ຜູ້ນຳກຸ່ມຄູຝຶກເມືອງຄຳແລະເມືອງແປກ Coach Group Leader (CGLs)

ຈຸດປະສົງຂອງວຽກ ແລະ ໂຄງຮ່າງການລາຍງານ 

ຜູ້ນຳກຸ່ມຄູຝຶກມີໜ້າທີ່ໃນການຊ່ວຍຜູ້ປະສານງານພັດທະນາຣັກບີ້ແຂວງໃນການປະຕິບັດກິດຈະກໍາຂອງຫລັກສູດ ພາດສ໌ອິດແບັກ ແລະ ຊ່ວຍນຳພາຄູຝຶກຢູ່ປະເທດລາວ. ຜູ້ນຳກຸ່ມຄູຝຶກຕ້ອງລາຍງານໂດຍກົງໃຫ້ກັບຜູ້ປະສານງານພັດທະນາຣັກບີ້ແຂວງທີ່ໄດ້ກໍານົດ​ໄວ້ໃຫ້. 

ສະຫຼຸບຫຍໍ້ກ່ຽວກັບຕໍາແໜ່ງ

ພາຍໃຕ້ການນໍາພາ ແລະ ຊີ້ນໍາຂອງຜູ້ປະສານງານພັດທະນາຣັກບີ້ແຂວງ, ຜູ້ນໍາກຸ່ມຄູຝຶກມີໜ້າທີ່ຮັບຜິດຊອບ 

  1. ສອນ​ການ​ຝຶກ​ອົບຮົມ (ຣັກບີ້ ​ແລະ ທັກ​ສະ​ຊີວິດ) ​ໃຫ້​ໝັ້ນ​ໃຈ​ວ່າ​ໄດ້​ຄຸນະພາ​ບ ​ແລະ ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພໃນການສອນ

  2. ​ເກັບ​ກໍາ​ຂໍ້​ມູນ​ສໍາລັບ​ການ​ວັດ​ແທກ​ການ​ປ່ຽນ​ແປງ​ແມ່ນ​ໃຫ້​ໝັ້ນ​ໃຈ​ວ່າ​ໄດ້​ທັງ​ຄຸນ​ນະພາ​ບ ​ແລະ ປະລິມານ. ຜູ້ນຳກຸ່ມຄູຝຶກຈະ​ຕ້ອງ​ເຮັດ​ວຽກ​ສໍາລັບ​ບົດ​ລາຍ​ງານ​ທຸກ​ອັນ ​ແລ​ະ ການຕິດ​ຕໍ່​ສື່ສານ, ລວມທັງ​ບັນຫາ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ ຢູ່​ໃນ​ພື້ນທີ່​ທີ່​ໄດ້​ຕົນຮັບຜິດຊອບ.

ໜ້າ​ທີ່​ຮັບຜິດຊອບ​ຫຼັກ

1.​ເກັບ​ກໍ​າຂໍ້​ມູນ​ເຊີງປະລິມານ(ການລົງຕິດຕາມ) ​ແລະ ຄຸນະພາບ​(ການວັດແທກການປ່ຽນແປງ)
Measuring Change Quantitative and Qualitative Data Collection

  • ສະໜັບສະໜູນຄູຝຶກໃນຂັ້ນບ້ານ​ໃຫ້​ມີການເກັບກໍາຂໍ້ມູນ​ເຊີງ​ປະລິມານ(ການລົງຕິດຕາມ) ​ແລະ ​ເຊີງ​ຄຸນະພາ​ບ​(ການວັດແທກການປ່ຽນແປງ)ໃຫ້​ມີ​ປະສິດທິພາບ ​ແລະ ຄຸນະພາບ.

  • ​ເກັບ​ກໍ​າ​ເອົາ​ຂໍ້​ມູນ​ເຊີງ​​ປະລິມານ(ການລົງຕິດຕາມ) ​ຈາກ​ຄູ​ຝຶກ​ກັບ​ບ້ານ​ທີ່​ກ່ຽວຂ້ອງ (ລວມທັງ​ການ​ລົງທະບຽນ, ການສຳພາດຕົ້ນ​ລະດູ, ທ້າຍ​ລະດູ, ​ຟອມລາອອກ, ການ​ລາຍ​ງານ​ການ​ບາດ​ເຈັບ/​ເຫດການ, ການ​ເຂົ້າ​ຮ່ວມ, ຄ່າ​ນໍ້າມັນ),

  • ກວດ​ເບິ່ງ​ຄືນ​ຟອມທັງ​ໝົດ​ທີ່​ສົ່ງ​ເພື່ອ​ໃຫ້​ໝັ​້ນ​ໃຈ​ວ່າ​ຂໍ້​ມູນ​ຖືກຕ້ອງ.

  • ສົ່ງ​ຂໍ້​ມູນ​ທີ່​ໄດ້​ເກັບ​ກໍາ​ທັງ​ໝົດ ​ແລະ ກວດ​ຄືນ​ຂໍ້​ມູນ​ໃຫ້​ກັບ​ຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງ.

  • ​​ຂຽນການ​ວັດ​ແທກ​ການ​ປ່ຽນ​ແ​ປງ/QM2 ຈຳນວນ2ເລື່ອງ​ຂອງ​ເມືອງ​ຄຳຂອງລະດູການທີ1 ແລະ ຂຽນການວັດແທກການປ່ຽນແປງ QM2 ຂອງ​ເມືອງ​ຄຳຂອງລະດູການທີ2 ອີກສອງເລື່ອງ ລວມທັງຫມົດແມ່ນ4ອັນ,

  • ຂຽນບັນທຶກຄູຝຶກ1ເລື່ອງ ທຸກໆ2ເດືອນ ລວມທັງຫມົດແມ່ນ5ເລື່ອງໃນລະຫວ່າງລະດູການເດືອນກຸມພາ ເຖິງເດືອນມິຖຸນາ ແລະ ເດືອນ ສິງຫາ ເຖິງເດືອນມັງກອນ ໃນສົກປີທີ່ສອນ.

  • ສຳເລັດການລົງຕິດຕາມການສອນຂອງຄູຝຶກ 6-7ຄູ່ ຕໍ່ເດືອນທີ່ເມືອງຄຳທຸກເດືອນ (ສອງເທື່ອຕໍ່ອາທິດ) ແລະ ສົ່ງຟອມການສັງເກດໃນເວລາສອງວັນ. ປະສານງານກັບຜູ້ປະສານງານແຂວງ ແລະ ພະນັກງານສະຫະພັນເພື່ອແນ່ໃຈວ່າຄູຝຶກ ແລະ ຄູ່ຂອງຄູຝືກທີ່ເມືອງຄຳແມ່ນໄດ້ໄປຕິດຕາມ ຢ່າງຫນ້ອຍເດືອນລະເທື່ອ.

2.​ປະສານ​ງານ​​ໂຄງການ

  • ຮັບຜິດຊອບຄູຝືກຈຳນວນ 6-7ຄູ່

  • ຊ່ວຍ​ຜູ້​ປະສານ​ງານ​​ພັດທະນາຣັກບີ້​ແຂວງ​ຊຽງຂວາງໃນ​ການ​ປະສານ​ວຽກ​ກັບ​ຄູ​ຝຶກ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າການ​ປະສານ​ງານ​ມີ​ປະສິດທິພາບ.

  • ຊ່ວຍ​ການ​ປະຕິບ​ັດກິດຈະ​ກໍ​າຂອງ​ແຜນງານໂດຍ​ປະສານ​ງານ​ ກັບຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງຊຽງຂວາງ ​ແລະ ທີ​ມງານ​ທີ່​ປະຕິບັດ​ວຽກ​ຢູ່ທ້ອງ​ຖິ່ນ.

  • ຊ່ວຍ​ໃນ​ການວາງ​ແຜນ​ກິດຈະ​ກໍາ, ການ​ຂຶ້ນ​ງົບປະມານ, ​ແລະ ຕິດຕາມ​ລວມທັງ​ງານ​ຕ່າງໆ ​ແລະ ການ​ແຂ່ງຂັນ​ເຊັ່ນ: ອາຫານ, ກະກຽມ​ສະຖານ​ທີ໋, ການຈັດ​ພິທີ​ຕ່າງໆ, ຈົດ​ຄະ​ແນນ, ການ​ປະຖົມພະ​ຍາ​ບານ, ອື່ນໆ.

  • ​ເປັນສູນກາງ​ໃນ​ການ​ຕິ​ດຕໍ່​ສື່ສານ​ກັບ​ເພື່ອນ​ຮ່ວມ​ງານ​ທ້ອງ​ຖິ່ນ ​ແລະ ໂຮງຮຽນ​, ຄູ​ອາຈາ​ນໃນ​ລະດັບ​ບ້ານ ​ແລະ ​ໂຮງຮຽນ ,ປະຊຸມພໍ່ແມ່.

  • ຊ່ວຍ​ໃນ​ການ​ໂຄສະນາ ​ແລະ ຮັບສະຫມັກ​ຄູ​ຝຶກ, ຜູ້​ຊ່ວຍ​ຄູ​ຝຶກ ​ແລະ ນັກ​ກິລາ.

2.​ປະສານ​ງານ​​ໂຄງການ

  • ຮັບຜິດຊອບຄູຝືກຈຳນວນ 6-7ຄູ່

  • ຊ່ວຍ​ຜູ້​ປະສານ​ງານ​​ພັດທະນາຣັກບີ້​ແຂວງ​ຊຽງຂວາງໃນ​ການ​ປະສານ​ວຽກ​ກັບ​ຄູ​ຝຶກ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າການ​ປະສານ​ງານ​ມີ​ປະສິດທິພາບ.

  • ຊ່ວຍ​ການ​ປະຕິບ​ັດກິດຈະ​ກໍ​າຂອງ​ແຜນງານໂດຍ​ປະສານ​ງານ​ ກັບຜູ້​ປະສານ​ງານ​ພັດທະນາຣັກບີ້​ແຂວງຊຽງຂວາງ ​ແລະ ທີ​ມງານ​ທີ່​ປະຕິບັດ​ວຽກ​ຢູ່ທ້ອງ​ຖິ່ນ.

  • ຊ່ວຍ​ໃນ​ການວາງ​ແຜນ​ກິດຈະ​ກໍາ, ການ​ຂຶ້ນ​ງົບປະມານ, ​ແລະ ຕິດຕາມ​ລວມທັງ​ງານ​ຕ່າງໆ ​ແລະ ການ​ແຂ່ງຂັນ​ເຊັ່ນ: ອາຫານ, ກະກຽມ​ສະຖານ​ທີ໋, ການຈັດ​ພິທີ​ຕ່າງໆ, ຈົດ​ຄະ​ແນນ, ການ​ປະຖົມພະ​ຍາ​ບານ, ອື່ນໆ.

  • ​ເປັນສູນກາງ​ໃນ​ການ​ຕິ​ດຕໍ່​ສື່ສານ​ກັບ​ເພື່ອນ​ຮ່ວມ​ງານ​ທ້ອງ​ຖິ່ນ ​ແລະ ໂຮງຮຽນ​, ຄູ​ອາຈາ​ນໃນ​ລະດັບ​ບ້ານ ​ແລະ ​ໂຮງຮຽນ ,ປະຊຸມພໍ່ແມ່.

  • ຊ່ວຍ​ໃນ​ການ​ໂຄສະນາ ​ແລະ ຮັບສະຫມັກ​ຄູ​ຝຶກ, ຜູ້​ຊ່ວຍ​ຄູ​ຝຶກ ​ແລະ ນັກ​ກິລາ.

3.ການ​ລາຍ​ງານ ​ແລະ ການ​ຕິດ​ຕໍ່​ສື່ສານ

  • ເກັບກຳ ແລະ ລົງຂໍ້ມູນສຳລັບການເຮັດວຽກຂອງ​ສໍາລັບ​ຄູ​ຝຶກພາຍ​ໃນ​ກຸ່ມ​ຄູ​ຝຶກ​ທີ່​ກ່ຽວ​ຂ້ອງ ​ແລະ ລາຍ​ງານ​ໃຫ້​ກັບ​ຜູ້​ປະສານ​ງານ​ພັດທະ​ນາຣັກບີ້​ແຂວງ​ທີ່​ກ່ຽວຂ້​ອງໃນ​ແຕ່ລະ​ເດືອນ;

  • ​ເກັບ​ກໍ​າຄວາມ​ຫຍຸ້ງຍາກ​ຕ່າງ​ໆ ​ແລະ ຄໍາ​ແນະ​ນໍາ​ຈາກ​ຄູ​ຝຶກ ພາຍ​ໃນ​ກຸ່ມ​ຄູ​ຝຶກ​ທີ່​ກ່ຽວ​ຂ້ອງ ​ແລະ ສົ່ງໃຫ້​ກັບ​ຜູ້​ປະສານ​ງານ​ພັດທະ​ນາຣັກບີ້​ແຂວງ​ທີ່​ກ່ຽວຂ້​ອງໃນ​ແຕ່ລະ​ເດືອນ;

  • ​ເປັນ​ສູນ​ກາງ​ໃນ​ການ​ຕິດ​ຕໍ່​ສື່ສານ​ກ່ຽວ​ກັບ​ຂໍ້​ມູນ​​ແຜນງານໃຫ້​ກັບ​ຄູ​ຝຶກ​ທຸກ​ຄົນ.

  • ລາຍ​ງານ​ໃຫ້​ກັບ​ຜູ້​ປະສານ​ງານ​ພັດທະ​ນາຣັກບີ້​ແຂວງ​ທີ່​ກ່ຽວຂ້​ອງ​ໃນ​ວັນ​ທີ 5 ຂອງ​ທຸກໆ​ເດືອນ.

4. ກາ​ນຫຼຸດຜ່ອນ​ຄວາມ​ສ່ຽງ Safeguarding

  • ​ເປັນ​ສູນ​ກາງ​ສໍາລັບ​ຄູ​ຝຶກ​ໃນ​ການ​ລາຍ​ງານ​ທຸກໆ​ຂໍ້​ກັງວົນ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ເຮັດ​ກິດຈະ​ກໍາ​ຂອງ​ໂຄງການ.

  • ນໍາພາ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຫຼຸ​ດຜ່ອນ​ຄວາມ​ສ່ຽງ​ສໍາລັບ​ຄູ​ຝຶກ.

  • ສືບ​ຕໍ່​ຕິດຕາມ ​ແລະ ປະ​ເມີນການ​ປະຕິບັດ​ຕາມ​ນະ​ໂຍບາຍ.

ດາວໂຫລດຟອມສະຫມັກໄດ້ຈາກລີ້ງນີ້:​ shorturl.at/erDGX