ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ
ຄວາມເປັນມາ ແລະ ຈຸດປະສົງ
ສະຫະພັນລາວຣັກບີ້ ແມ່ນໄດ້ສ້າງຂຶ້ນເພື່ອປະສານງານ ແລະ ພັດທະນາກິລາຣັກບີ້ໃນ ສປປ ລາວ. ສະຫະ ພັນມີສິດໜ້າທີ່ຮັບຜິດ ຊອບໃນກິລາຣັກບີ້ຢ່າງເຕັມສ່ວນຢູ່ ສປປ ລາວ ແລະ ໄດ້ຖືກຮັບຮອງເປັນພະແນກກິລາ ດີເດັ່ນຂອງກະຊວງສຶກສາທິການ ແລະ ກິລາ, ພ້ອມທັງຍັງເປັນສະມາຊິກສົມບູນຂອງສະມາຄົມເອເຊຍຣັກບີ້ ແລະ ເປັນສະມາຊິກສົມທົບຂອງສະມາຄົມຣັກບີ້ໂລກ.
ໜ້າທີ່ຮັບຜິດຊອບລວມ
ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ ມີໜ້າທີ່ຮັບຜິດຊອບໃນການປະຕິບັດກິດຈະກຳດ້ານການພັດທະນາກິລາຣັກບີ້ ແລະ ຮັກສາຄວາມສະອາດສຳລັບຫ້ອງການຂອງສະຫະພັນ ກິລາຣັກບີ້ ແຫ່ງຊາດລາວ ແລະ ອຸປະກອນ ຂອງ ກິລາຣັກບີ້.
ສາຍຕັ້ງການລາຍງານ/ ການພົວພັນ
ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ ແມ່ນມີໜ້າທີ່ລາຍງານຫາຜູ້ຈັດການຝ່າຍປະຕິບັດແຜນງານ.
ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ ແມ່ນເຮັດວຽກໃກ້ຊິດກັບຜູ້ປະສານງານພັດທະນາກິລາຣັກບີ້ ແຂວງຊຽງຂວາງ ແລະ ພະນັກງານພັດທະນາຣັກບີ້ ດ້ານສະໂມສອນ.
ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ ແມ່ນມີໜ້າທີ່ເຮັດວຽກໂດຍກົງກັບຜູ້ນຳກຸ່ມ ແລະຮັບຜິດຊອບລວມກັບວຽກງານຈຳປາບານທີ່ນະຄອນຫລວງວຽງຈັນ.
ຜູ້ປະສານງານພັດທະນາກິລາຣັກບີ້ ແຂວງນະຄອນຫລວງວຽງຈັນ ແມ່ນເຮັດວຽກໃກ້ຊິດກັບຄູ່ຮ່ວມງານ ທີມດຳເນີນງານ ແລະ ຜົນກະທົບຂອງການປະຊຸມປະຈຳເດືອນ.
ໜ້າທີ່ຮັບຜິດຊອບ
ຕຳແໜ່ງນີ້ແມ່ນມີໜ້າທີ່ຮັບຜິດຊອບ ດັ່ງນີ້:
ດ້ານການປະສານງານຈຳປາບານ
ຈັດການກິດຈະກຳຈຳປາບານ ແລະ ພາດອິດແບັກ ແຂວງນະຄອນຫລວງວຽງຈັນ ກັບຜູ້ນຳຄູຝຶກ ແລະ ຄູຝຶກ ທີ່ຮັບຜິດຊອບກິດຈະກຳຣັກບີ້ຕາມແຜນປະຈຳປີ.
ສະເຫນີ ແລະ ຈັດການງົບປະມານປະຈຳເດືອນ ແລະ ແຜນວຽກ ເພື່ອປະຕິບັດກິດຈະກຳ ຈຳປາບານ ລວມທັງ ພາດອິດແບັກ, ທົ່ວທຸກທີມໃນນະຄອນຫລວງວຽງຈັນ.
ຊ່ວຍຜູ້ນຳກຸ່ມຄູຝຶກໃນການສະເຫນີຕາຕະລາງ ປະຈຳເດືອນ ຂອງກິດຈະກຳ ຈຳປາບານ ແລະ ການສ້າງຄວາມສາມາດຂອງຄູຝຶກ.
ແນ່ໃຈວ່າ ໄດ້ເກັບກຳເອກະສານຂອງທຸກທີມປະຈຳປີ ຂອງຈຳປາບານ ທັງແມ່ນການລົງທະບຽນ, ຟອມການສອນ ໄດ້ ຖຶກບັນທຶກລົງຖານຂໍ້ມູນ ແລະ ເກັບກຳໄດ້ຕາມເວລາ.
ແນ່ໃຈວ່າການຕິດຕາມຄູຝຶກແມ່ນຖຶກຈັດຂື້ນ ແລະ ປະຕິບັດເປັນປະຈຳ ພ້ອມທັງມີການລາຍງານ ຄຸນນະພາບ,ມາດ ຕະຖານແມ່ນໄດ້ທົ່ວທຸກ ກິດຈະກຳ ຈຳປາບານໃນແຂວງນັ້ນໆ.
ເປັນສູນກາງໃນການຕິດຕໍ່ສື່ສານກັບເພື່ອນຮ່ວມງານທ້ອງຖິ່ນ ແລະ ໂຮງຮຽນ, ຄູອາຈານໃນລະດັບບ້ານ ແລະ ໂຮງຮຽນ
ຈັດການເລື່ອງເງິນເດືອນຄູຝຶກຂອງຄູຝຶກພາຍໃນພາຍໃນກຸ່ມຄູຝຶກທີ່ກ່ຽວຂ້ອງ ແລະ ລາຍງານໃຫ້ຝ່າຍການເງິນ
ການພັດທະນາຄູຝຶກ
ສະເຫນີ ແລະ ຈັດການແຜນງົບປະມານຕາມໄຕມາດ ພ້ອມທັງແຜນວຽກ ເພື່ອດພເນີນການພັດທະນາກິດຈະກຳຈຳປາບານທົ່ວແຂວງ.
ຊ່ວຍໃນການໂຄສະນາ ແລະ ຈ້າງຄູຝຶກ, ນັກກິລາ ແລະ ພະນັກງານ.
ເປັນຜູ້ນຳຈັດການປະຊຸມຄູຝຶກ:ການວາງແຜນ,ການຝືກສອນ ແລະ ການນຳສະເຫນີບົດໃນການຝືກອົບຮົມ (ກັບຜູ້ນຳຄູຝຶກ).
ແນ່ໃຈວ່າໄດ້ມີການຕິດຕາມຄູຝຶກເປັນປະຈຳ ເພື່ອໃຫ້ໄດ້ ຄຸນນະພາບ ແລະ ມາດຕະຖານ ເພື່ອແກ້ໄຂໃນພື້ນທີ່ທີ່ຍັງມີຄວາມທ້າທາຍ
ສະຫນອງການຊ່ວຍເຫລືອກັບຄູຝຶກ ແບບໂຕຕໍ່ໂຕໃຫ້ແກ່ຄູຝຶກລາຍບຸກຄົນທີ່ຍັງມີຄວາມທ້າທາຍ
ເປັນຜູ້ນຳໃນການສອນທັກສະຊີວິດ ຕາມປື້ມບົດຮຽນ ແລະ ແບບແຜນ
ການປະເມີນ ແລະ ການສັງເກດ
ສັງເກດຄູຝຶກເດືອນລະ 8ເທື່ອໃນ ແຂວງນະຄອນຫລວງ ວຽງຈັນ ແລະ ແນ່ໃຈວ່າໄປເຖິງມາດຕະຖານທີ່ກຳນົດ
ແນ່ໃຈວ່າພະນັກງານທຸກໆຄົນທີ່ ແຂວງນະຄອນຫລວງວຽງຈັນ ແມ່ນໄດ້ມາດຕະຖານໃນການສັງເກດຄູຝຶກ ແລະ ສົ່ງຟອມຕາມເວລາທີ່ກຳນົດ
ກວດການຟອມສັງເກດຄູຝືກ ແລະ ພ້ອມທັງສົ່ງຂໍ້ມູນໃສ່ບົດລາຍງານປະຈຳເດືອນຂອງ ແຂວງນະຄອນຫລວງວຽງຈັນ ໃຫ້ແກ່ ຜູ້ຈັດການຝ່າຍປະຕິບັດແຜນງານ
ດໍາເນີນການກວດສອບການປຶ້ມບັນທຶກຄູຝຶກ ແລະ ແບບຟອມອື່ນໆທີ່ສົ່ງໂດຍ ຄູຝຶກສອນ ແລະ ຜູ້ນຳຄູຝຶກ
ປະຕິບັດກິດຈະກຳໃນການຝຶກອົບຮົມ ຫລື ຊ່ວຍຜູ້ນຳຄູຝຶກໃນ ແຂວງນະຄອນຫລວງວຽງຈັນ ດ້ານການສັງເກດຄູຝຶກ ແລະ ຖານຂໍ້ມູນອື່ນໆ
ການປ່ຽນແປງ ແລະ ການເກັບຖານຂໍ້ມູນ
ກວດເບິ່ງຄືນຟອມທັງໝົດຂອງນະຄອນຫລວງວຽງຈັນທີ່ສົ່ງເພື່ອໃຫ້ໝັ້ນໃຈວ່າຂໍ້ມູນຖືກຕ້ອງ ແລະ ສົ່ງໃຫ້ພະນັກງານຖານຂໍ້ມູນ
ຂຽນກໍລະນີສືກສາ ເທື່ອຫນື່ງຂໍ້ເດືອນລວມທັງ ແຂວງນະຄອນຫລວງວຽງຈັນ ລວມທັງຫມົດແມ່ນ10ກໍລະນີສືກສາໃນລະດູການ ທ້າຍເດືອນສິງຫາ ເຖີງ ເດືອນພືດສະພາ ຕາມປີນັ່ນໆ) ແລະ ຕາມກຳນົດ
ແນ່ໃຈວ່າຜູ້ນຳຄູຝຶກ ແລະ ພະນັກງານ ແຂວງນະຄອນຫລວງວຽງຈັນ ໄດ້ຂຽນກໍລະນີສືກສາ ໃນລະຫວ່າງລະດູການ ທ້າຍເດືອນສິງຫາ ເຖີງ ເດືອນພືດສະພາ ຕາມປີນັ່ນໆ) ແລະ ຕາມກຳນົດ
ເກັບກໍາເອົາຂໍ້ມູນເຊີງປະລິມານຈາກຄູຝຶກກັບບ້ານທີ່ກ່ຽວຂ້ອງ (ລວມທັງການລົງທະບຽນ, ຕົ້ນລະດູ, ທ້າຍລະດູ, ຟອມອອກ, ການລາຍງານການບາດເຈັບ/ເຫດການ, ການເຂົ້າຮ່ວມ, ຄ່ານໍ້າມັນ),
ສະໜັບສະໜູນຄູຝຶກໃນຂັ້ນບ້ານໃຫ້ມີການເກັບກໍາຂໍ້ມູນເຊີງປະລິມານ ແລະ ເຊີງຄຸນະພາບໃຫ້ມີປະສິດທິພາບ ແລະ ຄຸນະພາບ,
ການເກັບກຳການຈັດການ
ເກັບກຳ ແລະ ຮັກສາທຸກການບັນທຶກຂອງທີມຈຳປາບານ ແລະ ພາດອິດແບັກ ທີ່ ແຂວງນະຄອນຫລວງວຽງຈັນ.
ແນ່ໃຈວ່າ ຜູ້ນຳກຸ່ມ ໄດ້ເກັບມ້ຽນເອກະສານຂອງຄູຝືກໄວ້ເປັນຫມວດຫມູ່ໃຜລາວ ໃຫ້ສະດວກແກ່ການກວດສອບເອກະສານທີມ,ຄູຝືກ ທາງ ອອນລາຍ(ເປັນຟ້າຍ) ແລະ ເອກະສານໃນແຟ້ມ.
ຈັດການ ແລະ ເກັບກຳຂໍ້ມູນຂອງນັກກິລາ:ການລົງທະບຽນ,ການສຳພາດ,ການຂໍອະນຸຍາດພໍ່ແມ່,ການສຳພາດພໍ່ແມ່ ,ຟອມລົງທະບຽນ,ການຝຶກອົບຮົມຄູຝຶກ,ການສັງເກດຄູຝຶກ,ການປະເມີນການເຣັດວຽກຂອງຄູຝຶກ ແລະ ການຂຽນກໍລະນີສຶກສາໃນແຕ່ລະເດືອນຂອງນັກກີລາ,ພໍ່ແມ່ ແລະ ຄູຝຶກ.
ດ້ານການດຳເນີນການຈັດກິດຈະກຳ
ເປັນຜູ້ນຳໃນການຈັດກິດຈະກຳ, ດຳເນີນການ, ແລະ ອະນາໄມ ຂອງນະຄອນຫລວງວຽງຈັນລວມໄປເຖິງການກຽມແຜນງົບປະມານ ແລະ ຕາຕະລາງພ້ອມທັງຂຽນບົດລາຍງານ
ໃຫ້ການຊ່ວຍເຫຼືອກັບເຫດການອື່ນໆ ແລະ ກິດຈະກໍາທີ່ຕ້ອງການ.
ການລາຍງານ ແລະ ການສື່ສານ
ກະກຽມສົ່ງແຜນວຽກໃຫ້ແກ່ຜູ້ຈັດການຝ່າຍປະຕິບັດແຜນງານ
ກະກຽມສົ່ງບັນທືກການສອນຂອງຄູຝຶກ ພ້ອມທັງວຽກຂອງຄູຝຶກໃຫ້ ພະນັກງານແຜນງານ ແລະ ຜູ້ຈັດການ ບັນທຶກຖານຂໍ້ມູນ
ກະກຽມສົ່ງບົດລາຍງານປະຈຳເດືອນພ້ອມທັງຄຳຄິດເຫັນຂອງຄູຝຶກທີ່ຮັບຜິດຊອບໃຫ້ແກ່ ຜູ້ຈັດການຝ່າຍປະຕິບັດແຜນງານ
ທັກສະ/ປະສົບການທີ່ຊອກຫາ
ໃບປະກາດ ເປັນຄູຝືກຂອງ ພາດອີກແບັກ
ມີປະສົບການ ຢ່າງໜ້ອຍ 2 ປີຂຶ້ນໄປໃນການເປັນຄູຝຶກ ແລະ ຈັດການຄູຝຶກ
ມີປະສົບການເຮັດວຽກຕ່າງແດນໃນສະພາບແວດລ້ອມມີຊັບພະຍາກອນຈຳກັດ
ຮູ້ຈັກຍືດຍຸ່ນ ຮູ້ຜ່ອນສັ້ນຜ່ອນຍາວ
ມີແນວທາງການເຮັດວຽກໃນເຊີງລຸກ
ມີຄວາມສາມາດໃນການເຮັດວຽກທ່າມກາງການດູແລນຳພາພຽງເລັກນ້ອຍ
ມີປະສົບການ ການເຮັດວຽກໃນສະພາບແວດລ້ອມທີ່ບໍ່ຈຳເປັນຕ້ອງໃຊ້ທັກສະພາສາ
ພັນທະທີ່ຕ້ອງປະຕິບັດ
ນອກຈາກທີ່ພວກເຮົາຊອກຫາຜູ້ສະໝັກທີ່ມີຄຸນສົມບັດດັ່ງທີ່ກ່າວໄວ້ຂ້າງເທິງແລ້ວ ຕຳແໜ່ງນີ້ຈະຕ້ອງໄດ້ສະໜັບສະໜູນ ພັນທະ ຂອງສະຫະພັນໃນການຫລຸດຜ່ອນຄວາມສ່ຽງເດັກນ້ອຍແລະໄວໜຸ່ມໃນການເຂົ້າຮ່ວມກິລາ. ດ້ວຍຕຳແໜ່ງນີ້ທີ່ຕ້ອງເຮັດວຽກ ກັບໄວໜຸ່ມ, ຜູ້ສະໝັກທີ່ຖືກເລືອກ ແລະ ທີມງານທຸກໆຄົນຈະຕ້ອງໄດ້ເຊັນຮັບຮູ້ແລະປະຕິບັດຕາມຫຼັກການດັ່ງລຸ່ມນີ້:
ເດັກນ້ອຍ ແລະ ໄວໜຸ່ມທຸກຄົນມີສິດທີ່ຈະມ່ວນຊື່ນກັບກິລາໂດຍປາສະຈາກການລ່ວງລະເມີດ ຫຼື ການສະແຫວງຫາ ຜົນປະໂຫຍດຈາກເຂົາທຸກຮູບແບບ.
ເດັກນ້ອຍ ແລະ ໄວໜຸ່ມທຸກຄົນມີສິດເທົ່າທຽມກັນໃນການຖືກປ້ອງກັນຈາກອັນຕະລາຍຕ່າງໆ.
ເດັກນ້ອຍ ແລະ ໄວໜຸ່ມທຸກຄົນຄວນໄດ້ຮັບການສົ່ງເສີມໃຫ້ພັດທະນາຂີດຄວາມສາມາດຂອງພວກເຂົາ, ແລະ ຄວາມ ບໍ່ສະເໝີພາບຕ່າງໆຄວນຖືກລົບລ້າງໄປ.
ທຸກໆຄົນມີຄວາມຮັບຜິດຊອບໃນການເບິ່ງແຍງດູແລ ແລະ ການຫລຸດຜ່ອນຄວາມສ່ຽງເດັກນ້ອຍ.
ອົງກອນກິລາທີໜ້າທີ່ໃນການເບິ່ງແຍງດູແລເດັກນ້ອຍ ແລະ ໄວໜຸ່ມທີ່ມີສ່ວນຮ່ວມໃນກິລາ.
ຕຳແໜ່ງນີ້ຈຳເປັນຕ້ອງມີການກວດສອບການເຊັນລົງນາມໃນໜັງສືຈັນຍາບັນຂອງສະຫະພັນ ພ້ອມທັງກວດສອບປະຫວັດ ແລະ ຜູ້ອ້າງອີງຕ່າງໆ.
ກະລຸນາສົ່ງແບບຟອມສະໝັກ, ທີ່ລວມມີຊີວະປະຫວັດ, ສຳເນົາໃບຢັ້ນຢືນການເປັນຄູຝຶກ Pass It Back ພ້ອມທັງໜັງສືສະແດງຄວາມສົນໃຈທີ່ມີເນື້ອຫາດັ່ງກ່າວໄວ້ຂ້າງເທິງ ມາທີ່ info@laorugby.com.
Link: ກົດ ດາວໂຫລດຟອມສະໝັກ