າຮ່ວມ ການສຳມະນານອກຫ້ອງການ, ກຸ່ມເຮັດວຽກ ແລະ ການປະຊຸມອື່ນໆ ທີ່ກ່ຽວຂ້ອງກັບຕຳແໜ່ງນີ້.

To participate in external workshops, working groups and other meetings relevant to the position


  • ມີໜ້າທີ່ໃນການສ້າງສາຍສຳພັນ ກັບອົງກອນ ແລະ ບຸກຄົນອື່ນໆເພື່ອເປີດໂອກາດ ໃນການສ້າງເຄືອຄ່າຍ ແລະ ການຮັບຮູ້ສົ່ງ ຕໍ່ຂໍ້ມູນຂ່າວສານ ເພື່ອທີ່ຈະຊ່ວຍໃນໜ້າວຽກຂອງ ສະຫະພັນລາວຣັກບີ້.

To establish appropriate information-sharing relationships

  • ມີໜ້າທີ່ໃນການຊ່ວຍໃຫ້ ສະຫະພັນກິລາຣັກບີ້ ແຫ່ງຊາດລາວ ຜັນປ່ຽນເປັນມືອາຊີບ

To support the ongoing professionalization of the Lao Rugby Federation

  • ມີໜ້າທີ່ໃຫ້ທຸກໆລະບົບ ໃຫ້ໄດ້ມາດຕະຖານຂອງລາວ ແລະ ສາກົນ

To ensure that all systems developed are in-line with Lao and international standards

ດ້ານການດຳເນີນການຈັດກິດຈະກຳ Event Implementation

  • ການກະກຽມ ປະຕິບັດ ແລະ ອະນາໄມ ສຳລັບກິດຈະກຳ ຈຳປາບານຢູ່ ແຂວງວຽງຈັນ

Prepare, manage and support event set-up, implementation, and clean-up for LRF activities.