ຜູ້ນຳກຸ່ມ Coach Group Leader (CGLs)
ສະຫະພັນກິລາຣັກບີ້ແຫ່ງຊາດລາວຕ້ອງການຮັບສະຫມັກ ຜູ້ນຳກຸ່ມຄູຝຶກຈຳປາບານຣັກບີ້ ຢູ່ແຂວງຊຽງຂວາງ
ຈຸດປະສົງຂອງວຽກ ແລະ ໂຄງຮ່າງການລາຍງານ
ຫົວໜ້າກຸ່ມຄູຝຶກມີໜ້າທີ່ໃນການຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການປະຕິບັດກິດຈະກໍາຂອງໂຄງການຊາຍຟັນ ພາດສ໌ອິດແບັກ ແລະ ຊ່ວຍກໍາກັບຄູຝຶກຢູ່ປະເທດລາວ. ລາວຕ້ອງລາຍງານໂດຍກົງໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ໄດ້ກໍານົດໄວ້ໃຫ້.
ສະຫຼຸບຫຍໍ້ກ່ຽວກັບຕໍາແໜ່ງ
ພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງຜູ້ປະສານງານພັດທະນາຣັກບີ້ແຂວງ, ຜູ້ນໍາກຸ່ມຄູຝຶກມີໜ້າທີ່ຮັບຜິດຊອບ
- ສອນການຝຶກອົບຮົມ (ຣັກບີ້ ແລະ ທັກສະຊີວິດ) ໃຫ້ໝັ້ນໃຈວ່າໄດ້ຄຸນະພາບ ແລະ ຢູ່ໃນສະພາບແວດລ້ອມທີ່ປອດໄພໃນການສອນ 
- 2) ຈຸດປະສົງການເກັບກໍາຂໍ້ມູນສໍາລັບການວັດແທກກການປ່ຽນແປງແມ່ນໃຫ້ໝັ້ນໃຈວ່າໄດ້ທັງຄຸນນະພາບ ແລະ ປະລິມານ. ລາວຈະຕ້ອງເຮັດວຽກສໍາລັບບົດລາຍງານທຸກໆອັນ ແລະ ການຕິດຕໍ່ສື່ສານ, ລວມທັງບັນຫາການຫຼຸດຜ່ອນຄວາມສ່ຽງ ຢູ່ໃນພື້ນທີ່ທີ່ໄດ້ຈັດສັນໄວ້ໃຫ້. 
ໜ້າທີ່ຮັບຜິດຊອບຫຼັກ
1.ເກັບກໍາຂໍ້ມູນເຊີງປະລິມານ(ການລົງຕິດຕາມ) ແລະ ຄຸນະພາບ(ການຂຽນການປ່ຽນແປງ)
Measuring Change Quantitative and Qualitative Data Collection
- ສະໜັບສະໜູນຄູຝຶກໃນຂັ້ນບ້ານໃຫ້ມີການເກັບກໍາຂໍ້ມູນເຊີງປະລິມານ(ການລົງຕິດຕາມ) ແລະ ເຊີງຄຸນະພາບ(ການຂຽນການປ່ຽນແປງ)ໃຫ້ມີປະສິດທິພາບ ແລະ ຄຸນະພາບ. 
- ເກັບກໍາເອົາຂໍ້ມູນເຊີງປະລິມານ(ການສຳພາດ) ຈາກຄູຝຶກກັບບ້ານທີ່ກ່ຽວຂ້ອງ (ລວມທັງການລົງທະບຽນ, ການສຳພາດຕົ້ນລະດູ, ທ້າຍລະດູ, ຟອມລາອອກ, ການລາຍງານການບາດເຈັບ/ເຫດການ, ການເຂົ້າຮ່ວມ, ຄ່ານໍ້າມັນ), 
- ກວດເບິ່ງຄືນຟອມທັງໝົດທີ່ສົ່ງເພື່ອໃຫ້ໝັ້ນໃຈວ່າຂໍ້ມູນຖືກຕ້ອງ. 
- ສົ່ງຂໍ້ມູນທີ່ໄດ້ເກັບກໍາທັງໝົດ ແລະ ກວດຄືນຂໍ້ມູນໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງ. 
- ຂຽນການວັດແທກການປ່ຽນແປງ/QM2 ຈຳນວນ4 ເລື່ອງຂອງແຂວງ ຊຽງຂວາງ ໃນລະດູການຫນື່ງ ແລະ ອີກ4ເລື່ອງໃນລະດູການທີສອງ ລວມທັງຫມົດແມ່ນ8ເລື່ອງ ສຳລັບຜູ້ນຳກູ່ມເຕັມເວລາ. - ຖ້າແມ່ນເຄີ່ງເວລາ ໃຫ້ຂຽນການວັດແທກການປ່ຽນແປງ/QM2 ຈຳນວນ2 ເລື່ອງຂອງແຂວງ ຊຽງຂວາງ ໃນລະດູການຫນື່ງ ແລະ ອີກ2ເລື່ອງໃນລະດູການທີສອງ ລວມທັງຫມົດແມ່ນ4ເລື່ອງ 
 
- ຮຽນກ່ຽວກັບການຂຽນ ການປ່ຽນແປງ MSC/QM2 ກັບຜູ້ຮັບຜິດຊອບ 1-2 ຊົ່ວໂມ່ງໃນແຕ່ລະເດືອນ 
- ສຳເລັດການລົງຕິດຕາມການສອນຂອງຄູຝຶກ 6 ຄູ່ ຫຼື 12 ຄົນ ຕໍ່ເດືອນທີ່ ແຂວງ ຊຽງຂວາງ ທຸກເດືອນ (ໜຶ່ງເທື່ອຕໍ່ເດືອນ ຫຼື ຕິດຕາມໜຶ່ງເທື່ອ ຕໍ່ຄູ່ຂອງຄູຝືກ) ແລະ ສົ່ງຟອມການສັງເກດໃນເວລາສອງວັນ.ໃຫ້ ຜູ້ປະສານງານແຂວງ ແລະ ພະນັກງານສະຫະພັນເພື່ອແນ່ໃຈວ່າຄູຝຶກ ແລະ ຄູ່ຂອງຄູຝືກທີ່ ແຂວງ ຊຽງຂວາງ ແມ່ນໄດ້ໄປຕິດຕາມ ຢ່າງຫນ້ອຍເດືອນລະເທື່ອ. 
2.ປະສານງານໂຄງການ Project Coordination
- ຮັບຜິດຊອບຄູຝືກຈຳນວນ 6 ຄູ່ ແລະ (12 ຄົນ) 
- ຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງ ຊຽງຂວາງ ໃນການປະສານວຽກກັບຄູຝຶກເພື່ອໃຫ້ໝັ້ນໃຈວ່າການປະສານງານມີປະສິດທິພາບ. 
- ເຮັດການປະເມີນ ຄູຝືກໃນການເຮັດວຽກ ໜື່ງປີເຮັດເທື່ອໜື່ງ ໂດຍການໃຊ້ຟອມ C5 (ເຮັດສຳຫຼັບຄູຝືກທີ່ໄດ້ຮັບຜີດຊອບ) 
- ຊ່ວຍການປະຕິບັດກິດຈະກໍາຂອງໂຄງການໂດຍປະສານງານ ກັບຜູ້ປະສານງານພັດທະນາຣັກບີ້ແຂວງ ຊຽງຂວາງແລະ ທີມງານທີ່ປະຕິບັດວຽກຢູ່ທ້ອງຖິ່ນ. 
- ຊ່ວຍໃນການວາງແຜນກິດຈະກໍາ, ການຂຶ້ນງົບປະມານທີ່ທາງຜູ້ປະສານງານໃຫ້ຮັບຜີດຊອບ ແລະ ເຄຍງົບປະມານ , ຕິດຕາມລວມທັງງານຕ່າງໆ ແລະ ການແຂ່ງຂັນເຊັ່ນ: ອາຫານ, ກະກຽມສະຖານທີ໋, ການຈັດພິທີຕ່າງໆ, ຈົດຄະແນນ, ການປະຖົມພະຍາບານ, ອື່ນໆ. 
- ເປັນສູນກາງໃນການຕິດຕໍ່ສື່ສານກັບເພື່ອນຮ່ວມງານທ້ອງຖິ່ນ ແລະ ໂຮງຮຽນ, ຄູອາຈານໃນລະດັບບ້ານ ແລະ ໂຮງຮຽນ ,ປະຊຸມພໍ່ແມ່. 
- ຊ່ວຍໃນການໂຄສະນາ ແລະ ຮັບສະຫມັກຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ. 
- ເກັບບັນທືກເຫດການຄູຝືກ CJE ໃນແຕ່ລະເດືອນຂອງກຸ່ມທີ່ໄດ້ຮັບຜີດຊອບ ແລະ ຮັກສາໄວ້ໃນ ເບດແຄ້ມ ຫຼື ແຟ້ມຂໍ້ມູນ 
3.ການລາຍງານ ແລະ ການຕິດຕໍ່ສື່ສານReporting and Communication
- ຕື່ມຂໍ້ມູນການຈ່າຍເງີນເດືອນ ຫຼື ຕາຕະລາງເງີນເດືອນ ສໍາລັບຄູຝຶກພາຍໃນກຸ່ມຄູຝຶກທີ່ກ່ຽວຂ້ອງ ແລະ ລາຍງານໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງ. 
- ເກັບກໍາຄວາມຫຍຸ້ງຍາກຕ່າງໆ ແລະ ຄໍາແນະນໍາຈາກຄູຝຶກ ພາຍໃນກຸ່ມຄູຝຶກທີ່ກ່ຽວຂ້ອງ ແລະ ສົ່ງໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງ. 
- ເປັນສູນກາງໃນການຕິດຕໍ່ສື່ສານກ່ຽວກັບຂໍ້ມູນໂຄງການໃຫ້ກັບຄູຝຶກທຸກຄົນ. 
- ເຮັດບົດລາຍງານໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ກ່ຽວຂ້ອງໃນວັນທີ 1 ຂອງທຸກໆເດືອນ ແລະ ທຸກກີດຈະກຳທີ່ໄດ້ຮັບຜີດຊອບ. 
- ສົ່ງແຜນວຽກ Timesheet ໃນແຕ່ລະເດືອນ ທຸກທ້າຍເດືອນໃຫ້ກັບຜູ້ປະສານງານແຂວງ 
- ສົ່ງແຜນວຽກລ່ວງໜ້າຂອງເດືອນທີ່ຈະເຮັດວຽກ ໃນເດືອນຕໍ່ໄປ ທຸກທ້າຍເດືອນໃຫ້ກັບຜູ້ປະສານງານແຂວງ 
- ເຂົ້າຮ່ວມກີດຈະກຳທີ່ທາງສະຫະພັນໄດ້ຈັດຂື້ນ (ກໍລະນີທີ່ມີສ່ວນກ່ຽວຂ້ອງ) 
4. ການຫຼຸດຜ່ອນຄວາມສ່ຽງ Safeguarding
- ເປັນສູນກາງສໍາລັບຄູຝຶກ ແລະ ນັກກິລາ ໃນການລາຍງານທຸກໆຂໍ້ກັງວົນກ່ຽວກັບການຫຼຸດຜ່ອນຄວາມສ່ຽງທີ່ເກີດຂຶ້ນໃນລະຫວ່າງການເຮັດກິດຈະກໍາຂອງໂຄງການ. 
- ນໍາພາໃນການປະຕິບັດນະໂຍບາຍການຫຼຸດຜ່ອນຄວາມສ່ຽງສໍາລັບຄູຝຶກ ແລະ ນັກກິລາ . 
- ສືບຕໍ່ຕິດຕາມ ແລະ ປະເມີນການປະຕິບັດຕາມນະໂຍບາຍ ທີ່ທາງສະຫະພັນໄດ້ມີການອັບເດດທຸກຄັ້ງ. 
 ກະລຸນາສົ່ງແບບຟອມສະໝັກ, ທີ່ລວມມີຊີວະປະຫວັດ, ສຳເນົາໃບຢັ້ນຢືນການເປັນຄູຝຶກ Pass It Back ພ້ອມທັງໜັງສືສະແດງຄວາມສົນໃຈທີ່ມີເນື້ອຫາດັ່ງກ່າວໄວ້ຂ້າງເທິງ ມາທີ່ info@laorugby.com.

