Hiring_now.jpg

 ຜູ້ຈັດການສູນຝຶກຊ້ອມນັກກິລາທີມຊາດລາວ
Lao National Team Academy Manager

ພາລະບົດບາດ Duties

ພັດທະນາສູນຝຶກຊ້ອມ ແລະ ສະໜັບສະໜູນນັກກິລາທີມຊາດ
Academy Development and National Team Support

  • ຊ່ວຍພັດທະນາໂຄງສ້າງຂອງສູນຝຶກອົບຮົມທີ່ຍືນຍົງສຳລັບນັກກິລາທີມຊາດທັງເພດຊາຍແລະເພດຍິງ.

Support development of sustainable academy structure for male and female national team players 

  • ປະສານງານກັບພະນັກງານທີມນັກກິລາທີມຊາດໃນການສ້າງຖານຂໍ້ມູນຂອງນັກກິລາຣັກບີ້ຢູ່ໃນປະເທດລາວເພື່ອໃຊ້ໃນການ ຊ່ວຍລະບຸຄວາມສາມາດ, ເພື່ອໃຊ້ໃນການຄັດເລືອກ ແລະ ເພື່ອເປັນແນວທາງໃນການພັດທະນານັກກິລາ ເອງ.

Coordinate with national team staff to build a database of rugby players in Laos to support talent identification, selection, and player pathway development

  • ກະກຽມຄວາມພ້ອມໃຫ້ແກ່ນັກກິລາທີມຊາດລຸ້ນອາຍຸຕ່ຳກວ່າ 16 ປີ ແລະ ຕ່ຳກວ່າ 20 ປີ ທັງເພດຊາຍແລະເພດຍິງ ກ່ອນ ໄປຮ່ວມການແຂ່ງຂັນຕ່າງໆ ເຊັ່ນ: ການຝຶກຊ້ອມ, ການກະກຽມການເດີນທາງ ແລະ ການກະກຽມອື່ນໆຕາມ ຄວາມຈຳເປັນ.

Prepare under-20 and under-16 male and female national teams for competitions, including training, travel arrangements, and compliance as needed

  • ຊ່ວຍພະນັກງານທີມນັກກິລາທີມຊາດໃນການກຽມຄວາມພ້ອມໃຫ້ແກ່ນັກກິລາທີມຊາດລຸ້ນໃຫຍ່ກ່ອນໄປເຂົ້າຮ່ວມການ ແຂ່ງຂັນຕ່າງໆ.

Assist national team staff to prepare senior national teams for competition

  • ຈັດໃຫ້ມີການຝຶກຊ້ອມທັງແບບສ່ວນບຸກຄົນ ແລະ ແບບເປັນທີມໃນຊ່ວງໄລຍະສັນຍາ ດັ່ງທີ່ໄດ້ຕົກລົງ ກັບຄະນະກຳມະການເພື່ອການມີຜົນງານດີ

Provide individual and team coaching for the duration of this contract as agreed with the      High Performance Committee.

  • ຮັບປະກັນວ່າທີມຊາດຈະມີມາດຕະຖານ ແລະ ມີໂປຼໂຕໂກນການຫຼິ້ນທີ່ດຶງຄວາມສາມາດສູງສຸດ ແລະ ຫຼິ້ນໄດ້ຕາມມາດຕະຖານ.

Ensure that the National Teams have standards and protocols to maximise fitness and playing standards.

  • ເຮັດວຽກຮ່ວມກັນຄະນະກຳມະການນຳພານັກກິລາທີມຊາດ ໃນການກະກຽມທີມເພື່ອການເດີນທາງ ແລະ ການແຂ່ງຂັນ.

Work together with the NTLC to prepare the squad for travel and competition.

  • ນຳພາຈັດຝຶກອົບຮົມປະຈຳເດືອນໃຫ້ແກ່ແຂວງອື່ນໆໃນປະເທດລາວ ໂດຍເນັ້ນໃສ່ການພັດທະນາທັກສະຣັກບີ້, ການສ້າງຄວາມແຂງແຮງແລະການປັບໂຕຂອງຮ່າງກາຍ, ທັກສະໃນການເປັນຜູ້ນຳ ແລະ ກິດຈະກຳພາສາອັງກິດ ຕ່າງໆ.

Lead monthly open training sessions in various provinces in Laos focused on rugby skill development, strength and conditioning, leadership skills, and English language activities

ເພີ່ມຂີດຄວາມສາມາດໃນການສ້າງຄວາມແຂງແຮງ ຂອງຮ່າງກາຍ 
Strength and Conditioning Capacity Building

  • ພັດທະນາ ແລະ ນຳໃຊ້ຫຼັກສູດການສ້າງຄວາມແຂງແຮງ ຂອງຮ່າງກາຍ ສຳລັບນັກກິລາທີມຊາດ ລຸ້ນໃຫຍ່, ລຸ້ນອາຍຸຕ່ຳກວ່າ 20 ປີ ແລະ ລຸ້ນອາຍຸຕ່ຳກວ່າ 16 ປີ ທັງເພດຊາຍ ແລະ ເພດຍິງ ທີ່ຢູ່ໃນແຂວງຕ່າງໆໃນປະ ເທດລາວ.

Develop and implement strength and conditioning programs for senior, under-20, and under-16 male and female national team players in various provinces in Laos

  • ເຮັດການເສັງ (ທົດສອບ) ປະຈຳເດືອນ ເພື່ອຕິດຕາມເບິ່ງຄວາມປ່ຽນແປງດ້ານຄວາມແຂງແຮງ, ການປັບໂຕ ຂອງຮ່າງກາຍ, ແລະ ທັກສະຣັກບີ້ຕ່າງໆ ເພື່ອມາວັດແທກ ແລະ ປັບປຸງປະສິດທິພາບຂອງຫຼັກສູດ.

Manage a monthly testing regimen to monitor changes in strength, conditioning, and rugby skills in order to measure and improve programme effectiveness 

  • ຈັດຝຶກອົບຮົມໃຫ້ແກ່ຜູ້ນຳໃນທີມຊາດຣັກບີ້ ແລະ ສະໂມສອນຣັກບີ້ ໃຫ້ຮູ້ຈັກຫຼັກສູດນີ້ ພ້ອມທັງວິທີການນຳໃຊ້ຫຼັກ ສູດການ ສ້າງຄວາມແຂງແຮງ ແລະ ການປັບໂຕຮ່າງກາຍ.

Provide training to leaders of the Laos national rugby team and rugby clubs in strength and conditioning programming and implementation

ການລາຍງານ
Report

ຜູ້ຮັບຕໍາແຫນ່ງນີ້ ແມ່ນຕ້ອງລາຍງານຫາທີ່ປຶກສາດ້ານເຕັກນີກ ຂອງສະຫະພັນ ແລະ ເຮັດວຽກໃກ້ຊິດກັບຄະນະຜູ້ນໍາທີມຊາດລາວ ເຊິ່ງນໍາພາໂດຍ ທີ່ປຶກສາດ້ານເຕັກນີກ. ພ້ອມທັງຈະໄດ້ຮັບການສະຫນັບສະຫນູນວຽກໂດຍ ຜູ້ຈັດການທີມຊາດລາວໃນແຕ່ລະມື້

The postholder reports to the Lao Rugby Federation’s Technical Advisor  and works closely with the NTLC led by the Technical Advisor  .  Day-to-day support will be provided by the National Team Managers.

ອື່ນໆ
Other
 

  • ພັດທະນາກິດຈະກຳພາສາອັງກິດ ແລະ ກິດຈະກຳຣັກບີ້ສຳລັບຄູຝຶກໄວໜຸ່ມ ແລະ ນັກກິລາທີມຊາດ ເພື່ອໄປສອນຕໍ່ໃຫ້ ແກ່ເດັກນ້ອຍ.

Develop English and Rugby activities for youth Coaches and national team players to deliver to children

  • ສະໜັບສະໜູນທີ່ປຶກສາຝ່າຍພັດທະນາແຜນທຸລະກິດໃນການຂຽນໂຄງການໃໝ່ໆ, ໃນການລະດົມທຶນ ແລະ ການຊອກຫາ ຜູ້ສະໜັບສະໜູນ

Support the Business Development Advisor in new project development, fundraising, and sponsor recruitment

  • ວຽກງານອື່ນໆເມື່ອມີການຮ້ອງຂໍ

Other duties as assigned

ຄຸນສົມບັດ
Qualifications

  • ໃບຢັ້ງຢືນການເປັນຄູຝຶກຣັກບີ້ໂລກລະດັບ 2 ຫຼື ສູງກວ່ານັ້ນ

World Rugby Level 2 Coaching Certification or higher

  • ຈົບປະລິນຍາໂທດ້ານກິລາໃນສາຍການສ້າງຄວາມແຂງແຮງ ຂອງຮ່າງກາຍ (Master’s degree in Strength and Conditioning) ຫຼື ທຽບເທົ່າ

Master’s degree in Strength and Conditioning or equivalent

  • ສາມາດອາໄສ ແລະ ເຮັດວຽກໃນປະເທດລາວໄດ້ຢ່າງໜ້ອຍ 12 ເດືອນ

Ability to live and work in Laos for a minimum of 12 months

  • ມີຄວາມຫຼ່ຽນໄຫຼໃນພາສາອັງກິດ

English fluency

  • ຖ້າເວົ້າພາສາລາວໄດ້ແມ່ນພິຈາລະນາພິເສດ; ຫຼື ມີຄວາມເຕັມໃຈທີ່ຈະຮຽນຮູ້ພາສາລາວ

Lao language proficiency preferred; willingness to learn Lao required