Hiring_Operator Program Manarger.jpg

ຜູ້ຈັດການຝ່າຍປະຕິບັດງານແຜນງານ
Program Operations Manager

ໜ້າວຽກຫຼັກ: 
ຜູ້ຈັດການຝ່າຍປະຕິບັດງານແຜນງານ ມີໜ້າທີ່ຮັບຜິດຊອບໃນການບໍລິຫານໂດຍລວມ ຂອງ ກິດຈະກຳທຸກຢ່າງ ຂອງ ສະຫະພັນ ກິລາຣັກບີ້ແຫ່ງຊາດລາວ,
ເຊິ່ງລວມມີການພັດທະນານັກກິລາໄວໜຸ່ມ, ການພັດທະນານັກກິລາອາວຸໂສ ແລະ ການຜັນຂະຫຍາຍ ແລະ ເຜີຍແຜ່ກິດຈະກຳກລົງໄປສູ່ຊຸມຊົນຕ່າງໆ. 

ຜູ້ຈັດການຝ່າຍປະຕິບັດງານແຜນງານ ມີໜ້າທີ່ຮັບຜິດຊອບ ແລະ ຮັບປະກັນທຸກໆກິດຈະກຳ ຂອງ ການພັດທະນາກິລາຣັກບີ້ ແມ່ນໃຫ້ມີຈຳນວນເພດຍິງເຂົ້າຮ່ວມກິດຈະກຳຢ່າງໜ້ອຍ 50 ສ່ວນຮ້ອຍ. 

ສາຍຕັ້ງການລາຍງານ/ຜູ້ກ່ຽວຂ້ອງ

  • ຜູ້ຈັດການປະຕິບັດງານແຜນງານ ແມ່ນໃຫ້ລາຍງານ ຫາ ຜູ້ອຳນວຍການຝ່າຍປະຕິບັດງານ ແລະ ການການເງິນ.

  • ຜູ້ຈັດການການປະຕິບັດງານແຜນງານ ມີໜ້າທີຮັບຜິດຊອບໃນການບໍລິຫານວຽກປະຈຳວັນ ຂອງ ທີ່ປຶກສາດ້ານເຕັກນິກ, ພະນັກງານບໍລິຫານໂຄງການ, ຜູ້ປະສານງານພັດທະນາຣັກບີ້ ຂອງ ແຂວງຊຽງຂວາງ ແລະ ຜູ້ປະສານງານຣັກບີ້ ຂອງ ແຂວງວຽງຈັນ.

  • ຜູ້ຈັດການການປະຕິບັດງານແຜນງານ ແມ່ນເຮັດວຽກໄກ້ຊິດກັບອົງການຊາຍຟັນ, ຄູ່ຮ່ວມງານ ແລະ ທີ່ປຶກສາພັດທະນາທຸລະກິດ ເພື່ອຮັບປະກັນຄູ່ຮ່ວມງານຈະໄດ້ຮັບຂໍ້ມູນຂ່າວສານລ້າສຸດ, ບົດລາຍງານ ແລະ ຄວາມໂປ່ງໃສ ຂອງໂຄງການ, ການບໍລິຫານກິດຈະກຳ ແລະ ການຈັດງານຕ່າງໆ
    ແລະ ດ້ານເຕັກນິກ.

  • ອາດມີການຮຽກຮ້ອງໃຫ້ມີການສະໜັບສະໜູນດ້ານບໍລິຫານທີ່ປຶກສາຕ່າງໆ.

ຄວາມຮັບຜິດຊອບ
ຕໍາແຫນ່ງນີ້ ມີຫນ້າທີ່ຄວາມຮັບຜິດຊອບດັ່ງນີ້:
ການລາຍງານ

  1. ການງານແຜນ, ລາຍງານ ແລະ ບໍລິຫານຈັດການໂຄງການ (30%).

    • ສ້າງແຜນງົບປະມານປະຈຳປີ, ແຜນການເຮັດວຽກ ແລະ ການລາຍງານ ສຳລັບກິດຈະກຳທັງໝົດໃນແຜນງານ.

    • ມີການເບິ່ງຊ່ວຍງົບປະມານປະຈຳເດືອນຂອງພະນັກງານ ແລະ ແຜນວຽກໃນການດຳເນີນກິດຈະກຳທັງໝົດຂອງທຸກພະແນກ.

    • ຮັບປະກັນວ່າເຂົ້າໃຈ ແລະ ປະຕິບັດຕາມກອບບັນທຶກວຽກໃນໂຄງການຮ່ວມມືທັງໝົດ.

    • ຊ່ວຍຜູ້ປະສານງານໃນການກຳນົດ ແລະ ປະຕິບັດຕາມເປົ້າໝາຍໂຄງການ ແລະ ກຳນົດເວລາທີ່ໄດ້ຕົກລົງກັນ.

    • ຮັບປະກັນວ່າ ການເຮັດວຽກຕ່າງໆແມ່ນໄປຕາມເງື່ອນໄຂຄວາມຕ້ອງການຂອງຜູ້ໃຫ້ທຶນ. 

  2. ການບໍລິຫານຊັບພະຍາກອນມະນຸດ (30%).

    • ຊ່ວຍຜູ້ປະສານງານພັດທະນາຣັກກີ້ແຂວງໃນການສ້າງແຜນວຽກປະຈຳເດືອນສຳລັບກິດຈະກຳຕ່າງໆ ຂອງ ຈຳປາບານ.

    • ຮັບປະກັນວ່າ ການເຂົ້າຮ່ວມກິດຈະກຳຈຳປາບານເປັນປະຈຳມີການບັນທຶກຢາງຖືກຕ້ອງ ແລະ ທັນຕາມກຳນົດເວລາ.

    • ຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການປັບປຸງຂັ້ນຕອນການລົງທະບຽນທີມ ເຊິ່ງລວມມີການມອບວຽກ ແລະ ການນຳໃຊ້ລະຫັດທີມ
      ແລະ ນັກກິລາ, ແຈກຢາຍ ແລະ ລວບລວມເຈ້ຍລົງທະບຽນ, ແລະ ກະກຽມໂລໂກ້ຕ່າງໆຂອງທີມ. 

    • ນຳພາຜູ້ນຳກຸ່ມຄູຝຶກໃນການຈັດປະຊຸມ ແລະ ລາຍງານໂດຍໃຫ້ສອດຄ່ອງກັບພິທີການ ຂອງ ອົງການຊາຍຟັນ-ພາສອິດແບກ.

    • ຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການດຳເນີນງານ ແລະ ສ້າງຂັ້ນຕອນການສ້າງທີມ ແລະ ຄູຝຶກຕາມລະດູການ ແລະ ພິທີການ.

    • ຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການຕິດຕາມ ແລະ ກວດກາການເຮັດວຽກ ຂອງ ຄູຝຶກ.

    • ຊ່ວຍຜູ້ຈັດການແຂວງໃນການວາງແຜນ, ການດຳເນີນງານ ແລະ ການລາຍງານກອງປະຊຸມຄູຝຶກປະຈຳເດືອນ ເຊິ່ງລວມມີການສົ່ງບົດສອນ.

    • ຮັບປະກັນການທົບທວນປະສິດຕິພາບ ຂອງ ຄູຝືກ ແລະ ພະນັກງານ ແມ່ນດຳນເນີນພາຍໃຕ້ ແລະ ສອດຄ່ອງກັບນະໂຍບາຍ ແລະ ພິທິການຂອງ ສະຫະພັນກິລາຣັກບີ້ແຫ່ງຊາດລາວ ແລະ ມາດຕະຖານຂອງ ຄູ່ຮ່ວມງານທີ່ກ່ຽວຂ້ອງ. 

  3. ການຕິດຕາມແລະປະເມີນຜົນ

  • ສ້າງຄວາມເຂົ້າໃຈລະອຽດ ກ່ຽວກັບເຄື່ອງມືວັດແທກການປ່ຽນແປງ ຂອງ ຄູ່ຮ່ວມງານ 

  • ຮັບປະກັນວ່າມີການກວດກາຕິດຕາມພີທີການວັດແທກການປ່ຽນແປງທັງໝົດໃນສະຖານທີ່ການປະຕິບັດງານຕ່າງໆ ເຊິ່ງລວມມີການສຳພາດ, ເລື່ອງລາວການປ່ຽນແປງທີ່ພົ້ນເດັ່ນ ແລະ ກໍລະນີ ສຶກສາຕ່າງໆ.

  • ຊ່ວຍຜູ້ປະສານງານແຂວງ ແລະ ຜູ້ນຳກຸ່ມຄູຝຶກໃນການປັບປຸງຄຸນນະພາບໃນການເກັບ ແລະ ລວບລວມຂໍ້ມູນ ແລະ ຕອບສະໜອງຂໍ້ມູນໃຫ້ທັນຕາມເວລາທີ່ກຳນົດໄວ້.

  • ຊ່ວຍທີ່ປຶກສາ ທີ່ຮັບຜິດຊອບເອົາຂໍ້ມູນປ້ອນເຂົ້າລະບົບໃຫ້ເຂົ້າໃຈໃນການອັບເດດຂໍ້ມູນໃນລະບົບເຊລສ໌ຟອຊ ແລະ ສິ່ງຈຳເປັນອື່ນໆ ແລະ ປັບປຸງຄຸນນະພາບ ຂອງ ຂໍ້ມູນທີ່ປ້ອນເຂົ້າລະບົບ.

  • ຊ່ວຍຜູ້ປະສານງານແຂວງໃນການວາງແຜນ ແລະ ຂຽນເລື່ອງລາວຄູຝຶກປະຈຳເດືອນ, ເລື່ອງລາວການປ່ຽນແປງທີ່ ພົ້ນເດັ່ນທີ່ສຸດ ແລະ ກໍລະນີສຶກສາຕ່າງໆ. 

  • ຕິດຕາມ ແລະ ບັນທຶກການປ່ຽນແປງໃນເຄື່ອງມືວັດແທກການປ່ຽນແປງ ເພື່ອຮັບປະກັນວ່າແຫຼ່ງຂໍ້ມູນທີ່ເປັນພາສາ ລາວ ແມ່ນຖືກຕ້ອງກັບຈຸດປະສົງ ແລະ ແທດເໝາະ ກັບ ຄວາມຕ້ອງການ ຂອງ ພາກພື້ນ.

ການລາຍງານ

  • ເຮັດບົດລາຍງານປະເດືອນສົ່ງໃຫ້ອຳນວຍການຝ່າຍປະຕິບັດງານ ແລະ ການເງິນ ແລະ ຄູ່ຮ່ວມງານຕ່າງໆທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມທີ່ລະບຸໄວ້ໃນສັນຍາ. 

  • ມີການຕິດຕາມຜົນໄດ້ຮັບ ແລະ ການລາຍງານ   

  • ຂຽນບົດລາຍງານປະຈຳໄຕມາດ ແລະ ບົດລາຍງານປະຈຳປີໃຫ້ຜູ້ທຶນ ເຊິ່ງເນື້ອຫາໃນບົດລາຍງານປະກອບມີ: ການລາຍງານການປະຕິບັດວຽກໂຄງການ, ການນຳໃຊ້ເງິນ ແລະ ຜົນໄດ້ຮັບ ຂອງ ວຽກ. 

  • ຊ່ວຍໃນການເຮັດບົດລາຍງານປະຈຳໄຕມາດ ເພື່ອສົ່ງໃຫ້ຄະນະຜູ້ບໍລິຫານ 

  • ຕອບສະໜອງບົດລາຍງານອື່ນໆ ຖ້າມີການຮ້ອງຂໍຈາກພາກລັດ, ຄູ່ຮ່ວມງານ ຫຼື ຜູ້ໃຫ້ທຶນ. 

ປະສົບການ/ທັກສະທີ່ຕ້ອງການ 
ຜູ້ສະໝັກງານຄວນມີເງື່ອນໄຂດັ່ງນີ້: 

  • ມີປະສົບການທີ່ກ່ຽວຂ້ອງກັບການບໍລິຫານໂຄງການ, ວຽກງານກິລາ ແລະ/ຫຼື ວຽກງານການພັດທະນາ. 

  • ມີປະສົບການເຮັດວຽກກັບຊຸມຊົນ ແລະ ມີຄວາມຮູ້ກ່ຽວກັບການຮຽນຮູ້ດ້ານສັງຄົມ ແລະ 

  • ມີຄວາມສາມາດໃນການເວົ້າ ແລະ ຂຽນພາສາລາວໃນລະດັບດີ. 

  • ມີຄວາມຊຳນານໃນການເວົ້າ ແລະ ຂຽນພາສາອັງກິດໃນລະດັບດີ. 

  • ມີຄວາມຊຳນານ ແລະ ມີປະສົບການໃນການດູແລ ແລະ ບໍລິຫານການພັດທະນາພະນັກງານ. 

  • ມີປະສົບການເຮັດວຽກກັບເດັກນ້ອຍ, ໄວໜຸ່ມ ແລະ ຊົນເຜົ່າກຸ່ມນ້ອຍ.

  • ມີທັກສະການສື່ສານດ້ວຍວາຈາໃນລະດັບດີ. 

  • ມີທັກສະການນຳໃຊ້ຄອມພິວເຕີໃນລະດັບດີ. 

ພັນທະສັນຍາທີ່ຈຳເປັນ 

ນອກຈາກ, ປະສົບການ ແລະ ທັກສະທີ່ຕ້ອງການ ແລະ ລະບຸໄວ້ຂ້າງເທິງ, ໜ້າທີ່ຮັບຜິດຊອບໃນຕຳແໜ່ງນີ້ ັແມ່ນຍັງຮຽກຮ້ອງໃຫ້ມີການສະໜັບສະໜູນ ພັນທະສັນຍາ ຂອງ ສະຫະພັນກິລາຣັກບີ້ແຫ່ງຊ່າດລາວ ໃນການປົກປ້ອງເດັກນ້ອຍ ແລະ ໄວໜຸ່ມທີ່ເຂົ້າຮ່ວມໃນທຸກໆກິດຈະກຳກິລາ. ເນື່ອງຈາກຕຳແໜ່ງນີ້ ແມ່ນຈະໄດ້ເຮັດວຽກ ກັບ ໄວໜຸ່ມເລື້ອຍໆ, ຜູ້ສະໝັກທີ່ໄດ້ຜ່ານການຄັດເລືອກ ແລະ  ສະມາຊິກທຸກຄົນໃນທີມຈະຕ້ອງໄດ້ເຊັນຮັບຮູ້ ແລະ ປະຕິບັດຕາມລະບຽບດັ່ງລຸ່ມນີ້:

  • ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ ຄວນໄດ້ຮັບການສົ່ງເສີມໃນການພັດທະນາຂີດຄວາມອາດສາມາດ ແລະ ຄວາມບໍ່ເທົ່າທຽມກັນທີ່ເປັນບັນຫາ ຄວນຖືກລົບລ້າງໄປ.

  • ເດັກນ້ອຍ ແລະ ໄວໜຸ່ມທຸກຄົນມີສິດເທົ່າທຽມກັນໄດ້ຮັບການດູແລ ແລະ ປົກປ້ອງຈາກໄພອັນຕະລາຍຕ່າງໆ. 

  • ອົງກອນຕ່າງໆ ທີ່ຂ້ອງກັບກິລາ ມີໜ້າທີ່ຮັບຜິດຊອບໃນການດູແລເດັກນ້ອຍ ແລະ ໄວໜຸ່ມທີ່ເຂົ້າຮ່ວມຫຼີ້ນກິລາ. 

ຕຳແໜ່ງນີ້ ແມ່ນຈະໃຫ້ມີການເຊັນກົດລະບຽບທີ່ຕ້ອງປະຕິບັດ ຂອງ ສະຫະພັນກິລາຣັກບີ້ແຫ່ງຊາດລາວ, ມີການກວດສອບຊີວະປະຫວັດ ແລະ ຂໍ້ມູນຈາກຜູ້ອ້າງອີງ.

ເງື່ອນໄຂການເຮັດວຽກ 

ບ່ອນເຮັດວຽກປະຈຳການແມ່ນຢູ່ນະຄອນຫຼວງວຽງຈັນ, ເຮັດວຽກເຕັມເວລາ. ຫ້ອງການແມ່ນເລີ່ມເຮັດວຽກແຕ່ 8:00 – 16:30, ອາດມີການຮຽກຮ້ອງໃຫ້ເຮັດໃນຊ່ວງແລງ ແລະ ວັນພັກເສົາ-ທິດຕາມຄວາມຮຽກຮ້ອງຕ້ອງການຂອງວຽກ, ໂດຍບໍ່ມີການທົດແທນຄືນເປັນເງິນເພີ່ມ ແຕ່ຈະທົດແທນຄືນເປັນວັນພັກແທນ.

ເງື່ອນໄຂ ຂອງ ຜູ້ສະໝັກ 
ຜູ້ສົນໃຈສະໝັກຕຳແໜ່ງນີ້ ຈະຕ້ອງປະກອບເອກະສານການສະໝັກງານດັ່ງໄປນີ້: 

  • ຈົດໝາຍສະໝັກງານທີ່ບອກເລົ່າເຖິງແຮງບັນດານໃຈ ແລະ ຄຸນສົມບັດ ຂອງ ທ່ານທີ່ເໝາະສົມກັບຕຳແໜ່ງນີ້ພ້ອມທັງບອກຈຳນວນເງີນເດືອນທີ່ຄາດຫວັງໄວ້ຕໍ່ເດືອນ.

  • ຊີວະປະຫວັດ.

  • ຂໍ້ມູນຕິດຕໍ່ ຂອງ ຜູ້ອ້າງອີງຢ່າງໜ້ອຍ 2 ທ່ານ. 

ສຳລັບຜູ້ທີ່ສົນໃຈສະໝັກໃນຕຳແໜ່ງນີ້: ແມ່ນໃຫ້ສົ່ງໃບສະໝັກງານ ແລະ ເອກະສານອື່ນໆທີ່ລະບຸເຂົ້າອີເມວ info@laorugby.com ບໍ່ໃຫ້ກາຍເວລາ 17:00 ຂອງວັນທີ 15/7/2020. ມີພຽງຜູ້ທີ່ຜ່ານການຄັດເລືອກເງື່ອນໄຂເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ກັບໄປ.